Homeຂ່າວພາຍ​ໃນທູດໄທປະຈຳລາວຮ່ວມເປີດໂຄງການທັນຕະກຳເຄື່ອນທີ່ຖວາຍພຣະສົງ

ທູດໄທປະຈຳລາວຮ່ວມເປີດໂຄງການທັນຕະກຳເຄື່ອນທີ່ຖວາຍພຣະສົງ

Published on

ເມື່ອວັນທີ 5 ມິຖຸນາຜ່ານມາ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ພ້ອມພັນລະຍາ ໄດ້ເຂົ້າຮ່ວມພິທີເປີດໂຄງການບໍລິການທັນຕະກຳເພື່ອຖວາຍແດ່ພຣະສົງ ແລະ ສາມະເນນ ເນື່ອງໃນໂອກາດພຣະຣາຊະພິທີບໍຣົມຣາຊາພິເສກ ພຸດທະສັກກະລາດ 2562 ແລະ ວັນສະເຫຼີມພະຊົນມະພັນສາສົມເດັດພະນາງເຈົ້າພຣະບໍຣົມຣາຊິນີ ປະຈຳປີພຸດທະສັກກະລາດ 2562 ຊຶ່ງຈັດຂຶ້ນທີ່ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ.

ໂດຍມີຜູ້ຊ່ຽວຊານຈາກປະເທດກໍຄື ຜູ້ຊ່ວຍສາສະດາຈານທັນຕະແພດ ດຣ ສຸສິດ ພູນທອງ ຄະນະບໍດີທັນຕະແພດສາດ ຈຸລາລົງກອນມະຫາວິທະຍາໄລ ແລະ ຝ່າຍລາວມີພຣະອາຈານໃຫຍ່ ປອ ພວງປະເສີດ ພູມມາວົງ ຜູ້ອຳນວຍການວິທະຍາໄລສົງ ແລະ ເຈົ້າອາວາດວັດອົງຕື້ ມີຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ທ່ານ ນາງ ສີສະຫຼຽວ ທຳມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ທ່ານ ນາງ ປ້າພູທອນ ພູມສະຫວັນ ຄະນະບໍລິຫານງານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ທ່ານນາງ ປອ ວິພາວັນ ພົມວິຫານ ພັນລະຍາປະທານສູນກາງແນວລາວສ້າງຊາດ ທ່ານ ບຸນທະວີ ພອນທະສິນ ຮອງຫົວໜ້າກົມສາສະໜາສູນກາງແນວລາວສ້າງຊາດ ທ່ານ ສຸລິລັກ ສຸລິນທອນ ຮອງຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ກະຊວງການຕ່າງປະເທດ ທ່ານ ດຣ ບຸນຍົງ ສີດາພອນ ຄະນະບໍດີທັນຕະແພດສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບກໍໄດ້ໃຫ້ກຽດເຂົ້າຮ່ວມ.

ໂຄງການດັ່ງກ່າວເປັນການຮ່ວມມືລະຫວ່າງສະຖານເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ຄະນະທັນຕະແພດສາດ ຈຸລາລົງກອນມະຫາວິທະຍາໄລ ແລະ ວິທະຍາໄລອົງຕື້ ວັດອົງຕື້ມະຫາວິຫານ ໂດຍການອອກໜ່ວຍທັນຕະກຳເຄື່ອນທີ່ຂອງຄະນະທັນຕະ ແພດ ແລະ ເຈົ້າໜ້າທີ່ຈາກຄະນະທັນຕະແພດສາດ ຈຸລາລົງກອນມະຫາວິທະຍາໄລ ລວມ 70 ທ່ານ ໂຄງການດັ່ງກ່າວຈັດຂຶ້ນລະຫວ່າງວັນທີ 5-6 ມິຖຸນາ 2652 ທີ່ວັດອົງຕື້ມະຫາວິຫານ ເພື່ອໃຫ້ບໍລິການແດ່ພຣະສົງ ແລະ ສາມະເນນ ລວມ 999 ອົງ ໂດຍໄດ້ຮັບການສະໜັບສະໜູນຈາກພາກເອກກະຊົນໄທ ລາວ ແລະ ຜູ້ມີຈິດສັດທາຊາວໄທໃນ ສປປ ລາວ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...