Home​ຂ່າວທ່ອງທ່ຽວຈະປຸກໂຮງແຮມ 3 ດາວ ຢູ່ຖິ່ນກຳເນີດການປະຕິວັດ

ຈະປຸກໂຮງແຮມ 3 ດາວ ຢູ່ຖິ່ນກຳເນີດການປະຕິວັດ

Published on

611c71b2dafa697c9d13ae7fed48f121

   ​ແນ​ໃສ່ຕອບ​ສະໜອງຄວາມ​ຮຽກ​ຮ້ອງຕ້ອງການ​ຂອງ​ຂະ​ແໜງ​ບໍລິການ​ໃຫ້ມີ​ສິ່ງ​ຮອງຮັບ​ການ​ມາ​ພັກ​ເຊົາຂອງ​ບັນດາ​ແຂກ​ຄົນທີ່ຈະ​ເດີນທາງ​ມາແຂວງຫົວພັນ​ໃຫ້ມີ​ຈຳນວນ​ຫຼາຍຂຶ້ນ ສົມກັບທ່າ​ແຮງ​ດ້ານ​ການທ່ອງ​ທ່ຽວ ທາງການ​ ແຂວງ​ໄດ້ອະນຸມັດ​ໃຫ້ນັກທຸລະກິດຫວຽດນາມ​ເຂົ້າ​ມາ​ສຳ​ປະທານ ​ເພື່ອ​ປຸກ​ໂຮງ​ແຮມ 3 ດາວ​ຢູ່ເມືອງ​ວຽງ​ໄຊ ຖິ່ນ​ກຳ​ເນີ​ດຂອງ​ການ​ປະຕິວັດ.

   ພິທີ​ລົງ​ນາມສ​ຳປະທາ​ນທີ່ດິນ​ໄດ້ຈັດ​ຂຶ້ນ​ໃນ​ແລງ​ວັນ​ທີ 6 ຕຸລາ 2014 ນີ້ທີ່ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງ​ຫົວພັນ ​ເຊັນ​ຕາງໜ້າ​ໃຫ້ອຳນາດ​ການ​ປົກຄອງ​ແຂວງ​ໂດຍ​ທ່ານ ພອນ​ໄຊ ອິນ​ທະ​ວົງ ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ, ທ່ານ ​ເຂັມ​ພອນ ທະວີ​ໄຊ ຫົວໜ້າ​ພະ​ແນ​ກຖະ​ແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຝ່າຍ​ບໍລິສັດ​ແມ່ນ ທ່ານ ​ເລ​ວັນ​ຮື​ງ ອຳນວຍ​ການ​ບໍລິສັດ​ຮຶງຟາດ ຈຳກັດ ​ແລະ ທ່ານ ອານ​ວັນ​ຕວນ ອຳນວຍ​ການ​ບໍລິສັດ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ແຮ່ທາດ​ຮວ່າງ​ເຊີນ ຈຳກັດ ​ແຫ່ງ ສສ ຫວຽດນາມ ​ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ ທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ໃສ ເຈົ້າ​ແຂວງໆ​ຫົວພັນ, ມີ​ບັນດາ​ພາກສ່ວນ​ກ່ຽວຂ້ອງ​ຂັ້ນ​ແຂວງ, ​ເມືອງ​ວຽງ​ໄຊ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ​ທັງ​ສາມ​ຝ່າຍ​ເຂົ້າ​ຮ່ວມ​ນຳ.

   ທັງ​ນີ້ ການ​ເຂົ້າ​ມາ​ຂອງ​ນັກທຸລະກິດ​ຫວຽດນາມ​ຄັ້ງນີ້ແມ່ນ​ເພື່ອ​ຂໍ​ສຳ​ປະທານ​ເນື້ອທີ່ດິນ 6.121 ຕາ​ແມັດ ​ສ້າງຕັ້ງພັດ​ຕາຄານ​ຮຶງຟາດ ​ແລະ ສຳ​ປະທານ​ໂຮງ​ແຮມ​ເລກ 1 ຢູ່ບ້ານວຽງ​​ໄຊ ​ເມືອງ​ວຽງໄຊ ​ແຂວງ​ຫົວພັນ ​ໃນ​ການ​ສັນຍາ​ທັງ​ສອງ​ໂຄງການ​ນີ້ມີ​ໄລຍະ​ສຳ​ປະທານ 50 ປີ ​ໃນ​ນີ້ບໍລິສັດ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ແຮ່​ທາດ​ຮວ່າງຟຸກລາງ​ເຊີນມີ​ເນື້ອທີ່ສຳ​ປະທານ 2,2 ​ເຮັກຕາ ​ເພື່ອ​ປຸກ​ສ້າງ​ເປັນ​ໂຮງ​ແຮມ 3 ດາວ.

ຂ່າວ: ນິດ​ຖະ­ໜອມ ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...