Homeສຸຂະພາບ ແລະ ສີ່ງແວດລ້ອມ7 ເຄັບ​ລັບ​ເບິ່ງແຍງ​ສຸຂະພາບ​ຫ່າງ​ໄກ​ພະຍາດ ໃນໜ້າ​ໜາວ

7 ເຄັບ​ລັບ​ເບິ່ງແຍງ​ສຸຂະພາບ​ຫ່າງ​ໄກ​ພະຍາດ ໃນໜ້າ​ໜາວ

Published on

A201202171507551

     ໜ້າ ໜາວ ໃກ້​ຈະ​ມາ​ຮອດແລ້ວ ແຕ່​ກໍ​ມີ​ຝົນ​ທີ່​ຍັງ​ຕົກ​ຢູ່​ບາງ​ແຫ່ງ ແຕ່​ໄລຍະ​ອາ​ກາດ​ປ່ຽນ​ແບບ​ນີ້ແຫລະ​ ທີ່​ຈະ​ເຮັດໃຫ້​ເຮົາ​ບໍ່ສະບາຍ​ໄດ້ ເຮົາ​ຈຶ່ງ​ຄວນ​ເບິ່ງແຍງ​ຮ່າງກາຍ​ໃຫ້​ແຂງ​ແຮງ​ສະເໝີ ​ພ້ອມ​ຮັບ​ກັບ​ລະດູ​ທີ່​ກຳ​ລັງ​ຈະ​ປ່ຽນ​ໄປ ມື້​ນີ້​ເຮົາ​ເລີຍ​ມີ​ຄຳ​ແນະ​ນຳ​ດີ ໆ​ໃນ​ການ​ເບິ່ງແຍງ​ສຸຂະພາບ​ຕົວ​ເອງ​ໃຫ້​ຫ່າງ​ໄກ​ຈາກ​ພະຍາດ ໃນໜ້າ​ໜາວ ມາ​ຝາກ​​ກັນ

  1. ຮັບປະທານ​ອາຫານ​ທີ່​ມີ​ປະໂຫຍດ​ຄົບ​ 5 ໝູ່ ຢ່າງ​ພຽງ​ພໍ ດື່ມ​ນ້ຳ​ຫລາຍ​ ໆ ອອກ​ກຳ​ລັງ​ກາ​ຍ​ສະໝ່ຳສະເໝີ ພັກ​ຜ່ອນ​ໃຫ້​ພຽງ​ພໍ
  2. ບໍ່​ເຂົ້າໄປ​ໃນ​ທີ່​ແອ​ອັດ ໂດຍ​ສະເພາະ​ຊ່ວງ​ທີ່​ມີ​ການ​ລະ​ບາດ​ຂອງ​ໄຂ້​ຫວັດ​ໃຫຍ່ ໄຂ້​ຫວັດ 2009 ພະຍາດ​ຄໍ​ຕີບ
  3. ຫລີກ​ລ້ຽງ​ການ​ສູບ​ຢາ ດື່ມ​ເຫຼົ້າ ແລະ ​ຢາ​ເສບ​ຕິດ​ຕ່າງ ໆ ເນື່ອງ​ຈາກ​ອາດ​ເຮັດໃຫ້​ສຸຂະພາບ​ເສື່ອມ​ໂຊມ ຕິດ​ເຊື້ອ​ໄດ້​ງ່າຍ
  4. ໃຊ້ ຜ້າ​ປິດ​ປາກ ປິດ​ດັງ ເວລາ​ໄອ​ຈາມ ແລະ​ ເມື່ອ​ເຈັບ​ປ່ວຍ ມີ​ອາການ ໄອ ຈາມ ຕ້ອງ​ແຍກ​ຕົວ ບໍ່​ໃຫ້ຢູ່ໃກ້ກັບ​ຜູ້​ອື່ນ ໝັ່ນ​ລ້າງ​ມື ແລະ ​ຫລີກ​ລ່ຽງ​ການ​ໄປ​ໃນ​ທີ່​ຊຸມ​ຊົນ ເພື່ອ​ປ້ອງ​ກັນ​ການ​ແພ່​ເຊື້ອ​ໄປ​ສູ່​ຜູ້​ອື່ນ
  5. ຫຼີກລ່ຽງ​ການ​ຢູ່​ໃກ້​ຊິດ​ກັບ​ຜູ້ ທີ່​ມີ​ອາການ ໄຂ້ ໄອ ເຈັບ​ຄໍ​ ແລະ ​ບໍ່​ໃຊ້​ສິ່ງ​ຂອງ​ສ່ວນ​ຕົວ​ຮ່ວມ​ກັນ ເຊັ່ນ ຜ້າ​ເຊັດ​ໜ້າ ຜ້າ​ເຊັດ​ຕົວ ແກ້ວ​ນ້ຳ ຈານ ຄວນ​ໃຊ້​ບ່ວງ ເມື່ອ​ຮັບປະທານ​ອາຫານ​ຮ່ວມ​ກັບ​ຜູ້​ອື່ນ
  6. ນຳ​ລູກ​ຫຼານ​ໄປສີດ​ວັກ​ຊີນ​ປ້ອງ​ກັນ​ພະຍາດ​ຕາມ​ກຳນົດ​ນັດ​ທຸກ​ເທື່ອ
  7. ຮັບປະທານ​ອາຫານ​ສະ​ອາດ ປຸງ​ສຸກ​ໃໝ່​ ໆ
  8. ລ້າງ​ມື​ເລື້ອຍໆ ດ້ວຍ​ນ້ຳ​ສະ​ອາດ ແລະ ​ສະ​ບູ່ ຫລັງ​ສຳ​ຜັດ​ສິ່ງ​ຂອງ​ຕ່າງໆ ເຊັ່ນ ຮາວ​ຂັ້ນ​ໄດ ລູກ​ບິດ​ປະ​ຕູ​ ແລະ ອື່ນໆ
  9. ຮັກສາຄວາມ​ອົບ​ອຸ່ນ​ຂອງ​ຮ່າງກາຍ​ໃນ​ໄລຍະ​ລະດູ​ໜາວ ​ຫລື​ໄລຍະ​ທີ່​ມີ​ອາ​ກາດ​ປ່ຽນ​ແປງ
  10. ໃສ່ເຄື່ອງໃຫ້ເໝາະ​ກັບ​ສະພາບ​ອາ​ກາດ ຫລັງ​ອາບ​ນ້ຳ​ຄວນ​ທາ​ໂລ​ຊັນ​ ຫລື​ ນ້ຳ​ມັນ​ທາ​ຜິວ ປ້ອງ​ກັນ​ຮິມ​ສົບ​ແຫ້ງ​ແຕກ​ນຳ ລິບ​ມັນ ບໍ່​ຄວນ​ເລຍ​ຮິມສົບເລື້ອຍໆ
  11. ກໍລະນີ​ຊື້​ເຄື່ອງ​ມື​ສອງ​ມາ​ໃຊ້ ຕ້ອງ​ນຳ​ມາ​ຜ່ານ​ຂັ້ນ​ຕອນ​ການເຮັດ​ຄວາມ​ສະ​ອາດ​ກ່ອນ​ໃຊ້

ຢ່າ​ລືມ​ລອງ​ໄປ​ເຮັດ​ຕາມ​ຄຳ​ແນະ​ນຳ​ເບິາງເດີ້ ເພື່ອ​ສຸຂະພາບ​ທີ່​ແຂງ​ແຮງ​ຂອງ​ຕົວ​ທ່ານ​ເອງ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...