spot_img
Homeຂ່າວທ້ອງຖິ່ນເຈົ້າພາບຊຽງຂວາງຈະຫຼຸດຄ່າທີ່ພັກລົງ 20% ໃນໄລຍະງານມະຫາກໍາກິລາແຫ່ງຊາດ

ເຈົ້າພາບຊຽງຂວາງຈະຫຼຸດຄ່າທີ່ພັກລົງ 20% ໃນໄລຍະງານມະຫາກໍາກິລາແຫ່ງຊາດ

Published on

ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ປະຈຸບັນ ອຳນາດການປົກຄອງ ແຂວງ ຊຽງຂວາງ ກໍາລັງກະກຽມອອກຂໍ້ຕົກລົງແຈ້ງການໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກພາຍໃນແຂວງ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະເປັນເຈົ້າພາບຈັດງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ແລະ ເລັ່ງໃຫ້ປັບປຸງສະຖານທີ່ທ່ອງທ່ຽວຕ່າງໆໃຫ້ດີຂຶ້ນ ເພື່ອຮອງຮັບແຂກ ແລະ ສ້າງຄວາມດຶງດູດໃຈຂອງຜູ້ມາທ່ອງທ່ຽວແຂວງ ຊຽງຂວາງ.

ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າ ພະແນກ ສຶກສາທິການ ແລະ ກິລາ ແຂວງ ຊຽງຂວາງ ໄດ້ໃຫ້ສຳພາດ ກັບສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ເພື່ອຮອງຮັບແຂກທີ່ຈະເດີນທາງເຂົ້າມາທ່ຽວ ແລະ ຊົມການແຂ່ງຂັນກິລາຄັ້ງນີ້, ພະແນກ ສຶກສາທິການ ແລະ ກິລາ ແຂວງຈຶ່ງໄດ້ຈັດການຝຶກອົບຮົມໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກ ເພີ່ອກຽມພ້ອມການຕ້ອມຮັບແຂກໃຫ້ໄດ້ມາດຕະຖານສາກົນ ແລະ ໄດ້ອອກແຈ້ງການໃຫ້ຜູ້ປະກອບການປັບປຸງບ່ອນພັກແຮມຂອງຕົນໃຫ້ມີຄວາມງາມ, ສະອາດ ແລະ ສະດວກສະບາຍ ເພື່ອຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມາເຂົ້າຊົມກິລາຄັ້ງນີ້ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆແຂວງ ຊຽງຂວາງ.

ທ່ານ ສີວິໄລ ອຸດົມສຸກ ໃຫ້ຮູ້ຕື່ມອີກວ່າ: ປະຈຸບັນ ແຂວງ ຊຽງຂວາງ ມີໂຮງແຮມ 21 ແຫ່ງ ແລະ ເຮືອນພັກ 129 ແຫ່ງ ສາມາດຮອງຮັບແຂກໄດ້ 3.000 ກວ່າຄົນຕໍ່ຄືນ, ໃນນັ້ນ ແຂວງ ຊຽງຂວາງ ມີສະຖານທີ່ທ່ອງທ່ຽວເປິດບໍລິການທັງໝົດ 43 ແຫ່ງ: ແຫຼ່ງທ່ອງທ່ຽວດ້ານວັດທະນະທຳ 19 ແຫ່ງ, ທຳມະຊາດ 12 ແຫ່ງ ແລະ ປະຫັວດສາດ 12 ແຫ່ງ ທີ່ໄດ້ຮັບການປັບປຸງໃໝ່ໃຫ້ສວຍງາມ ແລະ ສະດວກສະບາຍ ໂດຍສະເພາະ ສະຖານທ່ອງທ່ຽວ ທົ່ງໄຫຫີນທີ່ໄດ້ເປັນມໍລະດົກໂລກ, ຖໍ້າປິວ ແລະ ອື່ນໆ.

ນອກຈາກນີ້, ຄະນະການນຳແຂວງ ຊຽງຂວາງ ໄດ້ກໍານົດເອົາໄຫຫີນທີ່ເປັນວັນຖຸບູຮານມີອາຍຸຫຼາຍພັນປີ, ມີຄວາມໝາຍສຳຄັນ ແລະ ລືຊື່ທາງປະຫວັນສາດ ເຊິ່ງເປັນມໍລະດົກ ຂອງແຂວງ ຊຽງຂວາງ ກໍ່ຄືຂອງຊາດ ປະກອບໃສ່ສັນຍາລັກ ຂອງງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...