spot_img
Homeຂ່າວພາຍ​ໃນແຮສແທັກ saveເຂົ້າໜຽວ ຂຶ້ນເທຣນທະວິດເຕີ້ ຫຼັງສາວໄທໂພສ "ຄົນກິນເຂົ້າໜຽວມີໂອກາດກໍ່ການຮ້າຍສູງ"

ແຮສແທັກ saveເຂົ້າໜຽວ ຂຶ້ນເທຣນທະວິດເຕີ້ ຫຼັງສາວໄທໂພສ “ຄົນກິນເຂົ້າໜຽວມີໂອກາດກໍ່ການຮ້າຍສູງ”

Published on

ເມື່ອວັນທີ 10 ກຸມພາ 2020 ທີ່ຜ່ານມາ ໂຊຊ່ຽວເດືອດເທົ່າໆກັບເລື່ອງໂຄຣານາ ເມື່ອມີຜູ້ໃຊ້ທະວິດເຕີສາວຄົນໜຶ່ງໂພສຂໍ້ຄວາມໃນທາງສຽດສີຄົນທີ່ກິນເຂົ້າໜຽວວ່າມີໂອກາດກໍ່ການຮ້າຍ ຈຶ່ງເຮັດໃຫ້ມີຜູ້ຄົນຈຳນວນຫຼາຍໂພສຂໍ້ຄວາມທະວິດເຕີຕອບໂຕ້ຈົນເກີດມີແຮັສແທັກ #saveເຂົ້າໜຽວ ແລະ ຕິດອັນດັບ2 ໃນ Top 10

ເຈົ້າຂອງທະວິດເຕີຄົນນີ້ໄດ້ທະວິດຂໍ້ຄວາມໃນລັກສະນະສຽດສີຄົນທີ່ກິນເຂົ້າໜຽວ ເຊິ່ງໄດ້ວິເຄາະວ່າ: “ຄົນຮ້າຍປຸ້ນຮ້ານຄຳ ແລະ ຄົນຮ້າຍກາດຍິງທີ່ໂຄລາດ ທັງສອງມັກປືນ ແລະ ມັກກິນເຂົ້າໜຽວ ຖ້າຈະ assume ທາງອາດຊະຍາວິທະຍາ ຈະພົບວ່າ ພວກທີ່ມັກກິນເຂົ້າໜຽວມີໂອກາດກໍ່ການຮ້າຍສູງ ແລ້ວໃຜທີ່ມັກກິນເຂົ້າໜຽວນັ້ນກໍ່ຄືລາວ”

ເລື່ອງນີ້ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ຜູ້ຄົນຈຳນວນຫຼາຍ ທັງຄົນລາວ ແລະ ຄົນໄທສ່ວນຫຼາຍທີ່ກິນເຂົ້າໜຽວ ໃນທະວິດເຕີໄດ້ມີການຕັ້ງແຮັສແທັກ “#saveເຂົ້າໜຽວ” ເພື່ອອອກມາປົກປ້ອງຄົນທີ່ກິນເຂົ້າໜຽວ ທີ່ບໍ່ໄດ້ມີຈິດໃຈໂຫດຮ້າຍຂະໜາດນັ້ນ ເພາະຖ້າຄົນມັນຈະຊົ່ວບໍ່ວ່າຈະກິນອາຫານຫຼູຫຼາລາຄາແພງພຽງໃດມັນກໍ່ຊົ່ວຢູ່ແລ້ວ ແລະ ແນ່ນອນວ່າ ງານນີ້ ເຮັດໃຫ້ດາຣາສາວເຊື້ອສາຍລາວຢ່າງ “ແອັບເປິ້ນ ສີສະຫງຽນ” ພ້ອມທະວິດໂຕ້ຕອບກັບທັນທີ.

ນອກຈາກນີ້, ຍັງມີຄົນເຂົ້າໄປຕອບໂຕ້ໂພສກ່າວໂຈມຕີເຈົ້າຂອງທະວິດເຕີ້ດັ່ງກ່າວວ່າເປັນການເຊື່ອມໂຍງທີ່ຂີ້ຮ້າຍຫຼາຍ ແລະ ເຫດການຄົນຮ້າຍປຸ້ນຮ້ານຄຳ ກັບ ເຫດການຄົນຮ້າຍກາດຍິງມັນບໍ່ມີຄວາມກ່ຽວຂ້ອງກັບອາຫານເລີຍ ບໍ່ຈຳເປັນຕ້ອງເອົາປະເດັນເຂົ້າໜຽວມາກ່ຽວພັນ ເພາະຄົນທີ່ກິນເຂົ້າໜຽວຄົນໄທເກືອບທຸກຄົນກໍ່ກິນ ບໍ່ແມ່ນສະເພາະແຕ່ຄົນພາກອີສານເທົ່ານັ້ນ ແລະ ສິ່ງທີ່ບໍ່ສົມຄວນທີ່ສຸດຄືການໄປພາດພິງເຖິງລາວ ເຊິ່ງເປັນຊື່ຂອງປະເທດເພື່ອນບ້ານ ມັນອາດຈະສ້າງຄວາມແຕກແຍກໃຫ້ຄົນທັງສອງຝາກຝັ່ງແມ່ນໍ້າຂອງໄດ້.

 

ຮຽບຮຽງຂ່າວ:​ ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...