Homeຂ່າວພາຍ​ໃນລາວ-ໄທ ຍົກລະດັບ 2 ດ່ານປະເພນີເປັນດ່ານສາກົນຖາວອນຫວັງຂະຫຍາຍເສດຖະກິດພາກເໜືອ

ລາວ-ໄທ ຍົກລະດັບ 2 ດ່ານປະເພນີເປັນດ່ານສາກົນຖາວອນຫວັງຂະຫຍາຍເສດຖະກິດພາກເໜືອ

Published on

ສຳນັກຂ່າວໄທຣັດລາຍງານວ່າ ສປປ ລາວ ເປີດການຍົກລະດັບດ່ານສາກົນ ປາງມອນ ຢ່າງເປັນທາງການ ເພື່ອເຊື່ອມກັບ ອຳເພີ ພູຊາງ ຈັງຫວັດ ພະເຍົາຂອງປະເທດ ໄທ ໄປສູ່ຫຼວງພະບາງ ເພື່ອຊ່ວຍໃຫ້ເສດຖະກິດ, ການຄ້າ, ການທ່ອງທ່ຽວທັງສອງຝ່າຍດີຂຶ້ນ.

ໃນວັນທີ 1 ກຸມພາ 2020, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ເປັນປະທານເປີດພິທີການຍົກລະດັບດ່ານສາກົນປາງມອນ ທີ່ເມືອງ ຄອບ ແຂວງ ໄຊຍະບູລີ ຢ່າງເປັນທາງການ ເພື່ອເຮັດໃຫ້ດ່ານດັ່ງກ່າວມີຄວາມເທົ່າທຽມກັບດ່ານສາກົນບ້ານ ຮວກ ອຳເພີ ພູຊາງ ຈັງຫວັດ ພະເຍົາ ທີ່ເຄີຍມີການຍົກລະດັບກ່ອນໜ້ານີ້.

ການຍົກລະດັບດ່ານປະເພນີປາງມອນເປັນດ່ານສາກົນ ໄດ້ເຮັດຕາມບົດບັນທຶກຂໍ້ຕົກລົງໃນກນປະຊຸມເຈົ້າແຂວງ ແລະ ຜູ້ວ່າການຈັງຫວັດຊາຍແດນລາວ-ໄທ ຄັ້ງທີ 10 ເມືອວັນທີ 28 ກັນຍາ 2017 ທີ່ນະຄອນຫຼວງວຽງຈັນ. ເຊິ່ງທັງສອງປະເທດໄດ້ເຫັນດີຍົກລະດັບດ່ານປະເພນີທັງລາວ-ໄທ ເປັນດ່ານສາກົນຖາວອນ ເມື່ອວັນທີ 18 ກັນຍາ 2019 ແລະ ເປີດດ່ານປະເພນີບ້ານ ຮວກ ອຳເພີ ພູຊາງ ເປັນດ່ານສາກົນໃນວັນທີ 18 ທັນວາ 2019 ທີ່ຜ່ານມາ.

ການຍົກລະດັບດ່ານທັງສອງປະເທດຈະຊ່ວຍໃຫ້ເກີດການຂະຫຍາຍຕົວໃນເລື່ອງຂອງການຄ້າ ການລົງທຶນລວມເຖິງການທ່ອງທ່ຽວເພີ່ມຂຶ້ນ ຖືເປັນປະຕູດ່ານເຊື່ອມຕໍ່ດ້ານເສດຖະກິດທາງພາກເໜືອຂອງ ສປປ ລາວ ແລະ ພາກເໜືອຂອງປະເທດໄທ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...