spot_img
Homeຂ່າວທ້ອງຖິ່ນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າທາຍຫຼາຍຢ່າງ

ການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າທາຍຫຼາຍຢ່າງ

Published on

ການປູກຈິດສຳນຶກໃຫ້ກັບປວງຊົນ ແລະ ການຈັດສັນອາຊີບທີ່ໝັ້ນຄົງຕິດພັນກັບການລຶບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໃນເຂດພູດອຍຫ່າງໄກສອກຫຼີກຍັງເປັນສິ່ງທ້າທາຍຫຼາຍສຳລັບການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ໃຫ້ມີຄວາມຍືນຍົງ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 10 ມິຖຸນາ 2019 ນີ້ວ່າ ເຖິງວ່າລັດຖະບານມີນິຕິກຳກ່ຽວກັບວຽກງານປ່າໄມ້ຫຼາຍສະບັບກໍຕາມ ແຕ່ການໂຄສະນາເຜີຍແຜ່ເຊື່ອມຊືມ ແລະ ປູກຈິດສຳນຶກໃຫ້ກັບປວງຊົນໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ເຫັນວ່າຍັງບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ ໂດຍສະເພາະແມ່ນຢູ່ຂັ້ນຮາກຖານທ້ອງຖິ່ນ ພ້ອມດຽວກັນນັ້ນ ການຈັດສັນອາຊີບທີ່ໝັ້ນຄົງຕິດພັນກັບການລຶບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າຢູ່ເຂດພູດອຍຫ່າງໄກສອກຫຼີກຍັງຂາດທຶນຮອນ ແລະ ການແນະນຳທາງດ້ານເຕັກ ນິກໃນການປູກ ແລະ ການລ້ຽງ ຈຶ່ງເຮັດໃຫ້ເຂົາເຈົ້າຍັງດຳລົງຊີວິດແບບດັ່ງເດີມດ້ວຍການຖາງປ່າເຮັດໄຮ່ ຂະນະດຽວກັນ ການກວດກາຕິດຕາມການຈັດຕັ້ງປະຕິບັດກົດໝາຍຂອງອົງການລັດແຕ່ຂັ້ນສູນກາງຮອດທ້ອງຖິ່ນບໍ່ທັນເຂັ້ມງວດເທົ່າທີ່ຄວນ ໃນກໍລະ ນີມີມະຕິຄຳສັ່ງແລ້ວກໍຍັງມີການລະເມີດ ພາໃຫ້ເກີດມີການລັກລອບຂຸດຄົ້ນໄມ້ຢູ່ບາງບ່ອນ ລວມທັງນະໂຍບາຍຊຸກຍູ້ທົ່ວປວງຊົນໃຫ້ເຂົ້າຮ່ວມໃນການຄຸ້ມຄອງ ປົກປັກຮັກສາ ແລະ ຟື້ນຟູປ່າໄມ້ ຂະນະທີ່ການປູກໄມ້ເປັນສິນຄ້າຍັງບໍ່ທັນເປັນແຮງຈູງໃຈເທົ່າທີ່ຄວນ ໂດຍສະເພາະແມ່ນນະໂຍບາຍແບ່ງປັນຜົນປະໂຫຍດ ການເຂົ້າເຖິງແຫຼ່ງທຶນ ແລະ ດ້ານການຕະຫຼາດ.

ນອກຈາກນັ້ນ ການລົງທຶນຂອງລັດເຂົ້າໃນວຽກງານການຄຸ້ມຄອງ ປົກປັກຮັກສາປ່າໄມ້ ລວມທັງວຽກປູກໄມ້ ແລະ ຟື້ນຟູປ່າຍັງຈຳກັດ ລະບົບກົງຈັກການຈັດຕັ້ງຂອງຂະແໜງປ່າໄມ້ຢູ່ຂັ້ນທ້ອງຖິ່ນຍັງບໍ່ທັນເປັນລະບົບຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ເປັນຕົ້ນແມ່ນຍັງຂາດກົງຈັກການຈັດຕັ້ງທີ່ປະຈຳການຢູ່ແຕ່ລະເຂດປ່າໄມ້ ເພື່ອເຮັດໜ້າທີ່ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ຮ່ວມກັບປະຊາຊົນ ຜ່ານມາການຫັນປ່ຽນເນື້ອທີ່ປ່າໄມ້ໄປຮັບໃຊ້ເປົ້າໝາຍອື່ນ ຍັງບໍ່ທັນຄົ້ນຄວ້າວິໄຈເຖິງປະສິດທິພາບ ແລະ ປະສິດທິຜົນທາງດ້ານເສດຖະກິດສັງຄົມ ແລະ ສິ່ງແວດລ້ອມເຊັ່ນ ປ່າສະຫງວນດົງໂພສີເປັນເຂດເສດຖະກິດພິເສດ ປ່າສະ ຫງວນດົງບ້ານໄຊເປັນສະໜາມກີລາແຫ່ງຊາດ ແລະ ສະໜາມກ໊ອບຊີເກມ ແລະ ປ່າສະຫງວນຫ້ວຍຍາງເປັນເຂດປຸກສ້າງພື້ນຖານໂຄງລ່າງຂອງລັດຖະບານ.

ແນວໃດກໍດີ ລັດຖະບານກໍໄດ້ວາງຄາດໝາຍເພື່ອໃຫ້ບັນລຸເປົ້າໝາຍເນື້ອທີ່ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ຫຼື 16,5 ລ້ານເຮັກຕາ ຂອງເນື້ອທີ່ທົ່ວປະເທດພາຍໃນປີ 2020 ມາຮອດປັດຈຸບັນສາມາດກຳນົດເນື້ອທີ່ດິນປ່າໄມ້ທຳມະຊາດຕາມ 3 ປະເພດປ່າຄື ປ່າປ້ອງກັນ ປ່າສະຫງວນ ແລະ ປ່າຜະລິດແຫ່ງຊາດໃນລະດັບຊາດ ແຂວງ ແລະ ເມືອງໄດ້ 15,42 ລ້ານເຮັກຕາ ໃນນັ້ນ ປ່າປ້ອງກັນ ມີທັງທັງໝົດ 139 ແຫ່ງ ມີເນື້ອທີ່ 7,98 ລ້ານເຮັກຕາ ປ່າສະຫງວນ ມີ 172 ແຫ່ງ ມີເນື້ອທີ 4,93 ລ້ານເຮັກຕາ ແລະ ປ່າຜະລິດແຫ່ງຊາດມີທັງໝົດ 51 ແຫ່ງ ມີເນື້ອທີ່ 3,1 ລ້ານເຮັກຕາ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...