spot_img
Homeຂ່າວທ້ອງຖິ່ນການເອີ້ນນາມ ຈົວ ແລະ ພຣະ?

ການເອີ້ນນາມ ຈົວ ແລະ ພຣະ?

Published on

ພຣະພຸດທະສາສະໜາເປັນສາສະໜາທີ່ຄົນລາວສ່ວນຫຼາຍໃຫ້ການນັບຖື ແລະ ໄດ້ມີການກຳນົດລະດັບຊັ້ນ ຂັ້ນຂອງຜູ້ທີ່ມີຖານະເປັນຜູ້ສືບທອດພຣະພຸດທະສາສາະໜາ ແລະ ຜູ້ຊົງສິນທີ່ສາມາດເທດສະໜາສັ່ງສອນປະຊາຊົນໃຫ້ປະພຶດຕົນຢູ່ໃນທາງທີ່ຊອບ ຊຶ່ງລຳດັບຊັ້ນນັ້ນແມ່ນອີງໃສ່ພັນສາທີ່ເຂົ້າບວດ ຜູ້ທີ່ບວດຫຼາຍພັນສາກໍຈະເປັນຜູ້ທີ່ມີຂັ້ນໃຫຍ່ ບໍ່ວ່າຈະເປັນ ຈົວ ຫຼື ພຣະ ກໍຕາມ ສັງເກດງ່າຍໆກໍຄືໃນເວລາບິນທະບາດ ພຣະທີ່ຍ່າງນຳໜ້າຂະບວນຄືພຣະທີ່ມີພັນສາ ຫຼື ພຣະທີ່ມີຍົດສູງກວ່າພຣະອົງອື່ນໆ.

ຕາມການໃຫ້ຂໍ້ມູນຂອງພໍ່ຕູ້ຈັນນັນ ມັກກະທາຍົກປະຈຳວັດຫາດຊາຍຂາວ ແລະ ວັດສຸທາວາດ (ບ້ານສົມຫວັງເໜືອ) ໄດ້ໃຫ້ຂໍ້ມູນກ່ຽວກັບເລື່ອງນີ້ວ່າ ການບວດຈົວຕາມຫຼັກການແລ້ວຜູ້ທີ່ຈະບວດແມ່ນຕ້ອງມີອາຍຸແຕ່ 10 ປີຂຶ້ນໄປ (ແຕ່ອີງໃສ່ສະພາບຕົວຈິງ ແລະ ຄວາມສະໝັກໃຈຂອງເດັກ ແລະ ຜູ້ປົກຄອງ ຊຶ່ງອາຍຸຕໍ່າກວ່າ 10 ປີກໍສາມາດບວດຈົວໄດ້) ການບວດພຣະແມ່ນຕ້ອງມີອາຍຸ 20 ປີຂຶ້ນໄປ.

  • ການບວດຈົວສາມາດບວດໄດ້ໂດຍພຣະໃນວັດ ແລະ ຍາດພີ່ນ້ອງ.
  • ການບວດພຣະແມ່ນຕ້ອງນິມົນພຣະຕາມວັດຕ່າງໆທີ່ຢູ່ໃນເຂດນັ້ນມາຮ່ວມ ແລະ ຈຳນວນພຣະທີ່ນິມົນມາກໍອີງໃສ່ກຳລັງ ແລະ ສັດທາຂອງຕົນ.

ພຣະທີ່ບວດແລ້ວກ່ອນຈະປ່ຽນສະຖານະກາຍເປັນສົມເດັດ ຍາຊາ ຍາຄູ ຫຼື ພຣະລູກແກ້ວ ຕ້ອງມີຄຸນງາມຄວາມດີ ໂດຍພໍ່ອອກແມ່ອອກເຫັນຄຸນງາມຄວາມດີເປັນຝ່າຍບວດຫົດໃຫ້ ພຣະອົງນັ້ນຈຶ່ງໄດ້ຮັບການເລື່ອນຂັ້ນສູງຂຶ້ນຕາມລຳດັບ.

ພຣະປະກອບມີ 4 ຂັ້ນຫາກຜ່ານການບວດຫົດແລ້ວ
ບວດຫົດເທື່ອທີ 1: ເອີ້ນວ່າ ສົມເດັດ
ບວດຫົດເທື່ອທີ 2: ເອີ້ນວ່າ ຍາຊາ
ບວດຫົດເທື່ອທີ 3: ເອີ້ນວ່າ ຍາຄູ
ບວດຫົດເທື່ອທີ 4: ເອີ້ນວ່າ ພຣະລູກແກ້ວ

ການຖືສິນຂອງພຣະ ແລະ ຜູ້ຮັກສາສາສິນມີດັ່ງນີ້:

  • ແມ່ຂາວຖືສິນ 8
  • ຈົວຖືສິນ 10
  • ພຣະຖືສິນ 227

ບົດໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...