spot_img
Homeຂ່າວທ້ອງຖິ່ນລາວພົບສອງກໍລະນີທີ່ສົງໄສອາດຈະຕິດເຊື້ອໂຄໂຣນາສາຍພັນໃໝ່.

ລາວພົບສອງກໍລະນີທີ່ສົງໄສອາດຈະຕິດເຊື້ອໂຄໂຣນາສາຍພັນໃໝ່.

Published on

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 3 ກຸມພາ 2020 ວ່າ ລາວພົບສອງກໍລະນີທີ່ສົງໄສ ອາດຈະຕິດເຊື້ອໂຄໂຣນາສາຍພັນໃໝ່.

ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ກ່າວຢູ່ໃນພິທີຖະແຫຼງຂ່າວຕອນເຊົ້າຂອງມື້ນີ້ 03 ກຸມພາ 2020 ວ່າ ຜົນກວດທັງ 9 ກໍລະນີແມ່ນເປັນຜົນລົບ ຫຼື ວ່າ negative ສະນັ້ນຖືວ່າບໍ່ພົບເຊື້ອ ດັ່ງກ່າວ.

ລາວໄດ້ກວດ 11 ຄົນທີ່ມີອາການ ແລະ ກໍລະນີສົງໄສທີ່ເປັນທັງຄົນລາວ ແລະ ຄົນຈີນ ແຕ່ພາຍຫຼັງທີ່ກວດ ແລະ ວິເຄາະເຫັນວ່າ 9 ກໍລະນີນັ້ນບໍ່ ແມ່ນການຕິດເຊື້ອພະຍາດປອດອັກເສບ ຫຼື ຕິດເຊື້ອໄວຣັສໂຄໂຣນາທີ່ກຳລັງລະບາດຢູ່ໃນໂລກປະຈຸບັນນີ້. ແຕ່ອີກ 2 ກໍລະນີທີ່ຍັງເຫຼືອນັ້ນແມ່ນຢູ່ໃນການສົງໄສ ເພາະທັງສອງເປັນ ຄົນຈີນທີ່ມີປະຫວັດພົວພັນກັບຄົນຈີນທີ່ຢູ່ນະຄອນ ອູຮັ່ນ, ແຂວງ ຫູເປີ່ຍ ສປ ຈີນ ເຊິ່ງເປັນບ່ອນທີ່ມີການລະບາດໜັກກວ່າໝູ່ ທາງສູນກຳລັງມີການວິເຄາະຕື່ມເພື່ອຄວາມແນ່ໃຈ.

ທ່ານ ປອ ດຣ ພອນປະດິດ ຍັງໄດ້ອະທິບາຍຕື່ມວ່າ: ຫຼາຍຄົນອາດເຂົ້າໃຈວ່າ ວິທະຍາສາດການວິເຄາະວິໄຈ ແລະ ບົ່ງມະຕິພະຍາດດັ່ງກ່າວຂອງວິຊາການລາວຈະບໍ່ທັນສະໄໝຄືກັບປະເທດເພື່ອນບ້ານ ຫຼື ຫຼາຍປະເທດຢູ່ໃນໂລກ, ແຕ່ໃຫ້ເຂົ້າໃຈວ່າວິຊາການຂອງລາວກໍ່ສາມາດວິເຄາະ, ວິໄຈ ແລະ ບົ່ງມະຕິໄດ້ໂດຍອຸປະກອນທີ່ທັນສະໄໝທຽບເທົ່າປະເທດເພື່ອນບ້ານເຊັ່ນກັນ, ເຊິ່ງຈະໃຊ້ເວລາປະມານ 3-4 ຊົ່ວໂມງໃນການບົ່ງມະຕິພະຍາດດັ່ງກ່າວ.

ທາງສູນວິເຄາະ ແລະ ລະບາດວິທະຍາກະຊວງສາທາລະນະສຸກຍັງໄດ້ແຈ້ງຕື່ມໃຫ້ບັນດາປະຊາຊົນທີ່ມີຂໍ້ສົງໄສ ແລະ ບໍ່ເຂົ້າໃຈຫຍັງກ່ຽວກັບການປ້ອງການຕົນເອງ, ການລະບາດ ຫຼື ຈະໄປຫາໃຜຖ້າມີກໍລະນີສົງໄສ ແລະ ອື່ນໆ ແມ່ນໃຫ້ໂທເຂົ້າເບີ 166 ໄດ້ຕະຫຼອດ 24 ຊົ່ວໂມງ.

ນັບແຕ່ມື້ນີ້ເປັນຕົ້ນໄປ ເວລາ 16 ໂມງຂອງທຸກໆມື້ທາງກະຊວງສາທາລະນະສຸກຈະມີການຖະແຫຼງຂ່າວຄວາມຄືບໜ້າຂອງສະຖານະການ ການກະກຽມເຝົ້າລະວັງ ແລະ ມາດຕະການຕ່າງໆຕໍ່ກັບພະຍາດປອດປັກເສບ ຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...