Homeຂ່າວຕ່າງປະເທດຄາດຄະເນ ປະຊາກອນໂລກຈະເພີ່ມສູງເກືອບ 8 ພັນລ້ານຄົນໃນອີກ 30 ປີຂ້າງໜ້າ

ຄາດຄະເນ ປະຊາກອນໂລກຈະເພີ່ມສູງເກືອບ 8 ພັນລ້ານຄົນໃນອີກ 30 ປີຂ້າງໜ້າ

Published on

ອົງການສະຫະປະຊາຊາດໂດຍສຳນັກງານເສດຖະກິດ ແລະ ສັງຄົມໄດ້ເປີດເຜີຍຜົນການສຶກສາທີ່ລະບຸວ່າ ໃນອະນາຄົດປະຊາກອນໂລກຈະເພີ່ມສູງຂຶ້ນເຖິງ 9.700 ລ້ານຄົນໃນປີ 2050 ຫຼື ອີກປະມານ 30 ປີຂ້າງໜ້າ ຊຶ່ງປັດຈຸບັນປະຊາກອນໂລກມີຢູ່ປະມານ 7.500 ລ້ານຄົນ ລາຍງານດຽວກັນລະບຸອີກວ່າ ປະຊາກອນໂລກສາມາດເພີ່ມຂຶ້ນເຖິງ 11.000 ລ້ານຄົນພາຍໃນປີ 2100 ຕາມການລາຍງານຂອງໂຄງການປະຊາກອນໂລກ.

ນອກຈາກນີ້ ພາຍໃນປີ 2050 ປະຊາກອນຫຼາຍກວ່າເຄິ່ງໜຶ່ງຂອງໂລກຈະແອອັດຢູ່ພາຍໃນ 9 ປະເທດຄື ອິນເດຍ ໄນຈີເຣຍ ປາກິສຖານ ດີອາຣຄອງໂກ ເອທິໂອປີ ແທນຊາເນຍ ອິນໂດເນເຊຍ ເອຢິບ ແລະ ອາເມຣິກາ ຂະນະທີ່ປັດຈຸບັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກກໍຄື ສປ ຈີນ ຊຶ່ງຄາດຄະເນວ່າປະຊາກອນຈະຫຼຸດລົງປະມານ 2,2% ຫຼື ປະມານ 31,4 ລ້ານຄົນໃນຊ່ວງລະ ຫວ່າງປີ 2019-2050.

ຂະນະທີ່ພາບລວມຂອງຜົນການວິໄຈພົບວ່າ ມີຢ່າງໜ້ອຍ 27 ປະເທດທີ່ປະຊາກອນຈະຫຼຸດລົງຢ່າງໜ້ອຍ 1% ເນື່ອງຈາກອັດຕາການຈະເລີນພັນຫຼຸດລົງນັບແຕ່ປີ 2010 ເປັນຕົ້ນມາ ຊຶ່ງບາງປະເທດເຊັ່ນ ເບລາຣຸສ ເອສໂຕເນຍ ເຢຍລະມັນ ຮັງກາຣີ ອີຕາລີ ຍີ່ປຸ່ນ ຣັດ ເຊຍ ເຊີຣເບຍ ແລະ ຢູເຄຣນ ຈະມີອັດຕາການເສຍຊີວິດຫຼາຍກວ່າອັດຕາການເກີດ ແຕ່ຈຳນວນຜູ້ອົບພະຍົບທີ່ເຂົ້າມາໃນປະເທດຈະຊ່ວຍຊົດເຊີຍຈຳນວນອັດຕາທີ່ສູນເສຍໄປ.

ສຳລັບອັດຕາອາຍຸໄຂຂອງປະຊາກອນທົ່ວໂລກສະເລ່ຍຢູ່ທີ່ 77 ປີໃນປີ 2050 ຊຶ່ງເພີ່ມຂຶ້ນຈາກປັດຈຸບັນທີ່ອາຍຸໄຂສະເລ່ຍຂອງປະ ຊາກອນໂລກຢູ່ທີ່ 72,6 ປີ ແລະ ເພີ່ມຂຶ້ນພໍສົມຄວນເມື່ອທຽບກັບປີ 1990 ຊຶ່ງຢູ່ທີ່ 64,2 ປີ ອັນເນື່ອງມາຈາກເຕັກໂນໂລຊີດ້ານການແພດທີ່ກ້າວໜ້າ ແລະ ທັນສະໄໝຂຶ້ນ.

 

 

 

ຮຽບຮຽງ: ສະຫະລັດ ອວນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...