spot_img
Homeຂ່າວພາຍ​ໃນນາຍົກອອກ ດໍາລັດ ວ່າດ້ວຍ ການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ

ນາຍົກອອກ ດໍາລັດ ວ່າດ້ວຍ ການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ

Published on

ທອງສິງ ທຳມະວົງ

ການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ແມ່ນການຕິດຕາມ, ກວດກາການເຄື່ອນໄຫວ, ຕ້ານ ແລະ ສະກັດກັ້ນການນໍາໃຊ້ ຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ທີ່ເປັນໄພຕໍ່ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.

ຈຸດປະສົງໃນການອອກດໍາລັດດັ່ງກ່າວ ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແນໃສ່ປົກປ້ອງກຽດສັກສີ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ໃຫ້ບໍລິການ, ຜູ້ໃຊ້ບໍລິການ ແລະ ສັງຄົມປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
            ດໍາລັດປະກອບມີ 8 ໝວດ, 28 ມາດຕາ ແຕ່ທີມງານ#ລາວໂພສຕ໌ເຮົາຂໍຍົກເອົາເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດ ແລະເນື້ອໃນທີ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດ ມານຳສະເໜີດັ່ງນີ້:

ມາດຕາ 10 ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດ ເຊິ່ງປະກອບມີດັ່ງນີ້:

  1. ຕົວະຍົວະ, ຫຼອກລວງ ແລະຊວນເຊື່ອ ປະຊາຊົນທີ່ຢູ່ພາຍໃນແລະຕ່າງປະເທດ ຕໍ່ຕ້ານພັກປະຊາຊົນປະຕິວັດລາວ, ລັດຖະບານແຫ່ງ ສປປ ລາວ ຫຼືມ້າງເພສັນຕິພາບ, ຄວາມເປັນເອກະລາດ ແລະອະທິປະໄຕ, ຄວາມເປັນເອກະພາບແລະຄວາມວັດທະນາຖາວອນຂອງ ສປປ ລາວ.
  2. ຍຸຍົງ ແລະສົ່ງເສີມ ການເຄື່ອນໄຫວທີ່ເປັນການກໍ່ການຮ້າຍ, ຄາຕະກຳ ແລະປັ່ນປ່ວນຕໍ່ສັງຄົມ.
  3. ໂຄສະນາ ບິດເບືອນ ແລະປ່າວຂ່າວອະກຸສົນ ເພື່ອສ້າງຄວາມແບ່ງແຍກລະຫວ່າງຊົນເຜົ່າ ຫຼືລະຫວ່າງຊາດ.
  4. ເຜີຍແຜ່ຮູບລາມົກ, ຮູບຕັດຕໍ່ ແລະຮູບພາບອື່ນໆ ທີ່ກົດໝາຍ ສປປ ລາວ ເກືອດຫ້າມ, ຫຼືແຕະຕ້ອງເຖິງຮີດຄອງປະເພນີອັນດີງາມຂອງຊາດ ແລະແຕະຕ້ອງເຖິງຊັບສິນທາງປັນຍາຂອງຜູ້ອື່ນ ແລະຊື້-ຂາຍບໍລິການທາງເພດ.
  5. ເຜີຍແຜ່ຄວາມລັບຂອງຊາດ ຂອງທະຫານ ຫຼືຄວາມລັບດ້ານອື່ນ ທີ່ກຳໜົດໄວ້ໃນລະບຽບກົດໝາຍຂອງ ສປປ ລາວ.
  6. ເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະບິດເບືອນຄວາມຈິງ ເພື່ອຈຸດປະສົງເພື່ອຄວາມເສື່ອມເສຍຕໍ່ກຽດສັກສີ ຫຼືສິດທິສ່ວນບຸກຄົນຂອງຄົນອື່ນ, ພາກສ່ວນ, ສະຖາບັນ ຫຼືອົງການອື່ນ.
  7. ນຳໃຊ້ຊື່ຂອງບຸກຄົນ ຫຼືການຈັດຕັ້ງ, ຮູບພາບເໜັງຕິງ, ບໍ່ເໜັງຕິງ, ສຽງ, ວິດີໂອ, ລາຍເຊັນ, ລະຫັດຕ່າງໆ, ບັດສິນຊື່ທະນາຄານ ຫຼືເອກະສານສ່ວນຕົວຂອງບຸກຄົນອື່ນ ເພື່ອປະໂຫຍດ ຫຼືເພື່ອຈຸດປະສົງອື່ນ ໂດຍບໍ່ໄດ້ຮັບການອະນຸຍາດຈາກຜູ້ເປັນເຈົ້າຂອງ.

 

ມາດຕາ 11 ເນື້ອໃນທີ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດ:

ເນື້ອໃນຂໍ້ມູນຂ່າວສານທີ່ໄດ້ຮັບອະນຸຍາດເຜີຍແຜ່ ແມ່ນເນື້ອໃນທີ່ມີລັກສະນະສ້າງສັນ, ໃຫ້ຄວາມຮູ້, ເປັນປະໂຫຍດຕໍ່ສັງຄົມ ແລະເນື້ອໃນທີ່ບໍ່ຂັດກັບມາດຕາ 10 ຂ້າງເທິງນີ້.

 

ສະຫຼຸບສັ້ນໆ ງ່າຍໆ ກໍຄື ຫ້າມເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ສ້າງສັນແລະສົ່ງຜົນລົບ ແລະອະນຸຍາດໃຫ້ເຜີຍແຜ່ຂໍ້ມູນຂ່າວສານທີ່ສ້າງສັນແລະເປັນປະໂຫຍດຕໍ່ສັງຄົມ. ດັ່ງນັ້ນ, ເພື່ອນຜູ້ອ່ານທ່ານໃດທີ່ເປັນນັກເຜີຍແຜ່ ຫຼືນັກສົ່ງຕໍ່ທັງຫຼາຍຈົ່ງອ່ານໃຫ້ເຂົ້າໃຈແລະເອົາໄປປະຕິບັດ ກ່ອນຈະໄດ້ໄປກິນເຂົ້າລີງ ເພາະບົດລົງໂທດຕໍ່ຜູ້ລະເມີດຕໍ່ດຳລັດສະບັບນີ້ ຈະມີຕັ້ງແຕ່ການກ່າວເຕືອນ, ປັບໃໝ, ໃສ່ໂທດ ຈົນເຖິງຂັ້ນຕິດຄຸກ ຕາມແຕ່ລະກໍລະນີເບົາຫຼືໜັກ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...