spot_img
Homeຂ່າວຕ່າງປະເທດບຣິກິຕເທີ ເບຍເລນ ເປັນປະທານາທິບໍດີຍິງຄົນທຳອິດຂອງອອສເຕຣຍ

ບຣິກິຕເທີ ເບຍເລນ ເປັນປະທານາທິບໍດີຍິງຄົນທຳອິດຂອງອອສເຕຣຍ

Published on

ປະທານາທິບໍດີແຕ່ງຕັ້ງນາຍົກຄົນໃໝ່ຊຶ່ງເປັນເພດຍິງຄົນທຳອິດຂອງອອສເຕຣຍ ໂດຍມີໜ້າທີ່ດູແລລັດຖະບານຊົ່ວຄາວຈົນກວ່າຈະມີການເລືອກຕັ້ງໃໝ່.

ລາຍງານຂ່າວຕ່າງປະເທດເມື່ອວັນທີ 30 ພຶດສະພາຜ່ານມາໃຫ້ຮູ້ວ່າ ປະທານາທິບໍດີ ອາເລັກຊານເດີຣ ຟານເດີຣ ແຫ່ງປະເທດອອສເຕຣຍໄດ້ປະກາດແຕ່ງຕັ້ງໃຫ້ ທ່ານ ນາງ ບຣິກິຕເທີ ເບຍເລນ ປະທານສານລັດຖະທຳມະນູນເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ ຫຼັງຈາກທີ່ ທ່ານ ເຊບາສຕຽນ ຄຣູຊ ແພ້ຄະແນນໂຫວດບໍ່ໄວ້ວາງໃຈໃນສະພາ ແລະ ຖືກປົດອອກຈາກຕຳແໜ່ງພ້ອມຄະນະລັດຖະມົນຕີ.

ທັງນີ້ ທ່ານ ນາງ ເບຍເລນ ໃນໄວ 69 ປີກາຍເປັນຜູ້ນຳລັດຖະບານຊົ່ວຄາວຂອງອອສເຕຣຍ ຊຶ່ງທ່ານນາງຈະດຳລົງຕຳແໜ່ງໄປຈົນກວ່າຈະມີການເລືອກຕັ້ງໃໝ່ ຊຶ່ງຄາດຄະເນ ວ່າຈະເກີດຂຶ້ນໃນເດືອນກັນຍາທີ່ຈະເຖິງນີ້.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...