spot_img
Homeຂ່າວພາຍ​ໃນລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງເອກອັກຄະລັດຖະທູດສີລັງກາປະຈຳລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງເອກອັກຄະລັດຖະທູດສີລັງກາປະຈຳລາວ

Published on

ໃນວັນທີ 4 ມິຖຸນາ 2019 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ເຊນູກາ ເຊເນວິຣັດນາ (Kshenuka Dhireni Senewwira) ເອກອັກຄະລັດຖະທູດແຫ່ງສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມສີລັງກາ ປະຈໍາ ສປປ ລາວ ໃນໂອກາດທີ່ຈະສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນເວລາອັນໃກ້ໆນີ້.

ໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ  ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານທູດ ແລະ ສະແດງຄວາມຍິນດີທີ່ເຫັນວ່າ ສປປ ລາວ ແລະ ສີລັງກາມີສາຍພົວພັນມິດຕະພາບອັນຍາວນານ ແລະ ມີຮີດຄອງປະເພນີທີ່ຄ້າຍຄືກັນທາງດ້ານສາສະໜາ ແລະ ວັດທະນະທໍາ ນັບແຕ່ ສປປ ລາວ ແລະ ສີລັງກາ ໄດ້ສ້າງຕັ້ງສາຍພົວພັນການທູດນັບແຕ່ວັນທີ 20 ກໍລະກົດ 1965 ເປັນຕົ້ນມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ໂດຍສະເພາະການພົວພັນທາງດ້ານການທູດ ການເມືອງ ແລະ ການສະໜັບສະໝູນຊຶ່ງກັນ ແລະ ກັນທັງໃນເວທີພາກພື້ນ ແລະ ສາກົນ.

ພ້ອມນີ້ ທ່ານລັດຖະມົນຕີກະຊວງການຕ່າງປະເທດໄດ້ສະແດງຄວາມຍິນດີທີ່ການພົວພັນຮ່ວມມືສອງຝ່າຍໄດ້ຮັບການເສີມຂະ    ຫຍາຍຂຶ້ນເລື້ອຍໆ ຊຶ່ງໃນປີ 2018 ທີ່ຜ່ານມາ ສອງຝ່າຍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕັ້ງກົນໄກປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງ ລາວ-ສີລັງກາ ສໍາເລັດການສ້າງຕັ້ງກົງສຸນກິດຕິມະສັກສີລັງກາ ປະຈໍາ ສປປ ລາວ ນອກນັ້ນ ສປປ ລາວ ກໍໄດ້ຍົກເລີກຂໍ້ຫ້າມປະຊາຊົນສີລັງກາເອົາວີຊ້າກັບດ່ານເຂົ້າ ສປປ ລາວ ນຳອີກ.

ທັງນີ້ ທ່ານລັດຖະມົນຕີກະຊວງການຕ່າງປະເທດຂອງລາວກໍໄດ້ສະແດງຄວາມຊົມເຊີຍຕໍ່ທ່ານທູດສີລັງກາທີ່ໄດ້ປະຕິບັດໜ້າທີ່ຢ່າງຫ້າວຫັນໃນໄລຍະດໍາລົງຕໍາແໜ່ງຢູ່ ສປປ ລາວ ໂດຍໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ແລະ ຫວັງວ່າທ່ານທູດຈະສືບຕໍ່ໃຫ້ການສະໜັບສະໜູນເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ສີລັງກາ ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ ພ້ອມນີ້ ກໍໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ຂອງທ່ານ.

ຂະນະທີ່ທ່ານເອກອັກຄະລັດຖະທູດສີລັງກາກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນລາວກໍຄືກະຊວງການຕ່າງປະເທດທີ່ໄດ້ໃຫ້ການຮ່ວມມື ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ທີ່ໄດ້ຮັບຜົນສໍາເລັດອັນຈົບງາມ ຊຶ່ງເປັນ​ການ​ປະກອບສ່ວນອັນສຳຄັນ​ເຂົ້າ​ໃນ​ການ​ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າ​ງ ສປປ ລາວ ​ແລະ ສີລັງກາ ​ໃຫ້​ມີບາດກ້າວ​ຂະຫຍາຍຕົວຢ່າງຕໍ່ເນື່ອງ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...