spot_img
Homeຂ່າວຕ່າງປະເທດຮົວເຫວີຍເອົາຄືນອາເມຣິກາ ດ້ວຍການໄລ່ພະນັກງານອອກ

ຮົວເຫວີຍເອົາຄືນອາເມຣິກາ ດ້ວຍການໄລ່ພະນັກງານອອກ

Published on

ສະຖານະການຍັງຄົງໜ້າເປັນຫ່ວງສຳລັບສົງຄາມການຄ້າລະຫວ່າງ ຈີນ ແລະ ອາເມຣິກາ ຫຼ້າສຸດ ທ່ານ ຕັ້ງ ເວິ່ນສວນ ປະທານຝ່າຍກົນລະຍຸດການສ້າງສັນຂອງບໍລິສັດຮົວເຫວີຍ ກໍໄດ້ມີຄຳສັ່ງໃຫ້ຍົກເລີກການປະຊຸມທາງເຕັກນິກກັບພະນັກງານຊາວອາເມຣິກາໃນພະແນກວິໄຈ ແລະ ພັດທະນາບໍລິສັດ ແລະ ຖືກສົ່ງກັບອາເມຣິກາເມື່ອ 2 ອາທິດກ່ອນ.

ເຫດການດັ່ງກ່າວເກີດຂຶ້ນພາຍຫຼັງກະຊວງອຸດສາຫະກຳຂອງອາເມຣິກາຂຶ້ນບັນຊີດຳຮົວເຫວີຍ ແລະ ບໍລິສັດໃນເຄືອລວມ 68 ແຫ່ງເມື່ອປະມານກາງເດືອນພຶດສະພາຜ່ານມາ ສົ່ງຜົນໃຫ້ບໍລິສັດເອກະຊົນຂອງອາເມຣິກາບໍ່ສາມາດຊື້ສິນຄ້າ ຫຼື ໃຊ້ບໍລິການຈາກຮົວເຫວີຍໄດ້ ຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກລັດຖະບານຂອງອາເມຣິກາເທົ່ານັ້ນ.

ທັງນີ້ ຮົວເຫວີຍໄດ້ຢຸດຕິການປະຊຸມແບບກະທັນຫັນ ແລະ ພະນັກງານທີ່ເປັນຊາວອາເມຣິກາກໍໄດ້ຮັບຄຳສັ່ງໃຫ້ປົດເຄື່ອງຄອມພິວເຕີ ແລັບທ໊ອບ ແລະ ການເຊື່ອມໂຍງຕ່າງໆຈາກເຄືອຂ່າຍບໍລິສັດ ລວມເຖິງໃຫ້ພະນັກງານຊາວອາເມຣິກາອອກຈາກສຳນັກງານທັນທີ.

 

 

ຮຽບຮຽງ: ສະຫະລັ ວອນທິວົງໄຊ

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...