spot_img
Homeຂ່າວທ້ອງຖິ່ນລັດຖະບານກຳລັງພິຈາລະນາຫຼຸດຄ່າໄຟຟ້າລົງ 50% ສຳລັບຜູ້ມີລາຍຮັບຕ່ຳ

ລັດຖະບານກຳລັງພິຈາລະນາຫຼຸດຄ່າໄຟຟ້າລົງ 50% ສຳລັບຜູ້ມີລາຍຮັບຕ່ຳ

Published on

ຄະນະລັດຖະບານກໍາລັງຂຸ້ນຂ້ຽວພິຈາລະນາກ່ຽວກັບການປັບປຸງລາຄາໄຟຟ້າຄືນໃໝ່ສຳລັບປີ 2019-2025 ໂດຍຈະນໍາໃຊ້ລາຄາໄຟຟ້າທີ່ມີລາຄາດຽວຄື 700 ກີບຕໍ່ກີໂລວັດໂມງ ສຳລັບປະເພດທີ່ຢູ່ອາໄສ ພ້ອມຈະຫຼຸດລາຄາ 50% ສຳລັບຜູ້ທີ່ມີລາຍຮັບຕ່ຳ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດໃນວັນທີ 27 ມິຖຸນາ 2019 ນີ້ວ່າ ການປັບປຸງລາຄາໄຟຟ້າຄືນໃໝ່ນີ້ແມ່ນເພື່ອຮັບປະກັນໃຫ້ລາຄາໄຟຟ້າສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແທດເໝາະກັບເປົ້າໝາຍການຊົມໃຊ້ ແລະ ປະເພດຜູ້ຊົມໃຊ້ ທັງຮັບປະກັນໃຫ້ລາຄາໄຟຟ້າມີສະຖຽນລະພາບ ແລະ ບໍ່ມີຜົນກະທົບຕໍ່ການລົງທຶນໃນການພັດທະນາໄຟຟ້າ ຊຶ່ງລາຄາໃໝ່ນີ້ຄາດວ່າຈະມີການປະກາດໃຊ້ໃນໄວໆ ພາຍຫຼັງມີແຈ້ງການຂອງລັດຖະບານອອກມາ.

ໃນປັດຈຸບັນ ການຊົມໃຊ້ໄຟຟ້າປະເພດທີ່ຢູ່ອາໄສມີ 6 ຂັ້ນ ຊຶ່ງແຕ່ລະຂັ້ນມີລາຄາທີ່ແຕກຕ່າງກັນ ຈາກລາຄາຕ່ຳສຸດ 348 ກີບຕໍ່ກີໂລໂວນ ຈົນໄປຮອດ 999 ກີບຕໍ່ກີໂລໂວນ.

ການປັບປຸງຄາລາໄຟຟ້າໃນຄັ້ງນີ້ສ່ວນໃຫຍ່ແມ່ນຫຼຸດລົງ ບໍ່ມີການເພີ່ມຂື້ນໃນປະເພດໃດໆເລີຍ ແຕ່ຈະມີຈຳນວນໜຶ່ງທີ່ຍັງຮັກສາໄວ້ຄືເກົ່າ ເນື່ອງຈາກວ່າເປັນການດຳເນີນທຸລະກິດທີ່ເຫັນວ່າມີປະສິດທິຜົນຢູ່.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...