spot_img
Homeຂ່າວພາຍ​ໃນບໍ່ແຮ່ຄຳເຊໂປນ ແລະ ຖ່ານຫີນວຽງພູຄາ ຖືກຢຸດ

ບໍ່ແຮ່ຄຳເຊໂປນ ແລະ ຖ່ານຫີນວຽງພູຄາ ຖືກຢຸດ

Published on

laopost

     ການລົງທຶນດ້ານກິດຈະການບໍ່ແຮ່ຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະ ເທດຢູ່ ສປປ ລາວ ມາຮອດປັດຈຸບັນມີບໍລິ ສັດ ທີ່ໄດ້ຮັບອະນຸຍາດ (ສັນຍາຂຸດຄົ້ນ) ຈຳນວນ 69 ບໍລິສັດ ປະກອບມີ 107 ກິດຈະການ, ມີເນື້ອທີ່ສຳປະທານທັງໝົດ 274, 663 ເຮັກຕາ ເຊິ່ງໄດ້ແບ່ງອອກເປັນ 2 ກຸ່ມ ຄືກຸ່ມທີ່ໄດ້ດຳເນີນ ກິດຈະ ການແລ້ວມີ 50 ບໍລິສັດ ແລະ ກຸ່ມທີ່ພວມ ກໍ່ສ້າງໂຮງ ງານ ແລະ ກຽມ ຂຸດຄົ້ນມີ 19 ບໍລິສັດ ໃນນັ້ນມີບາງໂຄງການໄດ້ສຳເລັດການກໍ່ສ້າງໂຮງງານ ແລະ ກະກຽມ ເຂົ້າສູ່ການຂຸດຄົ້ນ ເຊັ່ນ: ບໍລິສັດຫຸ້ນສ່ວນຫວຽດລາວຂຸດຄົ້ນກ່ຽວກັບແຮ່ຄຳຢູ່ ແຂວງອັດຕະປຶ, ບໍລິສັດຄຳເກີດແສນອຸດົມ ຈຳກັດ ຂຸດຄົ້ນແຮ່ຄຳ ຢູ່ແຂວງບໍ ລິຄຳໄຊ, ບໍລິສັດ ລາວລີ້ຕູ້ ມາຍນິ້ງ ຈຳກັດ ໄດ້ສຳເລັດການບຸກເບີກເຂດເນື້ອ ທີ່ສຳປະທານ ແລະ ຈະກ້າວເຂົ້າສູ່ການ ຂຸດຄົ້ນຢູ່ແຂວງວຽງຈັນ. ເຖິງແນວໃດກໍດີເພື່ອເຮັດໃຫ້ການຄຸ້ມຄອງກິດຈະການບໍ່ແຮ່ມີຄວາມຮັດກຸມ ແລະທັງເປັນການກະຕຸກຊຸກຍູ້ໃຫ້ບັນດາບໍລິສັດ ທີ່ມີສັນຍາແລ້ວຮີບຮ້ອນປະຕິບັດຕາມສັນຍາຈຶ່ງໄດ້ເຮັດການກວດກາປະເມີນ ຜົນບັນດາກິດຈະ ການ, ໂດຍໄດ້ນຳໃຊ້ 7 ຫລັກການພື້ນຖານເພື່ອຈັດແບ່ງປະເພດໂຄງການ, ເຊິ່ງມາປັດຈຸບັນສາມາດປະ ເມີນຜົນໄດ້ແລ້ວ 57 ບໍລິສັດ (ບໍ່ລວມໂຄງ ການເຊັນສັນຍາໃໝ່), ສ່ວນຍັງເຫລືອແມ່ນກຳລັງສືບຕໍ່ດຳເນີນກວດກາເພື່ອໃຫ້ ສຳເລັດຕາມແຜນການທີ່ວາງໄວ້.

 

ອີງຕາມບົດລາຍງານຂອງລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບສະພາບການຜະລິດແຮ່ທາດຢູ່ ສປປ ລາວ ຕໍ່ທ່ານຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານເສດຖະກິດ ເມື່ອບໍ່ດົນມານີ້ວ່າ: ການຂະຫຍາຍຕົວຂອງຂະແໜງ ບໍ່ແຮ່ໃນສົກປີ 2011-2012 ເພີ້ມຂຶ້ນ 5,99%, ສົກປີ 2012-2013 ເພີ້ມ ຂຶ້ນ 7,98% ແລະ ສົກປີ 2013- 2014 ລວມ ຍອດມູນຄ່າການຜະລິດປະຕິບັດໄດ້ 18.653,9 ຕື້ກີບ ທຽບໃສ່ສົກປີ 2012-2013 ຫລຸດ ລົງ 3,38% ສາເຫດຫລັກແມ່ນ ຍ້ອນລາຄາແຮ່ທາດຂອງຕະຫລາດໂລກຕ່ຳໂດຍສະເພາະແຮ່ຄຳ, ໂປຕາສ, ແຮ່ທອງ ແລະ ອື່ນໆພ້ອມທັງໄດ້ຢຸດເຊົາການ ຂຸດ ຄົ້ນແຮ່ຄຳເຊໂປນ ແລະ ຖ່ານຫີນວຽງພູຄາ, ສ່ວນຜະລິດຕະພັນໃໝ່ທີ່ຈະກ້າວເຂົ້າສູ່ການຂຸດຄົ້ນກໍຍັງບໍ່ທັນມີ. ສຳລັບສົກປີ ຜ່ານການຜະລິດແຮ່ຄຳໄດ້ 30,01 ໂຕນ ທຽບໃສ່ສົກປີ 2012 – 2013 ປະລິມານການຜະລິດ ເພີ່ມຂຶ້ນຫລາຍກວ່າ 36,8% ແຕ່ ໃນດ້ານລາຄາແມ່ນຫລຸດລົງ 29,15%; ການຜະລິດທອງແຜ່ນ ເຊໂປນໄດ້ 87,02 ໂຕນ ຫລຸດລົງ 1,36% ໃນດ້ານ ລາຄາຫລຸດລົງ 10,65%; ທອງຝຸ່ນພູເບ້ຍຜະລິດ ໄດ້ 338.413 ໂຕນເພີ່ມຂຶ້ນ 12,76%, ແຕ່ດ້ານລາຄາແມ່ນເພີ່ມຂຶ້ນ 0,79%; ຖ່ານຫີນແອນຕາໄຊ ຂຸດຄົ້ນໄດ້ 125.894 ໂຕນ ຫລຸດລົງ 37,27% ແລະ ໂປຕາສ ຜະລິດໄດ້ 236.290 ໂຕນ ທຽບ ໃສ່ສົກປີ 2012-2013 ຫລຸດລົງ 61,3% ແລະ ແຮ່ທາດອື່ນໆ.

ຂ່າວຈາກ: ລາວພັດທະນາ http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...