Homeຂ່າວຕ່າງປະເທດການາດາເລັ່ງກວດສອບຊີ້ນສົ່ງອອກໄປຈີນ

ການາດາເລັ່ງກວດສອບຊີ້ນສົ່ງອອກໄປຈີນ

Published on

ສະຖານທູດຈີນໃນການາດາຖະແຫຼງການຜ່ານເວັບໄຊເຖິງລັດຖະບານການາດາໃຫ້ຍຸຕິສົ່ງອອກຊີ້ນງົວ ແລະ ຊີ້ນໝູໄປຈີນນັບແຕ່ວັນທີ 25 ມິຖຸນາ 2019 ເປັນຕົ້ນໄປ ພາຍຫຼັງເຈົ້າໜ້າທີ່ພາສີຈີນພົບເອກະສານຮັບຮອງການສົ່ງອອກຊີ້ນຂອງບໍລິສັດ ຟຣີໂກ ຣໍຢັລ ອິນຊ ຈາກການາດາຜິດປົກກະຕິດ້ານຄວາມປອດໄພຫຼາຍກວ່າ 188 ສະບັບ.

ການກວດສອບທີ່ເມືອງນານຈິງ ທາງພາກຕາເວັນອອກພົບວ່າການໃຊ້ສານຕ້ອງຫ້າມຊະນິດແຣັກໂຕພາມິນຊຶ່ງເປັນສານເລັ່ງຊີ້ນແດງທີ່ນຳໃຊ້ຢ່າງກວ້າງຂວາງໃນອາເມຣິກາ ແຕ່ຫ້າມໃຊ້ໃນສະຫະພາບເອີຣົບ (EU) ແລະ ສປ ຈີນ ຊຶ່ງສົ່ງຜົນກະທົບຕໍ່ການສົ່ງອອກຊີ້ນໄປຍັງຈີນທີ່ຖືເປັນຕະຫຼາດໃຫຍ່ອັນດັບ 3 ຂອງການາດາ.

ຂະນະທີ່ລັດຖະມົນຕີກະຊວງກະສິກຳຂອງການາດາ ແລະ ສຳນັກງານກວດສອບອາຫານ ຫຼື CFIA ກໍໄດ້ຮັບຮູ້ເຖິງບັນຫາ ແລະ ຢືນ ຢັນວ່າພົບເອກະສານຮັບຮອງການສົ່ງອອກປອມແລ້ວ ຊຶ່ງຂະນະນີ້ແມ່ນຢູ່ລະຫວ່າງການປະສານງານກັບອຸດສາຫະກຳລ້ຽງສັດ ແລະ ເຈົ້າໜ້າທີ່ຈີນຢ່າງໃກ້ຊິດ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...