spot_img
Homeຂ່າວຕ່າງປະເທດອາຊີກາງເຫັນພ້ອມເພີ່ມຄວາມຮ່ວມມືດ້ານເສດຖະກິດ-ຄວາມໝັ້ນຄົງ

ອາຊີກາງເຫັນພ້ອມເພີ່ມຄວາມຮ່ວມມືດ້ານເສດຖະກິດ-ຄວາມໝັ້ນຄົງ

Published on

ທີ່ປະຊຸມກຸ່ມປະເທດສະມາຊິກຄວາມຮ່ວມມືອາຊີກາງເຫັນພ້ອມການສົ່ງເສີມຄວາມຮ່ວມມືກັນຢ່າງຍືນຍົງທັງໃນດ້ານການເມືອງ ເສດຖະກິດ ແລະ ຄວາມໝັ້ນຄົງ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນດູຊານເບ ປະເທດທາຈິກິສຖານເມື່ອວັນທີ 16 ມິຖຸນາຜ່ານມາວ່າ ການປະຊຸມວ່າດ້ວຍການສົ່ງເສີມປະຕິສຳພັນ ແລະ ມາດຕະການການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະເທດໃນພູມີພາກອາຊີຄັ້ງທີ 5 ຊຶ່ງຈັດຂຶ້ນທີ່ນະຄອນດູຊານເບເມື່ອອາທິດທີ່ຜ່ານມາ ໂດຍການປະຊຸມດັ່ງກ່າວເປັນການປະຊຸມລະຫວ່າງປະເທດເພື່ອສົ່ງເສີມຄວາມຮ່ວມມືພາຍໃນກຸ່ມປະເທດອາຊີກາງ ແລະ ພູມີພາກໃກ້ຄຽງ.

ທັງນີ້ ສະມາຊິກທັງ 27 ປະເທດ ລວມທັງ ສປ ຈີນ ຣັດເຊຍ ອິນເດຍ ຕວັກກີ ສ.ເກົາຫຼີ ອີຣານ ແລະ ໄທ ອອກຖະແຫຼງການຮ່ວມກັນໂດຍໄດ້ບັນລະຍາຍກ່ຽວກັບການຍົກລະດັບຄວາມຮ່ວມມືທັງໃນດ້ານຄວາມໝັ້ນຄົງ ແລະ ການພັດທະນາເສດຖະກິດຢ່າງຍືນຍົງໃນກຸ່ມປະເທດສະມາຊິກ ໂດຍທີ່ປະຊຸມມີຄວາມເຫັນພ້ອມວ່າ ໄພຄຸກຄາມຈາກການກໍ່ການຮ້າຍກຳລັງຄືບຄານເຂົ້າສູ່ອາຊີກາງ ແລະ ອາຊີຕາເວັນອອກສຽງໃຕ້ ພາຍຫຼັງກຸ່ມໄອເອສສູນເສຍຖານທີ່ໝັ້ນໃນອີຣັກ ແລະ ຊີເຣຍ ຂະນະດຽວກັນ ສະມາຊິກຍັງໄດ້ຕົກລົງເພີ່ມຄວາມຮ່ວມມືໃນດ້ານການເມືອງເພື່ອເສີມສ້າງຄວາມເຊື່ອໝັ້ນ ແລະ ການປະຕິຮູບນະໂຍບາຍການຄ້າໃຫ້ມີຄວາມສົມດຸນເພີ່ມຂຶ້ນກວ່າເກົ່າ.

ສຳລັບການປະຊຸມຄັ້ງຕໍ່ໄປຊຶ່ງເປັນຄັ້ງທີ 6 ຈະມີຂຶ້ນໃນປີ 2022 ແຕ່ຍັງບໍ່ມີການປະກາດປະເທດເຈົ້າພາບຢ່າງເປັນທາງການ ພ້ອມນີ້ ການປະຊຸມດັ່ງກ່າວເກີດຂຶ້ນຄັ້ງທຳອິດເມື່ອປີ 1991 ທີ່ປະເທດຄາຊັກສະຖານຕາມແນວຄິດລິເລີ່ມຂອງ ທ່ານ ນູຣສຸລະຕານ ນາຊາຣບາເຢຟ ປະທານາທິບໍດີຂອງຄາຊັກສະຖານໃນເວລານັ້ນເພື່ອກະຊັບຄວາມສຳພັນລະຫວ່າງພູມີພາກໃນທະວີບອາຊີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews.co.th

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...