Homeຂ່າວຕ່າງປະເທດສານແອັດສະປາຍ ສັ່ງຂ້າໝາຜູ້ຕິດເຊື້ອອີໂບລາ ຫວັ່ນອາດຕິດເຊື້ອ ແລະ ແຜ່ເຊື້ອສູ່ມະນຸດ

ສານແອັດສະປາຍ ສັ່ງຂ້າໝາຜູ້ຕິດເຊື້ອອີໂບລາ ຫວັ່ນອາດຕິດເຊື້ອ ແລະ ແຜ່ເຊື້ອສູ່ມະນຸດ

Published on

 

ສານແອັດສະປາຍ ມີຄຳສັ່ງຂ້າໝາຂອງຜູ້ຕິດເຊື້ອອີໂບລາ ຫວັ່ນໝາອາດຈະຕິດເຊື້ອ ແລະ ແຜ່ເຊື້ອສູ່ມະນຸດ

 

ວັນທີ 8 ຕຸລານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ສານຂອງແອັດສະປາຍ ມີຄຳສັ່ງໃຫ້ສັງຫານ ເອັກຄາລິບໍ

ໝາພັນປະສົມຂອງຜູ້ຊ່ວຍນາງພະຍາບານ ທີ່ຕິດເຊື້ອອີໂບລາ ເພາະອາດມີໂອກາດທີ່ໝາຈະເປັນພາຫະນຳແຜ່

ກະຈາຍເຊື້ອອີໂບລາໄປສູ່ມະນຸດ.

 

ໂດຍລາຍງານໄດ້ລະບຸວ່າ ຜູ້ຊ່ວຍນາງພະຍາບານຄົນດັ່ງກ່າວ ເປັນບຸກຄົນທຳອິດທີ່ຕິດເຊື້ອອີໂບລາ ນອກທະວີບ

ອາຟຣິກາ ຫລັງຮັບໜ້າທີ່ດູແລບາດຫລວງຊາວແອັດສະປາຍ ທີ່ຕິດເຊື້ອອີໂບລາເມື່ອເດືອນທີ່ຜ່ານມາ ໃນຂະນະ

ທີ່ນາງ ແລະ ສາມີຍັງຢູ່ລະຫວ່າງການກັກຕົວ ໂດຍໝາຂອງນາງໂຕນີ້ ຈະຖືກຂ້າ ເພາະສ່ຽງທີ່ຈະເປັນພາຫະນະ

ແຜ່ເຊື້ອ ຫລັງມີຫລັກຖານທາງວິທະຍາສາດບົ່ງຊີ້ວ່າ ໝາສາມາດຮັບເຊື້ອອີໂບລາ ແລະ ແຜ່ເຊື້ອຕໍ່ມາສູ່ມະນຸດ

ໄດ້ເຊັ່ນກັນ.

 

ຢ່າງໃດກໍຕາມ ສາມີຂອງຜູ້ຊ່ວຍນາງພະຍາບານຄົນດັ່ງກ່າວ ໄດ້ພະຍາຍາມຄັດຄ້ານຄຳຕັດສິນຂອງສານ ໂດຍຊີ້

ບອກວ່າ ສານບໍ່ຍຸດຕິທຳ ຫາກທາງການຢ້ານວ່າໝາຈະແຜ່ເຊື້ອແລ້ວ ກໍຍັງມີທາງເລືອກອີກຫລາຍທາງໃນການ

ແກ້ໄຂບັນຫາ ຢ່າງເຊັ່ນກັກໂຕໝາ ແລະ ເຝົ້າສັງເກດການ ຄືກັນກັບຕົວຂອງເຂົາ ແລະ ເມຍທີ່ກຳລັງຖືກກັກຕົວ

ຢູ່ ບໍ່ແມ່ນໃຫ້ໝາຕ້ອງເສຍສະຫລະຊີວິດຕົວເອງເຊັ່ນນີ້.

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...