spot_img
Homeຂ່າວພາຍ​ໃນປະຊາຊົນລາວໃນຍຸກເສດຖະກິດທີ່ຄ່າຄອງຊີບສູງ

ປະຊາຊົນລາວໃນຍຸກເສດຖະກິດທີ່ຄ່າຄອງຊີບສູງ

Published on

ວ່າດ້ວຍເລື່ອງຄ່າຄອງຊີບໃນປັດຈຸບັນ ຊຶ່ງຖືເປັນບັນຫາໃຫຍ່ທີ່ຍັງເປັນຂໍ້ຫຍຸ້ງຍາກໃນການດຳລົງຊີວິດຂອງປະຊາຊົນລາວໃນວົງ    ກ້ວາງ ດ້ວຍລາຄາສິນຄ້າ ຄ່ານໍ້າປະປາ​ ຄ່າໄຟຟ້າ​ ຄ່າອິນເຕີເນັດ ຄ່ານໍ້າມັນ (ລົດ) ແລະ ການຈ່າຍຄ່າບໍລິການຕ່າງໆທີ່ມີລາຄາສູງ ຖ້າສະເລ່ຍໃສ່ກັບລາຍຮັບຂອງ (ບາງອາຊີບ) ຖືວ່າບໍ່ດຸ່ນດ່ຽງກັນ.

ໃນຍຸກຄ່າຄອງຊີບສູງແບບນີ້ເຫັນໄດ້ວ່າຄົນທີ່ອາໄສຢູ່ເມືອງຫຼວງແມ່ນໄດ້ຮັບຜົນກະທົບຫຼາຍກວ່າຄົນທີ່ອາໄສຢູ່ຕ່າງແຂວງ ເນື່ອງຈາກວ່າຄົນທີ່ດຳລົງຊີວິດໃນເມືອງຫຼວງໂດຍສະເພາະກຸ່ມຄົນທີ່ມີຄຳນິຍາມວ່າ (ເຮືອນເຊົ່າເຂົ້າຊື້) ບໍ່ມີເນື້ອທີ່ເຮັດການຜະລິດປູກຝັງ-ລ້ຽງສັດເພື່ອສະໜອງອາຫານ ຫຼື ແຫຼ່ງລາຍຮັບພິເສດແມ່ນຕ້ອງໄດ້ດິ້ນຮົນ ຕ້ອງໃຊ້ຈ່າຍຢ່າງປະຢັດຫຼາຍກວ່າຄົນທີ່ມີເຮືອນມີພື້ນທີ່ເປັນຂອງຕົນເອງ ເພາະນອກຈາກຈະຕ້ອງແບກຮັບພາລະໃຊ້ຈ່າຍຄ່າກິນຄ່າຢູ່ ແລະ ຄ່າອື່ນໆແລ້ວ ຍັງຕ້ອງໄດ້ຈ່າຍຄ່າເຊົ່າຫ້ອງອີກດ້ວຍ.

ຜູ້ຂຽນມັກເດີນທາງໄປຕ່າງແຂວງ ແລະ ໄດ້ເຄີຍໂອ້ລົມກັບຊາວບ້ານໃນທ້ອງຖິ່ນ ເຂົາເຈົ້າມີຊີວິດທີ່ລຽບງ່າຍແຕ່ກໍເຕັມໄປດ້ວຍຄວາມສຸກສະບາຍ ບໍ່ມີຄວາມວິຕົກກັງວົນໃນເລື່ອງອາຫານການກິນ ເລື່ອງຄ່າຄອງຊີບຫຼາຍເທົ່າກັບຄົນໃນເມືອງຫຼວງ ເນື່ອງຈາກວ່າເຂົາເຈົ້າຍັງມີທຳມະຊາດເປັນແຫຼ່ງອາຫານ ຢາກກິນປາກໍລົງໄປຫາທີ່ແມ່ນໍ້າ ເກັບຜັກຫັກໜໍ່ຕາມປ່າຕາມສວນ ເຂົ້າກໍປູກກິນເອງ ສັດບາງຊະນິດກໍລ້ຽງກິນເອງ ລາຍຮັບທີ່ໄດ້ຈາກການຂາຍພືດທີ່ປູກ ຫຼື ຈາກການເຮັດວຽກກໍເອົາໄວ້ໃຊ້ໃນເລື່ອງທີ່ຈຳເປັນ ແລະ ຊື້ໃນສິ່ງທີ່ຕ້ອງການເທົ່ານັ້ນ ສ່ວນທີ່ເຫຼືອກໍແມ່ນເກັບທ້ອນໄວ້ ຊຶ່ງຜູ້ຂຽນຄິດວ່າມັນແຕກຕ່າງຈາກຄົນໃນເມືອງໃຫຍ່ຫຼາຍເພາະທຸກຢ່າງແມ່ນຕ້ອງໃຊ້ເງິນເປັນປັດໄຈຫຼັກ.

ເຖິງແມ່ນຈະຢູ່ໃນຍຸກເສດຖະກິດໃດກໍຕາມ ວິຖີການດຳລົງຊີວິດ ການຫາກິນຂອງຄົນລາວແມ່ນຈະຫາລາຍຮັບຫຼາຍກວ່າໜຶ່ງທາງ ຊຶ່ງຕ່າງຄົນກໍລ້ວນມີວິທີທາງຂອງຕົນເອງ ແຕ່ກໍມີເປົ້າໝາຍອັນດຽວກັນນັ້ນກໍຄື “ຄວາມຢູ່ລອດ” ບາງຄົນກໍຫາກິນພໍກຸ້ມປາກທ້ອງໄປວັນໆ ບາງຄົນກໍຫາໄດ້ຫຼາຍຈົນສ້າງຖານະຮັ່ງມີ ແລະ ບາງຄົນກໍເຕັມໄປດ້ວຍໜີ້ສິນ.

ດັ່ງນັ້ນ ໃນຍຸກເສດຖະກິດທີ່ຝືດເຄືອງຊຶ່ງສວນທາງກັບຄ່າຄອງຊີບທີ່ສູງຂຶ້ນນັບມື້ແບບນີ້ ເຮົາໆທ່ານໆຄວນມີສະຕິໃນການໃຊ້ຈ່າຍຢ່າງລະມັດລະວັງ ທັງນີ້ ຈະມີວິທີແກ້ໄຂບັນຫາລະດັບຊາດທີ່ເປັນບັນຫາຊຳເຮື້ອໃນທິດທາງໃດ?

 

 

ຂຽນໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...