Homeຂ່າວທ້ອງຖິ່ນ7 ບ້ານຢູ່ສາລະວັນພົບໝູຕິດພະຍາດອະຫິວາໝູອາຟຣິກາ

7 ບ້ານຢູ່ສາລະວັນພົບໝູຕິດພະຍາດອະຫິວາໝູອາຟຣິກາ

Published on

ພະຍາດອະຫິວາໝູອາຟຣິກາລະບາດຢູ່ 2 ປະເທດໃກ້ຄຽງຄື ຈີນ ແລະ ຫວຽດນາມເມື່ອກາງເດືອນມີນາ 2019 ທີ່ຜ່ານມາ ຫຼ້າສຸດພົບໝູຕິດເຊື້ອພະຍາດດັ່ງກ່າວຢູ່ 7 ບ້ານຂອງເມືອງຕຸ້ມລານ ແຂວງສາລະວັນ ຄາດວ່າສາເຫດອາດເກີດມາຈາກຮານອາຫານຫວຽດນາມລັກລອບນຳເຂົ້າຜະລິດຕະພັນໝູມາປຸງແຕ່ງອາຫານໃນພື້ນທີ່ດັ່ງກ່າວ.

ອີງຕາມການແຈ້ງການກະຊວງກະສິກຳ ແລະ ປ່າໄມ້ ກົມລ້ຽງສັດ ແລະ ກົມປະມົງກ່ຽວກັບກໍລະນີກວດພົບເຊື້ອພະຍາດອະຫິວາໝູອາຟຣິກາຢູ່ເມືອງຕຸ້ມລານ ແຂວງສາລະວັນ ສະບັບເລກທີ 1609/ກລປ ລົງວັນທີ 20 ມິຖຸນາ 2019 ໂດຍແຈ້ງໃຫ້ຊາບວ່າ ໃນວັນທີ 17 ມິຖຸນາ 2019 ສູນວິໄຈພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ໄດ້ກວດພົບເຊື້ອພະຍາດອະຫິວາໝູອາຟຣິກາຈຳນວນ 8 ຕົວຢ່າງຈາກ 7 ບ້ານທີ່ມີການລະບາດຄື ບ້ານສາມັກຄີໄຊ​ ດິນດາກ ໂພນງາມ ແກ້ງຮັງ ນາລະຈາງ ຫ້ວຍຫວ້າ ແລະ ບ້ານນາຮ່ອງໃຫຍ່ທີ່ຂຶ້ນກັບເມືອງຕຸ້ມລານ ແຂວງສາລະວັນ.

ທ່ານ ສີແສງ ຂຸນສີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງໃຫ້ຮູ້ວ່າ ປັດຈຸບັນໄດ້ກວດພົບໝູຕິດເຊື້ອພະຍາດດັ່ງກ່າວຢູ່ 7 ບ້ານຂອງເມືອງ ຕຸ້ມລານ ແຂວງ ສາລະວັນ, ຄາດວ່າສາເຫດອາດເກີດມາຈາກຮານອາຫານຫວຽດນາມລັກລອບນຳເຂົ້າຜະລິດຕະ ພັນໝູມາປຸງແຕ່ງອາຫານໃນພື້ນທີ່ດັ່ງກ່າວ ພ້ອມນີ້ ກໍມີການຄຸມເຂັ້ມຕັ້ງດ່ານກວດກາຢ່າງເຂັ້ມງວດບໍ່ໃຫ້ມີີການຍົກຍ້າຍໝູຈາກເມືອງດັ່ງກ່າວໄປເມືອງອື່ນພາຍໃນແຂວງຢ່າງເດັດຂາດ.

ດັ່ງນັນ ເພື່ອບໍ່ໃຫ້ພະຍາດແຜ່ລາມອອກເປັນວົງກວ້າງ ແລະ ສົ່ງຜົນກະທົບດ້ານລົບຕໍ່ການຜະລິດໝູ ແລະ ການດຳລົງຊີວິດຂອງປະຊາຊົນ ມີຄວາມຈຳເປັນຕ້ອງໄດ້ພ້ອມກັນຕ້ານ ສະກັດກັ້ນ ແລະ ຕອບໂຕ້ພະຍາດໃຫ້ສະຫງົບລົງໂດຍໄວ ຈຶ່ງໄດ້ແນະນຳໃຫ້ປະຕິ ບັດບາງມາດຕາແບບສຸກເສີນ.

ຂະນະທີ່ມີແຈ້ງການຈາກລັດຖະບານຂອງ ສປ ຈີນ ແລະ ຣາຊະອານາຈັກໄທ ທີ່ປະກາດສັ່ງຫ້າມນຳເຂົ້າຊີ້ນໝູ ຫຼື ຜະລິດຕະພັນທີ່ມີສ່ວນປະກອບຈາກຊີ້ນໝູຂອງລາວເຂົ້າປະເທດເດັດຂາດ.

 

ຮຽບຮຽງ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...