Homeຂ່າວການພັດທະນາສປປ ລາວ ຍັງເຫລືອຄອບຄົວທຸກຍາກ 8,11%

ສປປ ລາວ ຍັງເຫລືອຄອບຄົວທຸກຍາກ 8,11%

Published on

bounheuang

 

ຕາມການປະເມີນຜົນຄວາມທຸກທຸກຍາກ ແລະ ການພັດທະນາ ປະຈຳປີ 2014 ເຊິ່ງໄດ້ຢັ້ງຢືນໃຫ້ເຫັນ ຄວາມຄືບໜ້າ

ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ດ້ານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໂດຍສະເພາະການ

ຢຸດຕິການເຄື່ອນຍ້າຍຂອງພົນລະເມືອງ, ການສ້າງບ້ານພົ້ນທຸກ, ບ້ານພັດທະນາ ແລະ ການເຕົ້າໂຮມບ້ານນ້ອຍໃຫ້

ເປັນບ້ານໃຫຍ່ ແລະ ກາຍເປັນຕົວເມືອງນ້ອຍ ໄດ້ເຮັດໃຫ້ຄວາມທຸກຍາກຂອງປະຊາຊົນລາວຫລຸດລົງເປັນກ້າວໆ

ໂດຍຕົວເລກລ້າສຸດມີ 8 ແສນກວ່າຄອບຄົວ ມີການພັດທະນາ, ກວມ 71%, ທຽບໃສ່ປີ 2013 ເພີ່ມຂຶ້ນກວ່າ 80 ພັນ

ຄອບຄົວ; ມີ 3 ພັນກວ່າບ້ານພັດທະນາ, ເພີ່ມຂຶ້ນ 700 ກວ່າບ້ານ; ມີບ້ານທຸກຍາກເກືອບ 2.000 ບ້ານ, ຫລຸດລົງ 325

ບ້ານ ແລະ ຍັງເຫລືອ 92 ພັນກວ່າຄອບຄົວທຸກຍາກ, ກວມ 8,11%, ຫລຸດລົງ 24 ພັນຄອບຄົວ; ຍັງມີ 30 ເມືອງທຸກ

ຍາກ,ຫລຸດລົງ 7 ເມືອງ.

ໃນໂອກາດລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ເດືອນ ຕຸລາ 2014 ຄົບ

ຮອບ22 ປີ, ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດ

ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ກ່າວຕໍ່ສື່ມວນຊົນ ໃນວັນທີ 10 ເດືອນຕຸລາ ປີ 2014 ວ່າ: ສປປ ລາວເປັນປະ

ເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ປະຊາຊົນມີມູນເຊື້ອດຸ ໝັ່ນອາດຫານ, ແຕ່ກໍຍັງເປັນປະ ເທດ

ໜຶ່ງທີ່ທຸກຍາກຂອງໂລກ ເຊິ່ງເປັນຜົນສະທ້ອນ ຍ້ອນສົງຄາມທຳລາຍ ແລະ ການສູນເສຍເອກກະລາດເປັນເວລາຍາວ

ນານ. ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ, ພັກ-ລັດຖະບານ ຖືວ່າການແກ້ໄຂຄວາມທຸກຍາກເປັນພາລະກຳ

ປະຫວັດສາດ, ການພັດທະນາ ຊົນນະບົດເປັນສະໜາມຮົບອັນດັບໜຶ່ງ ຂອງການພັດທະນາປະເທດ ແນໃສ່ໃຫ້ປະຊາ

ຊົນ ຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ.

ທ່ານຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງໃຫ້ຮູ້ຕື່ມວ່າ: ຢູ່ໃນໂລກປັດຈຸບັນ ຍັງມີ

ປະຊາຊົນຈຳນວນຫລາຍຮ້ອຍລ້ານຄົນ ດຳລົງຊີວິດຢູ່ໃນຄວາມທຸກຍາກຂາດເຂີນ, ເຈັບເປັນ, ​ເສຍ​ຊີວິດຍ້ອນຄວາມອຶດ

ຫິວ​ເຊິ່ງປະກົດການຫຍໍ້ທໍ້ດັ່ງກ່າວ ບໍ່ສົມຄວນຈະເກີດຂຶ້ນໃນຍຸກສະໄໝທີ່ມະນຸດເຮົາມີວິທະຍາສາດ ແລະ ວິທະຍາການ

ທີ່ທັນສະໄໝກ້າວໄກ. ແຕ່ວິທະຍາສາດດັ່ງກ່າວ ຊ້ຳພັດຖືກນຳໃຊ້​ເຂົ້າໃນການກໍ່ເສິກສົງຄາມ​ເພື່ອທຳລາຍ ເຂັ່ນຂ້າມະນຸດ

ດ້ວຍ​ກັນ, ບວກກັບການເກີດໄພພິບັດທາງທຳມະຊາດ ແລະ ພະຍາດລະບາດ ຍິ່ງເຮັດໃຫ້ຄວາມທຸກຍາກ ຢູ່ໃນໂລກເພີ່ມ

ທະວີຄວາມໜັກໜ່ວງ ແລະ ສາຫັດຂຶ້ນຫລາຍກວ່າເກົ່າ. ຈາກສະພາບການດັ່ງກ່າວ ໄດ້ເຮັດໃຫ້ເກີດມີຂະບວນການຂອງ

ປະຊາຊົນທີ່ກ້າວໜ້າ ທວງໃຫ້ບັນດາລັດ ກໍຄື ບັນດາອົງການທີ່ມີສິດອຳນາດ ມີມາດຕະການແກ້ໄຂຢ່າງຮີບດ່ວນ ສະນັ້ນ

ອົງການສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາວັນທີ 17 ເດືອນຕຸລາ ຂອງທຸກໆປີ ເປັນສາກົນຂອງການລຶບລ້າງຄວາມທຸກຍາກ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...