Homeສຸຂະພາບ ແລະ ສີ່ງແວດລ້ອມລະວັງ "ຝັກບົວອາບນ້ຳ" ໄພໃກ້ຕົວ

ລະວັງ “ຝັກບົວອາບນ້ຳ” ໄພໃກ້ຕົວ

Published on

        183900

          ການ​ອາບນ້ຳ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ທຸກ​ມື້​ຢ່າງ​ນ້ອຍ​ມື້​ລະ 2ເທື່ອ​ເຊົ້າ-ແລງ ເພື່ອ​ເປັນ​ການ​ຊະ​ລ້າງ​ສິ່ງ​ສົກກະປົກ​ເທິງ​ຜິວ​ໜັງ​ຂອງ​ເຮົາ​ໃຫ້​ອອກ​ໄປ ແຕ່​ໃຜ​ຈະ​ຮູ້​ວ່າ ການ​ອາ​ບນ້ຳ ​ດ້ວຍ​ຝັກບົວ​ຈະ​ນຳ​ມາ​ຊຶ່ງ​ອັນຕະລາຍ ນັກ​ວິ​ໃຈຈາກ​ມະຫາ​ວິທະຍາ​ໄລ​ໂຄ​ໂລ​ລາ​ໂດ​ໃນ​ສະ​ຫະລັດ​ອະ​ເມລິ​ກາ ພົບ​ວ່າ​ມີ​ແບກ​ທີ​ເລຍ Mycobacterium Avium ອາໄສ​ຢູ່​ບໍລິເວນ​ຫົວ​ຝັກ​ບົວ​ຫລາຍກວ່າ​ບໍລິເວນ​ອື່ນໆ

ສາ​ເຫດ ທີ່​ພົບ​ແບກ​ທີ​ເລຍ​ຊະນິດ​ນີ້​ ​ເພາະໃນ​ຫ້ອງ​ນ້ຳ​ເປັນ​ບໍລິເວນ​ທີ່​ມີ​ຄວາມ​ຊຸ່ມ ແລະ​ຄ່ອນ​ຂ້າງ​ອັບ​ແສງ ຈຶ່ງ​ເປັນ​ຄື​ການ​ຊ່ວຍ​ສ້າງ​ແບກ​ທີ​ເລຍ​ຊະນິດ​ນີ້​ໃຫ້​ເກີດ​ຂຶ້ນ ໂດຍ​ແບກ​ທີ​ເລຍ​ຊະນິດ​ນີ້​ຈະ​ສ້າງ​ໄບ​ໂອ​ຟິມທີ່​ເຮັດ​ຫນ້າທີ່​ຄ້າຍ​ຕົວ​ຢຶດ​ເກາະ ຈັບ​ກັບ​ຝັກ​ບົວ​ເຮັດໃຫ້​ທຳ​ຄວາມ​ສະ​ອາດ​ໄດ້​ຍາກ ແບກ​ທີ​ເລຍ​ຮ້າຍ​ຕົວ​ນີ້​ຈະ​ເຮັດໃຫ້​ເກີດ​ພະຍາດ​ປອດ ໂດຍ​ຜູ້​ທີ່​ຕິດ​ເຊື້ອ ຈະ​ມີ​ອາການ​ໄອ​ແຫ້ງ ເມື່ອຍ​ຫອບ ໄອ​ຊຳເຮື້ອ ແລະ ​ຫາຍ​ໃຈ​ລຳ​ບາກ

ແລະ​ ຈາກ​ຜົນ​ການສຶກສາ​ຂອງໂຮງໝໍ​ພົບ​ວ່າ ປະລິມານ​ແບກ​ທີ​ເລຍ​ທີ່​ພົບ​ໃນ​ຝັກ​ບົວ​ນັ້ນ​ມີ​ຫລາຍກວ່າ​ປະລິມານ​ທີ່​ພົບ​ໃນ​ນ້ຳ​ຈາກ​ກ໋ອກນ້ຳບ້ານ​ທົ່ວ​ໆ ໄປ​ເຖິງ 100 ເທົ່າ ແລະ​ ການ​ພົ່ນ​ຝອຍ​ຂອງ​ນ້ຳ​ຈາກ​ຝັກ​ບົວ ເປັນ​ສາ​ເຫດ​ສຳຄັນ​ໃນ​ການເຮັດໃຫ້​ເຊື້ອ​ກະ​ຈາຍ​ຕົວ​ໄປ​ໃນ​ອາ​ກາດ ​ແລະ​ ເຂົ້າ​ສູ່​ປອດ​ໄດ້​ງ່າຍ

ວິທີ​ປ້ອງ​ກັນງ່າຍໆ ພຽງ​ເລືອກ​ໃຊ້​ຝັກ​ບົວ​ທີ່​ເຮັດ​ຈາກ​ໂລ​ຫະ ເພາະ​ຈຸລິນຊີ​ຈະ​ເຕີບໂຕ​ໄດ້​ຍາກ​ກວ່າ​ເທິງ​ພາ​ສະຕິ​ກ ທີ່ສຳຄັນ​ຄື​ຕ້ອງ​ໝັ່ນ​ເຮັດ​ຄວາມ​ສະ​ອາດ​ຝັກ​ບົວ ແລະ ​ສຸຂະ​ພັນ​ໃນ​ຫ້ອງ​ນ້ຳ​ເປັນ​ປະຈຳ ແລະ ​ກ່ອນ​ຈະ​ໃຊ້​ນ້ຳ​ຈາກ​ຝັກ​ບົວ ຄວນ​ປ່ອຍ​ນ້ຳ​ຖິ້ມ​ໄປ​ກ່ອນ​ເພື່ອ​ລ້າງ​ແບກ​ທີ​ເລຍ​ທີ່​ເກາະ​ຢູ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...