spot_img
Homeຂ່າວຕ່າງປະເທດໄນຈີເຣຍປະເຊີນໜ້າກັບໂຣກລະບາດສາຍພັນໃໝ່ ພາຫະໂຣກອາດເກີດມາຈາກປາ

ໄນຈີເຣຍປະເຊີນໜ້າກັບໂຣກລະບາດສາຍພັນໃໝ່ ພາຫະໂຣກອາດເກີດມາຈາກປາ

Published on

ເວັບໄຊ today news africa ລາຍງານໃຫ້ຮູ້ວ່າ ປະເທດ ໄນຈີເຣຍ ໄດ້ສົ່ງສັນຍານການແຜ່ລະບາດຂອງພະຍາດສາຍພັນໃໝ່ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 15 ຄົນ ແລະ ມີຜູ້ຕິດເຊື້ອ 104 ຄົນ.

ສະພາປະຊາຊົນສງສຸດຂອງໄນຈີເຣຍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການແຜ່ລະບາດຂອງໂຣກປິດສະໜາ ທີ່ເກີດຂຶ້ນຕັ້ງແຕ່ວັນທີ 29 ມັງກອນ 2020 ທີ່ຜ່ານມາ ໃນເຂດລັດຖະບານທ້ອງຖິ່ນ Oye-Obi ຂອງລັດ Benue.

ຕາມການລາຍງານຂອງສະພາສູງສຸດ, ລັດຖະມົນຕີ ກະຊວງສາທາລະນະສຸກໄນຈີເຣຍລະບຸວ່າ ພະຍາດປິດສະໜານີ້ບໍ່ແມ່ນອີໂບລາ ຫຼື ໄຂ້ລາສຊາ ຫຼັງຈາກໄດ້ມີການກວດສອບແລ້ວ ແລະ ອາການທີ່ປະກົດຂອງຜູ້ປ່ວຍຕິດເຊື້ອບໍ່ໄດ້ມີຄວາມໃກ້ຄຽງກັບໄວຣັດໂຄໂຣນາສາຍພັນໃໝ່.

ໜ່ວຍງານຄວບຄຸມໂຣກລະບາດໄນຈີເຣຍໄດ້ຮັບຄຳສັ່ງໃຫ້ປະຕິບັດການສຸກເສີນໃນພື້ນທີ່ແຜ່ລະບາດທັນທີ, ກັກກັນ ແລະ ເຝົ້າລະວັງບໍ່ໃຫ້ມີການກະຈາຍອອກໃນວົງກ້ວາງ ແລະ ຕ້ອງຕາມຫາຕົ້ນຕໍສາເຫດຂອງພະຍາດດັ່ງກ່າວໃຫ້ໄດ້ ໂດຍໃນເບື້ອງຕົ້ນເຈົ້າໜ້າທີ່ລັດເຊື່ອວ່າອາດເກີດຈາກສານເຄມີທີ່ຕົກຄ້າງໃນປາ ຈົນນຳໄປສູ່ການປ່ວຍໄຂ້ຂັ້ນຮຸນແຮງໃນຄັ້ງນີ້.

ຜູ້ຕິດເຊື້ອຮຸນແຮງສາມາດເສຍຊີວິດໄດ້ ພາຍໃນ 48 ຊົ່ວໂມງ ເບື້ອງຕົ້ນ ຜູ້ປ່ວຍຈະມີອາການປວດຫົວ, ປວດຮາກ, ປອດບວມ, ເຈັບທ້ອງ ແລະ ມີອາການໄຂ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...