spot_img
Homeຂ່າວທ້ອງຖິ່ນຝົນຍັງຈະສືບຕໍ່ຕົກຈົນຮອດວັນທີ 23 ມິຖຸນາ 2019

ຝົນຍັງຈະສືບຕໍ່ຕົກຈົນຮອດວັນທີ 23 ມິຖຸນາ 2019

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 17-20 ມິຖຸນາ 2019 ວ່າ ຄວາມກົດດັນອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດດ້ວຍກຳລັງປານກາງ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ມີກຳລັງປານກາງຫາແຮງພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຢູ່ເກືອບທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກໃນລະດັບປານກາງຫາໜັກຢູ່ບາງທ້ອງຖິ່ນຂອງແຂວງພາກກາງຫາພາກໃຕ້ ແລະ ໃນວັນທີ 21-23 ມິຖຸນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດດ້ວຍກຳລັງປານກາງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະອ່ອນກຳລັງລົງຍັງສືບຕໍ່ພັດປົກຄຸມ ເຮັດໃຫ້ອາກາດຮ້ອນຂຶ້ນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງໃນຕອນບ່າຍຫາກາງຄືນຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ  ໃນໄລຍະວັນທີ 17-20 ມິຖຸນາ 2019 ອາກາດຈະຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ທົ່ວທຸກເຂດ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຂອງແຂວງຜົ້ງສາລີ ແລະ ຊຽງຂວາງ ຈາກນັ້ນໃນວັນທີ 21-23 ມິຖຸນາ 2019 ອາກາດຈະຮ້ອນຂຶ້ນອີກ ແລະ ຈະມີຝົນຕົກຟ້າຮ້ອງໃນລະກັບຄ່ອຍຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນຕົກ ໃນໄລຍະວັນທີ 17-23 ມິຖຸຸນາ 2019 ອາກາດຮ້ອນ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ.

ພາກກາງ ໃນໄລຍະວັນທີ 17-21 ມິຖຸນາ 2019 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມມີລົມແຮງເປັນບາງໂອກາດ ແລະ ຕົກປານກາງຫາຕົກໜັກຢູ່ບາງທ້ອງຖິ່ນ ຈາກນັ້ນວັນທີ 22-23 ມິຖຸນາ 2019 ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສະເພາະແຂວງໄຊສົມບູນ ເຂດຫຼັກ 20 ເມືອງວຽງທອງ ແລະ ເມືອງນາກາຍ ໃນໄລຍະວັນທີ 17-21 ມິຖຸນາ 2019 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຕົກໜັກຢູ່ບາງບໍລິເວນ ຈາກນັ້ນວັນທີ 22-23 ມິຖຸນາ 2019 ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ.

ພາກໃຕ້ ໃນໄລຍະວັນທີ 17-19 ມິຖຸນາ 2019 ອາກາດຮອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກເປັນບາງໂອກາດຢູ່ບາງທ້ອງຖິ່ນ ຈາກນັ້ນວັນທີ 20-23 ມິຖຸນາ 2019 ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໜັກເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສະເພາະເຂດພູພຽງບໍລິເວນ ໃນໄລຍະວັນທີ 17-23 ມິຖຸຸນາ 2019 ອາກາດເຢັນໃນຕອນເຊົ້າ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລະເວນ.

ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 17-20 ມິຖຸນາ 2019 ອາກາດຈະຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຈາກນັ້ນວັນທີ 21-23 ມິຖຸນາ 2019 ອາກາດຮ້ອນຂຶ້ນໃນຕອນ ບ່າຍ ແລະ ຈະມີຝົນຕົກຟາຮອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ.

 

 

ຮຽບຮຽງ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...