spot_img
Homeຂ່າວເຫດການອຸຕຸນິຍົມເຕືອນ ລະຫວ່າງວັນທີ 5-7 ມິຖຸນາຈະມີຝົນຕົກໜັກທົ່ວປະເທດ

ອຸຕຸນິຍົມເຕືອນ ລະຫວ່າງວັນທີ 5-7 ມິຖຸນາຈະມີຝົນຕົກໜັກທົ່ວປະເທດ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດປະກາດເຕືອນນັບແຕ່ວັນທີ 5-7 ມິຖຸນາ 2019 ຈະມີຝົນຕົກໃນລະດັບຄ່ອຍເຖິງປານກາງເປັນບໍລິເວນກວ້າງ ແລະ ຈະຕົກໜັກໃນບາງພື້ນທີ່ ພ້ອມທັງມີລົມພັດແຮງໃນຕອນທ່ຽງຫາຕອນຄ່ຳໃນບາງພື້ນທີ່ທົ່ວປະເທດ ບວກກັບກະແສລົມຕາເວັນຕົກສຽງໃຕ້ທີ່ມີກຳລັງແຮງເພີ່ມຂຶ້ນ ຊຶ່ງຈະສົ່ງຜົນໃຫ້ມີຝົນຕົກ ຟ້າຮ້ອງ ແລະ ຟ້າເຫຼື້ອມ.

ພາກເໜືອດ້ານຕາເວັນອອກ  ໃນຊ່ວງວັນທີ 5-7 ມິຖຸນາ 2019 ຈະມີຝົນຕົກໃນລະດັບຄ່ອຍເຖິງປານກາງ ພ້ອມກັບມີລົມພັດແຮງຢູ່ບາງທ້ງຖິ່ນຂອງແຂວງຜົ້ງສາລີ ຫົວພັນ ແລະ ຊຽງຂວາງ ຊຶ່ງຈະສົ່ງຜົນໃຫ້ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະຮ້ອນໃນຊ່ວງຕອນບ່າຍ ພ້ອມນີ້ ກໍຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຈະມີລົມພັດແຮງຢູ່ບາງເຂດຂອງແຂວງຊຽງຂວາງ ຂະນະທີ່ອຸນຫະພູມຕ່ຳສຸດຢູ່ທີ່ 16-23 ອົງສາ ແລະ ສູງສຸດຢູ່ທີ່ 28-30 ອົງສາ.

ພາກເໜືອດ້ານຕາເວັນຕົກ  ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພາກກາງ ຈະມີຝົນຕົກລະດັບຄ່ອຍຫາປານກາງ ສະເພາະຢູ່ແຂວງໄຊສົມບູນ ຫຼັກ 20 ເມືອງວຽງທອງ ແລະ ເມືອງນາກາຍ ພ້ອມນີ້ ອາກາດກໍຈະຮ້ອນໃນຊ່ວງບ່າຍ ແລະ ຈະມີຝົນຕົກລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ລວມທັງມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພາກໃຕ້  ຝົນຍັງສືບຕໍ່ຕົກເປັນບໍລິເວນກວ້າງ ພ້ອມກັບມີລົມພັດແຮງຢູ່ບາງເຂດຂອງແຂວງສາລະວັນ ເຊກອງ ຈຳປາສັກ ແລະ ອັດຕະປື.

ສະເພາະເຂດພູພຽງບໍລະເວນ ອາກາດຈະເຢັນໃນຊ່ວງຕອນເຊົ້າ ມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ຫຼາຍເຂດ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ.

ນະຄອນຫຼວງວຽງຈັນ  ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມຍ້ອນກະແສລົມຕາເວັນຕົກສຽງໃຕ້ມີກຳລັງແຮງ.

 

 

 

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...