spot_img
Homeຂ່າວຕ່າງປະເທດແຫຼ່ງທ່ອງທ່ຽວແຫ່ງໃໝ່ໃນຊຸມຊົນທາຣາວີຂອງອິນເດຍ

ແຫຼ່ງທ່ອງທ່ຽວແຫ່ງໃໝ່ໃນຊຸມຊົນທາຣາວີຂອງອິນເດຍ

Published on

ເມື່ອເວົ້າເຖິງແຫຼ່ງທ່ອງທ່ຽວຍອດນິຍົມຂອງອິນເດຍ ທຸກຄົນຕ້ອງເອີ່ຍເຖິງ ທັຊມາຮາລ ແນ່ນອນ ແຕ່ຈາກການຈັດອັນດັບຫຼ້າສຸດໂດຍເວັບໄຊ TripAdvisor ປາກົດວ່າ ທັຊມາຮາລບໍ່ໄດ້ດຶງດູດນັກທ່ອງທ່ຽວຫຼາຍທີ່ສຸດອີກຕໍ່ໄປ ເພາະວ່າກິດຈະກຳທີ່ນັກທ່ອງທ່ຽວຫັນປ່ຽນມາໃຫ້ຄວາມສົນໃຈ ແລະ ໄດ້ຮັບຄວາມນິຍົມທີ່ສຸດໃນຂະນະນີ້ກໍຄື ຊຸມຊົນທາຣາວີ ໃນນະຄອນມຸມໄບນັ້ນເອງ.

ຈາກການຈັດອັນດັບ Traveller’s Choice ປະຈຳປີ 2019 ພົບວ່າ ການໄປທ່ຽວຊຸມຊົນທາຣາວີແບບເປັນກຸ່ມນ້ອຍໆ ຫຼື ທີ່ເອີ້ນວ່າ Dharavi Slum Small-Group Tour in Mumbai ເປັນກິດຈະກຳທີ່ໄດ້ຮັບການແນະນຳໃຫ້ເຮັດຫຼາຍທີ່ສຸດ ຊຶ່ງຊຸມຊົນແຫ່ງນີ້ມີຊື່ສຽງໂດ່ງດັງໄປທົ່ວໂລກຈາກການເປັນໜຶ່ງໃນສາກຖ່າຍທຳຂອງຮູບເງົາເລື່ອງ Slumdog Millionaire.

ຂະນະທີ່ TripAdvisor ໄດ້ໃຫ້ເຫດຜົນວ່າ ການທີ່ນັກທ່ອງທ່ຽວຕ້ອງໄປທ່ຽວຊົມຊຸມຊົນໃນມຸມໄບ ແລະ ທົວຊຸມຊົນທາຣາວີຖືເປັນການເປີດປະຕູບານໃໝ່ໃຫ້ເຂົ້າເຖິງວິຖີຊີວິດຂອງຊົນຊັ້ນແຮງງານໃນເມືອງມຸມໄບ ຊຶ່ງໃນທົວດັ່ງກ່າວຈະເປີດໂອກາດໃຫ້ສຳຫຼວດທຸກຊອກທຸກມຸມທີ່ແອອັດຍັດຢຽດໄປດ້ວຍສະຖານທີ່ພັກເຊົາຊົ່ວຄາວ ສະຖານທີ່ເຮັດວຽກ ແລະ ໄດ້ພົບກັບຄົນໃນທ້ອງຖິ່ນ ທັງຮຽນຮູ້ວິຖີການໃຊ້ຊີວິດຂອງເຂົາເຈົ້າ ແລະ ທີ່ສຳຄັນກໍຄືການມອບລາຍໄດ້ກັບໄປສູ່ຊຸມຊົນນັ້ນເອງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...