Homeຂ່າວພາຍ​ໃນຫວນຄືນມູນເຊື້ອວັນຜ່າວົງປິດລ້ອມກອງພັນທີ 2 ແລະ ວັນສຳຄັນຂອງຊາດ

ຫວນຄືນມູນເຊື້ອວັນຜ່າວົງປິດລ້ອມກອງພັນທີ 2 ແລະ ວັນສຳຄັນຂອງຊາດ

Published on

ໃນ​ວັນ​ທີ 29 ພຶດສະພາ 2019​ ກະຊວງ​ພາຍ​ໃນ ໄດ້ຈັດປາຖະກະຖາຫວນ​ຄືນ​ມູນ​ເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 60 ປີ (18 ພຶດສະພາ 1959-18 ພຶດສະພາ 2019) ​ແລະ ວິລະ​ກຳ​ການໂຕນຄຸກຢ່າງ​ມະຫັດສະຈັນຂອງ​ບັນດາ​ຜູ້ນຳ​ຂອງ​ພັກ ແລະ ແນວລາວຮັກຊາດ ຄົບຮອບ 59 ປີ (24 ພຶດສະພາ 1960-24 ພຶດສະພາ 2019) ເພື່ອເຮັດໃຫ້ສະມາຊິກພັກ ພະນັກງານພາຍໃນເຫັນໄດ້ຄວາມ​ສຳຄັນຂອງວັນດັ່ງກ່າວ ໃຫ້ກຽດປາຖະກະຖາ​ໂດຍ ທ່ານ ບົວ​ສີ ​ຈະ​ເລີ​ນສຸກ ອະດີດປະທານ​ຄະນະຮັບຜິດຊອບ​ຫົວໜ້າພິພິທະພັນ​ໄກ​ສອນ ພົມວິຫານ ພ້ອມດ້ວຍສະມາຊິກພັກ ແລະ ພະນັກ ງານຫຼັກແຫຼ່ງເຂົ້າຮ່ວມ.

ໂອກາດ​ດັ່ງກ່າວ ທ່ານ ບົວ​ສີ ​ໄດ້ຍົກໃຫ້​ເຖິງ​ສະພາບ​ການ​ຖືກ​ປິດ​ລ້ອມ​ຂອງ​ກອງພັນ​ທີ 2 ການ​ຜ່າ​ວົງ​ປິດ​ລ້ອມຂອງ​ກອງພັນ​ທີ 2 ​ແຕ່ວັນ​ທີ 18 ພຶດສະພາຫາວັນທີ 2 ມິຖຸນາ 1959 ຄວາມໝາຍຄວາມ​ສຳຄັນ ​ແລະ ປັດ​​ໄຈ​ພື້ນຖານ​ການຜ່າ​ວິດ​ປິດ​ລ້ອມ​ຂອງ​ກອງ​ພັນ​ທີ 2 ​ຊຶ່ງໃນຄໍ່າຄືນວັນທີ 18 ພຶດສະພາ 1959 ຄະນະບັນຊາກອງພັນທີ 2 ພາຍໃຕ້ການຊີ້ນໍາຂອງສູນກາງພັກໄດ້ໃຊ້ກົນອຸບາຍຫຼອກສັດຕູ ​ໂດຍໃຊ້ຄວາມມືດໃນ​ການຖອນທັບໄປທາງທິດຕາເວັນຕົກສຽງໃຕ້ ມຸ່ງໜ້າຫາເຂດບ້ານໂຕນນາແຖງໜອງຕິ້ວແລ້ວເຂົ້າປ່າໄປຕາມເສັ້ນທາງຫາບ້ານມາຍຢ່າງປິດລັບ ​ຊຶ່ງໃນຕອນເຊົ້າຂອງວັນທີ 19 ພຶດສະພາ 1959 ສັດຕູບຸກເຂົ້າປົດອາວຸດກອງພັນທີ 2 ແຕ່ພວກເຂົາຕົກສະເງີ້ເພາະຢູ່ໃນຄ້າຍມີແຕ່ຄວາມມິດງຽບ ແລະ ຫວ່າງເປົ່າ ພວກສັດຕູເຈັບແຄ້ນແໜ້ນໃຈ ແລະ ໄດ້ຮີບຮ້ອນໃຫ້ທຸກກໍາລັງໄລ່ຕາມຫວັງດັບສູນກອງພັນທີ 2 ແຕ່ບໍ່ສາມາດຕິດຕາມໄດ້ທັນ ໃນການເຄື່ອນທັບ 10 ກວ່າວັນ ກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວໄດ້ຜ່າວົງປິດລ້ອມທີ່ໜາແໜ້ນຂອງສັດຕູໄປສູ່ເຂດທີ່ໝັ້ນຂອງການປະຕິວັດດ້ວຍຄວາມປອດໄພ.

​ທ່ານ ບົວສີ ຍັງໄດ້ຫວນ​ຄືນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ລວມ​ເຖິງສະພາບການ ແລະ ການເຄື່ອນໄຫວປະຕິວັດຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດໃນໄລຍະຜ່ານມາ 1957-1959 ແຜນການ ແລະ ການກະກຽມໂຕນຄຸກໂພນເຄັງຂອງບັນດາຜູ້ນຳ ລວມທັງສາເຫດໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳໄປສູ່ເຂດທີ່ໝັ້ນການປະຕິວັດຢ່າງປອດໄພ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...