Homeຂ່າວຕ່າງປະເທດຜູ້ນຳຟີລິບປິນຖະແຫຼງຄັ້ງທຳອິດ ເຫດເຮືອປະມົງຕຳກັນຖືເປັນອຸບັດເຫດ

ຜູ້ນຳຟີລິບປິນຖະແຫຼງຄັ້ງທຳອິດ ເຫດເຮືອປະມົງຕຳກັນຖືເປັນອຸບັດເຫດ

Published on

ຜ່ານມາກວ່າ 1 ອາທິດປະທານາທິບໍລິດ ໂຣດຣິໂກ ດູເຕຣເຕ ໄດ້ອອກມາໃຫ້ຄວາມເຫັນເປັນຄັ້ງທຳອິດກ່ຽວກັບກໍລະນີເຮືອປະມົງຂອງຟີລິບປິນ ແລະ ຈີນ ຕຳກັນໃນທະເລພິພາດວ່າ ເປັນພຽງອຸບັດເຫດເຮືອຕຳກັນເທົ່ານັ້ນ ທັງນີ້ ກໍຮຽກຮ້ອງໃຫ້ທຸກຝ່າຍຢ່າເຮັດໃຫ້ເລື່ອງເລັກນ້ອຍກາຍເປັນເລື່ອງໃຫຍ່.

ກໍລະນີດັ່ງກ່າວເກີດຂຶ້ນເມື່ອວັນທີ 9 ມິຖຸນາຜ່ານມາ ຂະນະທີ່ສະຖານເອກອັກຄະຣາຊະທູດຈີນປະຈຳ ສສ ຫວຽດນາມ ກໍໄດ້ອອກມາປະຕິເສດກໍລະນີທີ່ເປັນປະເດັນຄື “ຕຳແລ້ວໜີ” ໂດຍທ່ານໄດ້ຢືນຢັນວ່າເຮືອຂອງຈີນພະຍາຍາມເຂົ້າຊ່ວຍເຫຼືອລູກເຮືອຂອງຟີ ລິບປິນທັງ 22 ຄົນ ແຕ່ກໍຈຳເປັນຕ້ອງຖອຍເຮືອອອກມາເນື່ອງຈາກໃນຂະນະນັ້ນມີເຮືອຂອງຟີລິບປິນປະມານ 7-8 ລຳເຂົ້າມາລ້ອມໄວ້ກ່ອນທີ່ເຮືອຂອງຫວຽດນາມຈະເຂົ້າມາຊ່ວຍເຫຼືອໃນເວລາຕໍ່ມາ.

ຂະນະທີ່ຜູ້ນຳຟີລິບປິນໄດ້ອອກມາກ່າວກ່ຽວກັບກໍລະນີດັ່ງກ່າວນີ້ວ່າ ເຫດການນີ້ເປັນພຽງອຸບັດເຫດເຮືອຕຳກັນ ແລະ ທຸກຝ່າຍບໍ່ຄວນເຮັດໃຫ້ເລື່ອງນີ້ລຸກລາມບານປາຍ ຫຼັງຈາກທີ່ຝ່າຍຄ້າຍຮຽກຮ້ອງໃຫ້ມີການຫຼຸດລະດັບຄວາມສຳພັນທາງການທູດກັບຈີນ ແຕ່ຜູ້ນຳຟີລິບປິນກໍໃຫ້ຄຳໝັ້ນວ່າຈະສືບສວນກໍລະນີນີ້ຢ່າງລະອຽດ ແລະ ໃຫ້ຄວາມເປັນທຳກັບທຸກຝ່າຍ ສ່ວນກະຊວງການຕ່າງປະ ເທດຂອງຟີລິບປິນໄດ້ດຳເນີນການຮ້ອງຮຽນຕາມຫຼັກການທູດໄປຍັງລັດຖະບານ ສປ ຈີນ ແລ້ວ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews.co.th

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...