spot_img
Homeຄວາມງາມຢາກຫລຸດນ້ຳໜັກ ຫ້າມອົດອາຫານ

ຢາກຫລຸດນ້ຳໜັກ ຫ້າມອົດອາຫານ

Published on

GErWNWIwwwww

ກາ​ນບໍ​ລິ​ໂພກ​ອາຫານ​ໃຫ້​ຄົບ​ທັງ 3  ຄາບ ບໍ່​ຄວນ​ອົດອາຫານ ເພາະ​ຈະ​ນຳ​ໄປ​ສູ່​ການ​ບໍລິ​ໂພກ​ອາຫານ​ເພີ່ມ​ຫລາຍ​ຂຶ້ນ

ຄວນ: ກິນ​ເຂົ້າຄາບເຊົ້າ

“ເນັ້ນ​ກິນ​ອາຫານ​ມື້​ເຊົ້າ ​ທີ່​ມີ​ປະໂຫຍດ ​ແລະ ​ໃຫ້​ຄຸນຄ່າ ເພາະ​ຈະ​ຊ່ວຍ​ປັບ​ໃຫ້​ການເຮັດວຽກງານ​ຂອງ​ຮ່າງກາຍ​ເປັນ​ລະບົບ ຊ່ວຍ​ໃຫ້​ບໍ່​ຮູ້ສຶກ​ຢາກຕະຫລອດ ເພາະ​ໄດ້ຮັບ​ພະລັງ​ງານ ​ແລະ ​ສານ​ອາຫານ​ທີ່​ພຽງ​ພໍ”

ຄວນ: ປັບ​ພຶດຕິກຳ​ການ​ກິ

“ສິ່ງ​ທີ່​ສຳຄັນ​ກ່ຽວກັບ​ການ​ປັບ​ປ່ຽນ​ພຶດຕິກຳ​ທີ່​ດີ​ທີ່ສຸດ​ກໍ​ຄື ເມື່ອ​ເຖິງ​ເວລາ​ກິນ ແມ່ນ​ບໍ່​ຢາກ ກໍ​ຄວນ​ກິນ ຫລີກ​ລ້ຽງ​ນິ​ໄສ ​ກິນ​ຈຸບ​ຈິບ ເວລາ​ເຮັດວຽກ​ບໍ່​ຄວນ​ນຳ​ອາຫານ​ ຫລື​ ເຂົ້າໜົມ​ຕັ້ງ​ໄວ້​ໃກ້​ມື ເພາະ​ການ​ເຫັນ​ຂອງ​ກິນ ກໍ​ເປັນ​ໂຕກະຕຸ້ນ​ໃຫ້​ເກີດ​ຄວາມ​ຢາກ​ອາຫານ​ໄດ້

ບໍ່​ຄວນ: ອົດ​ຄາບ ກິນ​ຄາບ

“ຫລາຍ​ຄົນ​ບໍ່​ກິນ​ອາຫານ ເຮັດໃຫ້​ເວລາ​ຢາກ ກໍ​ຍິ່ງ​ກິນ​ຫລາຍ​ຂຶ້ນ ວິທີ​ທີ່​ເໝາະ​ສົມ​ຄື ເຖິງ​ເວລາ​ທີ່​ຕ້ອງ​ກິນ ກໍ່​ກິນ ບໍ່​ສະນັ້ນ ຮ່າງກາຍ​ຈະ​ມີ​ການ​ກະຕຸ້ນ​ໃຫ້​ຢາກ​ອາຫານ ບໍ່​ສະ​ນັ້ນ ​ແລ້ວ​ຈະ​ກິນ​ກາຍ​ທີ່​ຮ່າງກາຍ​ຕ້ອງ​ການ ເພາະ​ສະ​ນັ້ນ​ ເຊົ້າ ກາງເວັນ ແລງ ເມື່ອ​ຮອດ​ເວລາ​ກິນ ກໍ​ຄວນ​ກິນ​ທັນທີ”

ບໍ່​ຄວນ: ປ່ອຍ​ໂຕ​ເອງ​ຈົນ​ຢາກ

“ການ​ປ່ອຍ​ໃຫ້​ໂຕ​ເອງ​ຢາກ ເມື່ອ​ຢາກ ກໍ​ຈະ​ຍິ່ງ​ກິນ​ຫລາຍ ເຊິ່ງ​ກ່ອນ​ນອນ 4ຊົ່ວ​ໂມງ ບໍ່​ຄວນ​ກິນ​ອາຫານ​ແລ້ວ ຄວນ​ດື່ມ​ນ້ຳ​ລ້າໆ ຫລື ​ນົມ​ອຸ່ນ​ໆຮອງ​ທ້ອງ”

ເມື່ອ​ມີ​ການປັບ​ພຶດຕິກຳ​ການ​ກິນ​ໃຫ້​ດີ​ຂຶ້ນ​ແລ້ວ ທີ່​ເຫລືອ​ນັ້ນກໍ​ຄື​ການ​ໝັ່ນ​ອອກ​ກຳ​ລັງ​ກາ​ຍຢ່າງສະ​ໝໍ່າສະເໝີ ໃຫ້​ຮ່າງກາຍ​ເຜົາ​ຜານ​ພະລັງ​ງານ​ໃນ​ແຕ່​ລະ​ມື້​ໄດ້​ໝົດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...