Homeຂ່າວຕ່າງປະເທດແຜ່ນດິນໄຫວແຂວງຢູນນານ ສປ ຈີນ 6.4 ຣິກເຕີ້ ເສຍຊີວິດແລ້ວ 5 ບາດເຈັບກ່ວາ 20 ຄົນ

ແຜ່ນດິນໄຫວແຂວງຢູນນານ ສປ ຈີນ 6.4 ຣິກເຕີ້ ເສຍຊີວິດແລ້ວ 5 ບາດເຈັບກ່ວາ 20 ຄົນ

Published on

 

ເກີດແຜ່ນດິນໄຫວຮຸນແຮງຂະໜາດ 6.4 ຣິກເຕີ ທີ່ແຂວງຢູນນານ ສປ ຈີນ ເມື່ອຕອນຄ່ຳຂອງວັນອັງຄານ (7 ຕຸລາ)

ທີ່ຜ່ານມາ ມີຜູ້ເສຍຊີວິດແລ້ວ 5 ຄົນ ແລະ ບາດເຈັບອີກກ່ວາ 20 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 8 ຕຸລານີ້ວ່າ ເກີດເຫດແຜ່ນດິນໄຫວແທກຄວາມແຮງໄດ້ 6.4 ຣິກເຕີ້ ຈຸດ

ສູນກາງຢູ່ເລິກລົງໄປໃນໃຕ້ດິນປະມານ 10 ກິໂລແມັດ ແລະ ຫ່າງຈາກເມືອງເຫວີຍຢວນ ຂອງແຂວງຢູນນານປະມານ

18 ກິໂລແມັດ ໂດຍແຜ່ນດິນໄຫວເກີດຂຶ້ນໃນເວລາ 20:49 ໂມງ ຕາມເວລາໃນປະເທດລາວ ຂອງວັນທີ 7 ຕຸລາທີ່ຜ່ານ

ມາ.

 

ດ້ານເຈົ້າໜ້າທີ່ກູ້ໄພຂອງຈີນໄດ້ລາຍງານວ່າ ແຮງສັ່ນສະເທືອນໄດ້ເຮັດໃຫ້ປະຊາຊົນຫລາຍພັນຄົນແຕກຕື່ນ ແລ່ນ

ອອກມາຢູ່ຕາມຖະໜົນຫົນທາງ ແລະ ສາມາດຮັບຮູ້ແຮງສັ່ນສະເທືອນໄດ້ເຖິງນະຄອນຄຸນໝິງ ເຖິງແມ່ນວ່າຈະຢູ່

ຫ່າງຈາກສຸດສູນກາງແຜ່ນດິນໄຫວກ່ວາ 360 ກິໂລແມັດ ແລະ ມີລາຍງານຜູ້ເສຍຊີວິດແລ້ວ 5 ຄົນ ແລະ ບາດເຈັບ

ອີກກ່ວາ 20 ຄົນ ໂດຍພື້ນທີ່ເສຍຫາຍຫລາຍທີ່ສຸດ ແມ່ນຢູ່ເມືອງຢົງຜິງ ເຮືອນຊານຂອງປະຊາຊົນສ່ວນໜຶ່ງ ໄດ້ຮັບ

ຄວາມເສຍຫາຍຈຳນວນຫລາຍ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...