spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວ 7,2 ສັ່ນສະເທືອນແຄມຝັ່ງນິວຊີແລນ

ແຜ່ນດິນໄຫວ 7,2 ສັ່ນສະເທືອນແຄມຝັ່ງນິວຊີແລນ

Published on

ເກີດເຫດແຜ່ນດິນໄຫວຮຸນແຮງໃນທະເລນອກແຄມຝັ່ງຂອງປະເທດນິວຊີແລນ ເຮັດໃຫ້ໜ່ວຍງານທັງພາຍໃນ ແລະ ລະດັບນາໆຊາດປະກາດເຕືອນໄພວ່າອາດເກີດຄື້ນຍັກສຶນາມິ.

ສຳນັກສຳຫຼວດທໍລະນີວິທະຍາແຫ່ງອາເມຣິກາ (USGS) ລາຍງານວ່າ ເມື່ອເວລາປະມານ 05:55 ໂມງ ຂອງວັນທີ 16 ມິຖຸນາ (ຕາມເວລາບ້ານເຮົາ) ເກີດເຫດແຜ່ນດິນ ໄຫວຮຸນແຮງ ວັດແທກລະດັບແຮງສັ່ນສະເທືອນໄດ້ໃນລະດັບ 7,2 ນອກແຄມຝັ່ງທາງຕາເວັນອອກສຽງເໜືອຂອງປະເທດນິວຊີແລນ ຊຶ່ງຈຸດສູນກາງຢູ່ໃນທະເລິກກວ່າ 34,4 ກີໂລແມັດຫ່າງຈາກເກາະເອລສເປີເຣນ ຣ໋ອກ ໄປທາງຕາເວັນອອກສຽງເໜືອປະມານ 103 ກີໂລແມັດ.

ໂດຍແຮງສັ່ນສະເທືອນແຜ່ນດິນໄຫວເຮັດໃຫ້ສຳນັກງານປ້ອງກັນພົນລະເຮືອນໃນນິວຊີແລນປະກາດເຕືອນໄພຄື້ນສຶນາມິ ຊຶ່ງຫາກເກີດຄື້ນຍັກດັ່ງກ່າວມັນຕ້ອງເວລາຢ່າງໜ້ອຍ 2 ຊົ່ວໂມງຈຶ່ງຈະເດີນທາງເຖິງນິວຊີແລນ ຂະນະທີ່ສູນເຕືອນໄພສຶນາມິແປຊິຟິກຂອງອາເມຣິກາລະບຸວ່າ ມີຄວາມສ່ຽງເກີດຄື້ນຍັກສຶນາມິ ໂດຍສະເພາະຈຸດທີ່ໃກ້ສູນກາງແຜ່ນດິນໄຫວໃນລະຍະ 300 ກີໂລແມັດ ແຕ່ຈະບໍ່ມີຜົນກະທົບກັບປະທດອື່ນ.

ທັງນີ້ ຍັງບໍ່ມີລາຍງານວ່າເກີດຄວາມເສາຍຫາຍທັງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນນິວຊີແລນຈາກຜົນກະທົບຂອງເຫດການແຜ່ນດິນໄຫວໃນຄັ້ງນີ້.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath.co.th

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...