spot_img
Homeຂ່າວພາຍ​ໃນເຮືອຫຼວງພະບາງ-ຫາດສ້ຽວ-ຖິ່ນເພຍ ຄອງເຈົ້າໜ້ານ້ຳ ບຸນຊ່ວງເຮືອປະຈຳປີ 2014

ເຮືອຫຼວງພະບາງ-ຫາດສ້ຽວ-ຖິ່ນເພຍ ຄອງເຈົ້າໜ້ານ້ຳ ບຸນຊ່ວງເຮືອປະຈຳປີ 2014

Published on

 

20141009172900

 

ງານ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ແລະ ຊ່ວງ​ເຮືອ ປະຈຳ​ປີ 2014 ທີ່​ທ່າ​ວັດ​ຈັນ ເມືອງ​ຈັນທະບູ​ລີ ນະຄອນຫຼວງ​ວຽງ​ຈັນ

ໄດ້​ຈັດຂຶ້ນ​ຢ່າງ​ເບີກບານ​ມ່ວນຊື່ນ ໃນວັນ​ທີ 9 ຕຸລາ 2014 ເຊິ່ງ​ມີ​ເຮືອຊ່ວງ​ເຂົ້າ​ຮ່ວມ​ຊີງ​ໄຊ​ທັງ​ໝົດ 52 ລຳ ຂະນະ​ທີ່​ປະ

ຊາຊົນ​ລາວ​ບັນດາ​ເຜົ່າ ກໍ່​ຄື​ຊາວ​ນະຄອນຫຼວງວຽງ​ຈັນ ແລະ ນັກ​ທ່ອງ​ທ່ຽວ​ຊາວຕ່າງປະເທດ ໄດ້​ໃຫ້​ຄວາມ​ສົນໃຈ​ທ່ຽວ

​ຊົມ ແລະ ເລືອກ​ຊື້​ສິນຄ້າທີ່​ຈຳໜ່າຍ​ໃນ​ງານ​ບຸນ​ຢ່າງ​ຄຶກຄື້ນ ສຳລັບ​ພິທີ​ເປີດ​ການ​ແຂ່ງຂັນຊ່ວງ​ເຮືອ​ທ່າ​ວັດ​ຈັນ ປະຈຳ

​ປີ 2014 ຈັດ​ຂຶ້ນ​ຕອນ​ເຊົ້າວັນ​ທີ 9 ຕຸລາ ໃຫ້​ກຽດ​ເຂົ້າ​ຮ່ວມ​ຊົມ​ການແຂ່ງຂັນ​ຄັ້ງ​ນີ້ ມີ​ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະ

ທານ​ປະເທດ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ ພ້ອມດ້ວຍ​ບັນດາ​ລັດຖະມົນຕີ​ວ່າການຊ່ວຍ​

ວ່າການທູຕາ​ນູ​ທູດປະຈຳລາວ ແລະ ອົງ​ການຈັດຕັ້ງ​ກ່ຽວຂ້ອງ ຕະຫຼອດ​ຮອດ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ.

 

ງານ​ແຂ່ງຂັນ​ຊ່ວງ​ເຮືອ​ທ່າ​ວັດຈັນ ປະຈຳ​ປີ 2014 ມີ​ເຮືອ​ຊ່ວງເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 52 ລຳ ໃນ​ນັ້ນ​ປະກອບ​ມີ:

ເຮືອ​ປະ​ເພນີ​ຊາຍ 13 ລຳ ປະເພນີ​ຍິງ 5 ລຳ ປະເພດ​ເຮືອ​ສູດ 7 ລຳ ແລະ ເຮືອກີລາ 12 ສີພາຍ (ເຮືອ​ກີລາ) 27 ລຳ ຜົນ​

ການ​ແຂ່ງຂັນ​ປະກົດ​ວ່າ: ເຮືອ​ປະເພນີ​ຊາຍ ຊະນະ​ເລີດ​ໄດ້ແກ່​ເຮືອ​ຈາກ​ແຂວງ​ຫຼວງ​ພະ​ບາງ ໄດ້​ຮັບ​ຂັນເງິນ 1 ໜ່ວຍ

ພ້ອມ​ເງິນສົດ 21 ລ້ານ​ກີບ ອັນ​ດັບ 2 ເຮືອຫາດ​ສ້ຽວ ຮັບ​ຂັນ​ພ້ອມ​ເງິນສົດ 15 ລ້ານ​ກີບ ອັນ​ດັບ 3 ເຮືອ​ບ້ານທ່າ​ແຂກ

ຮັບ​ຂັນ​ພ້ອມ​ເງິນສົດ 10 ລ້ານ​ກີບ ແລະ ອັນ​ດັບ 4 ເຮືອນ້ອຍ​ອິດ​ທະ​ລິດ ໄດ້​ຮັບ​ເງິນສົດ 5 ລ້ານ​ກີບ ປະເພດ​ເຮືອ​ປະ

ເພນີ​ຍິງ ຊະນະ​ເລີດ​ໄດ້ແກ່​ເຮືອ​ບ້ານ​ຫາດສ້ຽວ ຮັບ​ຂັນເງິນ 1 ໜ່ວຍ ພ້ອມເງິນສົດ 21 ລ້ານ​ກີບ ອັນ​ດັບ 2 ເຮືອ​ບ້ານ

​ທ່າ​ພະ ຮັບ​ຂັນ​ພ້ອມເງິນສົດ 15 ລ້ານ​ກີບ ອັນ​ດັບ 3 ເຮືອ​ບ້ານ​ຫາດ​ກ້ຽງ ຮັບ​ຂັນ​ພ້ອມເງິນສົດ 10 ລ້ານ​ກີບ ແລະ ອັນ

ດັບ 4 ເຮືອ​ນາງ​ສາວ​ນາ​ຕາ​ລີ (ເຮືອ​ນາໆຊາດ) ໄດ້​ຮັບ​ເງິນສົດ 5 ລ້ານ​ກີບ ປະເພດ​ເຮືອ​ສູດ ຊະນະ​ເລີດ​ໄດ້ແກ່​ເຮືອ​ບ້ານ

​ຖິ່ນ​ເພຍ ໄດ້​ຮັບ​ຂັນ​ພ້ອມ​ເງິນສົດ 21 ລ້ານກີບ ອັນ​ດັບ 2 ເຮືອ​ບ້ານ​ຈອມແຈ້ງ ຮັບ​ຂັນ​ພ້ອມ​ເງິນສົດ 10 ລ້ານ​ກີບ ອັນ

​ດັບ 3 ເຮືອ​ບ້ານ​ທ່າພະ ຮັບ​ຂັນພ້ອມ​ເງິນສົດ 5 ລ້ານກີບ ແລະ ອັນ​ດັບ 4 ເຮືອ​ບ້ານ​ທ່າມ່ວງ ໄດ້​ຮັບ​ເງິນສົດ 5 ລ້ານ​ກີບ

ປະເພດ​ເຮືອ 12 ສີພາຍ (ເຮືອ​ກີລາ) ຊະນະ​ເລີດ​ໄດ້ແກ່​ເຮືອ​ລຳມໍ​ເຕີ ໄດ້​ຮັບ​ຂັນພ້ອມ​ເງິນ​ລາງວັນ 8 ລ້ານ​ກີບ ອັນ​ດັບ 2

ເຮືອນາງ​ສາວ​ຢາດ​ຟ້າ ໄດ້​ຮັບ​ຂັນພ້ອມ​ເງິນສົດ 6 ລ້ານ​ກີບ ແລະ ອັນ​ດັບ 3 ເຮືອ​ປະດັບ​ເພັດ ໄດ້​ຮັບຂັນ​ພ້ອມ​ເງິນສົດ

4 ລ້ານ​ກີບ.

 

ເປັນ​ກຽດ​ເຂົ້າ​ຮ່ວມ​ພິທີ​ປິດ​ການແຂ່ງຂັນ ແລະ ມອບ​ລາງວັນງານ​ບຸນຊ່ວງເຮືອ​ທ່າ​ວັດ​ຈັນ ປະຈຳປີ 2014 ໂດຍ​ທ່ານ

​ດຣ. ພັນຄຳ ວິພາ​ວັນ ຮອງ​ນາຍົກ​ລັດ​ຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ທ່ານ ສົມ​ວັນ​ດີ

ນາ​ຖາ​ວົງ ຮອງເຈົ້າ​ຄອງ​ນະຄອນຫຼວງ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...