Homeຂ່າວພາຍ​ໃນເຮັດວຽກເກີນໂມງ (ວຽກພາດທາມ) ແຕ່ໄດ້ເງິນເດືອນຕ່າງກັນ

ເຮັດວຽກເກີນໂມງ (ວຽກພາດທາມ) ແຕ່ໄດ້ເງິນເດືອນຕ່າງກັນ

Published on

ແຮງງານແມ່ນພະລັງງານທາງດ້ານຮ່າງກາຍ ແລະ ມັນສະໝອງຂອງມະນຸດທີ່ນຳໃຊ້ເຂົ້າໃນການເຮັດວຽກຊຶ່ງກໍ່ໃຫ້ເກີດຜົນທາງດ້ານເສດຖະກິດ ​ວັດທະນະທຳ-ສັງຄົມ.

ສຳລັບການຈ້າງງານໃນ ສປປ ລາວ ແມ່ນຈະມີຢູ່ 2 ເວລາຄື ຈ້າງງານຕອນກາງເວັນ ແລະ ກາງຄືນ ໂດຍໃນກົດໝາຍໄດ້ລະບຸໄວ້ວ່າ ໃນຕອນກາງເວັນແມ່ນເຮັດວຽກ 8 ຊົ່ວໂມງ ສ່ວນໂມງເຮັດວຽກກາງຄືນແມ່ນບໍ່ຕໍ່າກວ່າ 7 ຊົ່ວໂມງຄື ເລີ່ມແຕ່ 20:00 ຫາ 6:00 ໂມງເຊົ້າ ຖ້າຄິດໄລ່ແລ້ວແມ່ນຕົກຢູ່ 11 ຊົ່ວໂມງ.

ສຳລັບການເຮັດວຽກກາງຄືນ ໂດຍສະເພາະແມ່ນເຮັດວຽກຕາມຮ້ານອາຫານ ຫຼື ສະຖານບັນເທີງຕ່າງໆ ຊຶ່ງບາງຮ້ານຈະກຳນົດໃຫ້ເລີ່ມເຂົ້າວຽກແຕ່ເວລາ 18:00 ໂມງ ແຕ່ຜູ້ອອກແຮງງານອາດຕ້ອງໄດ້ມາຮອດສະຖານທີ່ເຮັດວຽກຊ້າສຸດປະມານ 17:00 ໂມງ ບາງວັນອາດເລີກເດິກຮອດ 24:00 ໂມງ ຫຼື ກາຍໂມງ ເພາະອີງໃສ່ສະພາບໃນຮ້ານ ຫຼື ງານຕົວຈິງ.

ແຕ່ທີ່ສັງເກດກໍຈະພົບວ່າຄ່າແຮງງານສຳລັບຄົນເຮັດວຽກກາງເວັນ ແລະ ກາງຄືນ ແມ່ນມີຄວາມແຕກຕ່າງກັນເລັກໜ້ອຍ ເພາະວຽກຕອນກາງເວັນຄ່າແຮງງານຈະຕົກຢູ່ທີ່ 800.000 ກີບຂຶ້ນໄປ (ຕາມທີ່ໄດ້ເກັບກຳຂໍ້ມູນຈາກຄົນທີ່ເຮັດອາຊີບກາງຄືນ) ໂດຍສະເພາະແມ່ນພະນັກງານເສີບອາຫານ ບາງບ່ອນແມ່ນຈະໄດ້ຮັບຄ່າແຮງງານພຽງເດືອນລະ 600.000 – 800.000 ກີບ ຊຶ່ງເລີ່ມເຂົ້າວຽກແຕ່ 17:00 ໂມງ ແລະ ເລີກວຽກບາງມື້ 24:00 ໂມງ ຫຼື ກາຍໂມງ ແລະ ຄົນທີ່ເຮັດອາຊີບເສີບຢູ່ໃນຮ້ານອາຫານຈະບໍ່ມີມື້ພັກ (ເຮັດວຽກ 7 ມື້) ເນື່ອງຈາກເປັນງານບໍລິການ ຂະນະທີ່ສ່ວນຫຼາຍແມ່ນຍັງບໍ່ທັນມີການຄຸ້ມຄອງກ່ຽວກັບສະຫວັດດີການ ໂດຍສະເພາະແມ່ນການເຮັດປະກັນສັງຄົມ.

ໃນກົດໝາຍ ສປປ ລາວ ລະບຸໄວ້ວ່າ ຄ່າແຮງງານຂັ້ນຕໍ່າແມ່ນ 1.100.000 ກີບ ແລະ ໃນມາດຕາ 61 ການເຮັດວຽກໃນເວລາກາງຄືນ ໃຫ້ນັບແຕ່ 20:00-6:00 ໂມງເຊົ້າ​ ວຽກກາງຄືນແມ່ນທຸກວຽກທີ່ປະຕິບັດບໍ່ຕໍ່າກວ່າ 7 ຊົ່ວໂມງ ຕິດຕໍ່ກັນ ຜູ້ອອກແຮງງານທີ່ເຮັດວຽກກາງຄືນມີສິດໄດ້ພັກວຽກຢ່າງໜ້ອຍ 11 ຊົ່ວໂມງກ່ອນຈະເລີ່ມວຽກໃນວັນໃໝ່ ໃນກໍລະນີຜູ້ເຮັດວຽກກາງຄືນບໍ່ສາມາດເຮັດວຽກໄດ້ຍ້ອນເຫດຜົນທາງສຸຂະພາບໂດຍມີການຢັ້ງຢືນຂອງແພດ ໃຫ້ຜູ້ໃຊ້ແຮງງານຊັບຊ້ອນ ຫຼື ຍົກຍ້າຍຜູ້ກ່ຽວໄປເຮັດວຽກອື່ນທີ່ເໝາະສົມຊົ່ວຄາວ ໂດຍຈະໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ.

ສຳລັບຜູ້ທີ່ເຮັດວຽກໃນເວລາກາງເວັນແມ່ນເຮັດວຽກມື້ໜຶ່ງ 8 ຊົ່ວໂມງ ຕາມກົດໝາຍຜູ້ອອກແຮງງານຕ້ອງມີວັນພັກຢ່າງໜ້ອຍອາທິດລ່ະ 1 ມື້ ແລະ ມີສິດພັກໃນວັນພັກລັດຖະການ ລວມການເຮັດວຽກເພີ່ມໂມງທີ່ລະບຸໄວ້ໃນມາດຕາ 53 ຊຶ່ງຊົ່ວໂມງໃນການເຮັດວຽກລ່ວງເວລາເດືອນໜຶ່ງບໍ່ໃຫ້ເກີນ 45 ຊົ່ວໂມງ ຫຼື ມື້ໜຶ່ງບໍ່ໃຫ້ເກີນ 3 ຊົ່ວໂມງ ແຕ່ບໍ່ໃຫ້ເຮັດວຽກເພີ່ມເກີນໂມງຕິດຕໍ່ກັນ 4 ວັນ ຍົກເວັ້ນກໍລະນີມີເຫດສຸກເສີນ ໃນການເຮັດວຽກເພີ່ມແຕ່ລະຄັ້ງນາຍຈ້າງຕ້ອງແຈ້ງລ່ວງໜ້າ ພ້ອມຕ້ອງຈ່າຍຄ່າແຮງງານເພີ່ມໂມງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ຄ່າແຮງງານ ຫຼື ຊົ່ວໂມງການເຮັດວຽກຂອງທັງສອງເວລານີ້ ຫຼື ການໄດ້ຮັບສະຫວັດດີການ ຫຼື ​ນະໂຍບາຍຕ່າງໆຍັງມີຄວາມຫຼຸດໂຕນກັນຢ່າງຊັດເຈນ ແລະ ນີ້ກໍເປັນອີກໜຶ່ງປະເດັນທີ່ຄວນໄດ້ຮັບການພິຈາລະນາຄືນຈາກພາກສ່ວນທີ່ກ່ຽວຂ້ອງ.

ໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...