Homeຂ່າວຕ່າງປະເທດປະຕິມະກຳຮູບປັ້ນທີ່ສະທ້ອນເຖິງພາວະໂລກຮ້ອນ

ປະຕິມະກຳຮູບປັ້ນທີ່ສະທ້ອນເຖິງພາວະໂລກຮ້ອນ

Published on

ຮູບພາບທີ່ບັນດາທ່ານຈະໄດ້ຮັບຊົມຕໍ່ໄປນີ້ຄືການສ້າງສັນຂອງ ລໍເຣນໂຊ ຄວິນ (Lorenzo Quinn) ສິລະປິນຊາວອີຕາລີ ນັ້ນກໍຄື ຮູບປັ້ນມືຂະໜາດໃຫຍ່ທີ່ມີຊື່ວ່າ Support ຊຶ່ງຖືກສ້າງຂຶ້ນຢູ່ທີ່ຄອງນ້ຳແກຣນ ຄາແນລ ໃນເມືອງເວນິສ ປະເທດອີຕາລີ ຮູບປັ້ນມືຍັກດັ່ງກ່າວມີຄວາມສູງເທົ່າກັບຕຶກຂະໜາດ 8 ຊັ້ນ.

ສຳລັບຈຸດປະສົງກໍເພື່ອປຸກລະດົມເຕືອນໃຫ້ທຸກຝ່າຍເຫັນເຖິງຄວາມສຳຄັນຂອງພາວະໂລກຮ້ອນ ແລະ ຮ່ວມກັນຫາວິທີທາງແກ້ໄຂຢ່າງຮີບດ່ວນ ຊຶ່ງປະຕິມະກຳດັ່ງກ່າວຖືເປັນສິ່ງທີ່ສ້າງຄວາມສົນໃຈ ແລະ ສ້າງຄວາມແປກໃໝ່ໃຫ້ບັນດານັກທ່ອງທ່ຽວຈຳນວນ ຫຼາຍ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: kapook.com

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...