Homeຂ່າວທ້ອງຖິ່ນຜູ້ນຳຈີນກຽມເດີນທາງໄປ ສປ ເກົາຫຼີ ຕາມຄຳເຊີນຂອງ ຄິມ ຈອງ ອຶນ

ຜູ້ນຳຈີນກຽມເດີນທາງໄປ ສປ ເກົາຫຼີ ຕາມຄຳເຊີນຂອງ ຄິມ ຈອງ ອຶນ

Published on

ສຳນັກຂ່າວຊີຊີທີວີຂອງ ສປ ຈີນລາຍງານເມື່ອວັນທີ 17 ມິຖຸນາຜ່ານມາວ່າ ປະທານາທິບໍດີ ສີ ຈິ້ນ ຜິງ ຂອງ ສປ ຈີນ ຈະເດີນ ທາງໄປຍັງປະເທດ ສປ ເກົາຫຼີ ຢ່າງເປັນທາງການລະຫວ່າງວັນທີ 20-21 ມິຖຸນານີ້ຕາມຄຳເຊື້ອເຊີນຂອງ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງ ສປ ເກົາຫຼີ ທັງນີ້ ຖືເປັນການເດີນທາງໄປຍັງ ສປ ເກົາຫຼີ ເປັນຄັ້ງທຳອິດໃນຮອບກວ່າ 10 ປີຂອງຜູ້ນຳຈີນ ຫຼັງຈາກໃນປີທີ່ຜ່ານມາຈີນ ແລະ ສປ ເກົາຫຼີ ໄດ້ພະຍາຍາມປັບປຸງຄວາມສຳພັນລະຫວ່າງກັນຈາກທີ່ເສື່ອມຖອຍລົງໄປຫຼັງຈາກຈີນໄດ້ສະ ແດງວ່າຕ້ອງການສະໜັບສະໜູນການຄວ້ຳບາດ ສປ ເກົາຫຼີ ຂອງສະຫະປະຊາດຫຼາຍຄັ້ງເພື່ອຕອບໂຕ້ການເຄື່ອນໄຫວດ້ານນິວເຄລຍຂອງ ສປ ເກົາຫຼີ.

ທັງນີ້ ໃນປີຜ່ານມາ ທ່ານ ຄິມ ໄດ້ເດີນທາງໄປຢ້ຽມຢາມ ສປ ຈີນເຖິງ 4 ຄັ້ງເພື່ອພົບປະຫາລືກັບຜູ້ນຳຈີນ ກ່ອນທີ່ຈະມີການເຊື້ອເຊີນຜູ້ນຳຈີນມາຢ້ຽມຢາມ ສປ ເກົາຫຼີ ໂດຍຄັ້ງຫຼ້າສຸດທີ່ຜູ້ນຳຈີນເຄີຍເດີນທາງມາຍັງ ສປ ເກົາຫຼີ ເມື່ອປີ 2005.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon.co.th

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...