Homeຂ່າວຕ່າງປະເທດການສົ່ງອອກເຂົ້າຂອງກຳປູເຈຍ ເພີ່ມຂຶ້ນເລັກໜ້ອຍໃນໄລຍະ 9 ເດືອນຜ່ານມາ

ການສົ່ງອອກເຂົ້າຂອງກຳປູເຈຍ ເພີ່ມຂຶ້ນເລັກໜ້ອຍໃນໄລຍະ 9 ເດືອນຜ່ານມາ

Published on

A woman dries unhusked rice in front of her home on the outskirts of Phnom Penh

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ກຳປູເຈຍສົ່ງອອກເຂົ້າໄປແລ້ວທັງໝົດ 269,370 ໂຕນ ພາຍໃນໄລຍະ 9 ເດືອນ

ຂອງປີ 2014 ເຊິ່ງເພີ່ມຂຶ້ນ 1.2% ຈາກ 266,123 ໂຕນ ທີ່ສົ່ງອອກໃນຊ່ວງໄລຍະດຽວກັນຂອງປີກ່ອນ.

 

ເຂົ້າຂອງກຳປູເຈຍສົ່ງອອກໄປຍັງ 57 ປະເທດ ໃນເຂດແດນທົ່ວໂລກ ແຕ່ຜູ້ຊື້ເຂົ້າລາຍໃຫຍ່ຂອງກຳປູເຈຍ ແມ່ນຝຣັ່ງ,

ມາເລເຊຍ, ໂຮນລັງ ແລະ ຈີນ ໂດຍລະຫວ່າງເດືອນມັງກອນ ຫາເດືອນກັນຍາທີ່ຜ່ານມາ ກຳປູເຈຍສົ່ງອອກເຂົ້າໄປຝຣັ່ງ

ແລ້ວ 49,670 ໂຕນ, ໂປໂລຍ 45,850 ໂຕນ, ເມເລເຊຍ 25,900 ໂຕນ, ໂຮນລັງ 24,440 ໂຕນ ແລະ ຈີນ 20,920 ໂຕນ.

 

ທ່ານ ກິມ ສາວຸດ ຮອງປະທານສະມາຄົມຜູ້ສົ່ງອອກເຂົ້າກຳປູເຈຍໄດ້ກ່າວວ່າ ” ປະລິມານການສົ່ງອອກທີ່ເພີ່ມຂຶ້ນເລັກ

ໜ້ອຍນີ້  ເປັນຜົນເນື່ອງມາຈາກການແຂ່ງຂັນດຸເດືອດກັບປະເທດຜູ້ສົ່ງອອກເຂົ້າລາຍອື່ນໆ ໂດຍສະເພາະແມ່ນໄທ

ແລະ ຫວຽດນາມ ”

 

ເມື່ອປີ 2013 ກຳປູເຈຍຜະລິດເຂົ້າເປືອກໄດ້ 9.4 ລ້ານໂຕນ ຈາກຈຳນວນດັ່ງກ່າວ ເຫລືອເປັນເຂົ້າສານເພື່ອສົ່ງອອກໃນ

ປີນີ້ກ່ວາ 3 ລ້ານໂຕນ ແລະ ກຳປູເຈຍ ໄດ້ສົ່ງອອກເຂົ້າສານໃນປີ 2013 ທັງໝົດ 379,000 ໂຕນ ເພີ່ມຂຶ້ນ 84% ເມື່ອ

ທຽບແບບປີຕໍ່ປີ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...