spot_img
Homeຂ່າວເຫດການຄ່ານິຍົມການອ່ານຂ່າວ "ບໍ່ທັນກົດເຂົ້າອ່ານ" ກໍວິຈານກ່ອນແລ້ວ

ຄ່ານິຍົມການອ່ານຂ່າວ “ບໍ່ທັນກົດເຂົ້າອ່ານ” ກໍວິຈານກ່ອນແລ້ວ

Published on

ສື່ອອນລາຍພວມເປັນທີ່ນິຍົມ ແລະ ນັບມື້ນັບມີການຂະຫຍາຍຕົວຂຶ້ນເລື້ອຍໆ ເຫັນວ່າ ປັດຈຸບັນສື່ຂ່າວທົ່ວໂລກບໍ່ສະເພາະແຕ່ໃນປະເທດລາວທີ່ຫັນມາໃຫ້ຄວາມສົນໃຈໃນການນຳສະເໜີຂ່າວ ຫຼື ເລື່ອງລາວຕ່າງໆຜ່ານໂລກໂຊຊຽວ ເພາະມັນຕອບໂຈດໃຫ້ກັບຄົນອ່ານໄດ້ຢ່າງວ່ອງໄວທັນໃຈ ແຕ່ປະເດັນຫຼັກທີ່ຜູ້ຂຽນຈະຍົກຂຶ້ນມາຂຽນໃນມື້ນີ້ແມ່ນກ່ຽວພັນກັບຄ່ານິຍົມຂອງການອ່ານຂ່າວ ຫຼື ພຶດຕິກຳການສະແດງຄວາມຄິດເຫັນໃນຂ່າວນັ້ນໆ.

ພຶດຕິກຳການວິພາກ-ວິຈານ ຖືເປັນພຶດຕິກຳສະເພາະຂອງຄົນບາງກຸ່ມເທົ່ານັ້ນ ພຽງແຕ່ເຫັນຫົວຂໍ້ຂ່າວທີ່ແປກໆ ຫຼື ມີຄວາມຜິດພາດພຽງເລັກໜ້ອຍ ກໍຕັ້ງແງ່ໃສ່ໂດຍບໍ່ໄດ້ເຂົ້າໄປອ່ານເນື້ອໃນຂອງຂ່າວ ແລະ ເລີ່ມພິມຄຳວິຈານຕ່າງໆນາໆທີ່ບໍ່ເໝາະສົມ.

ຜ່ານການສັງເກດຈິ່ງສາມາດຈຳແນກອອກເປັນ 3 ກຸ່ມຄື 1. ພຽງແຕ່ເຫັນຫົວຂໍ້ຂ່າວອ່ານແລ້ວບໍ່ຖືກໃຈກໍວິຈານເລີຍ 2. ອ່ານຄອມເມັ້ນກ່ອນແລ້ວຄ່ອຍວິຈານ ແລະ  3. ກົດເຂົ້າອ່ານເນື້ອໃນກ່ອນພິຈາລະນາ ແລ້ວຈຶ່ງວິຈານ.

ການສະແດງຄວາມຄິດເຫັນໃນຮູບແບບການໃຊ້ຄວາມຮູ້ສຶກລະບາຍນັ້ນມັນບໍ່ແມ່ນເລື່ອງທີ່ດີ ແລະ ບໍ່ສົມຄວນປານໃດ ຖ້າຄຳເວົ້າທີ່ທ່ານຂຽນນັ້ນມັນເປັນຄຳທີ່ຮຸນແຮງ ແລະ ຄຳບໍ່ສຸພາບ ຊຶ່ງສົ່ງຜົນເສຍຫາຍຕໍ່ບຸກຄົນອື່ນ ແລະ ຈິດໃຈ, ແຕ່ມັນກໍບໍ່ແມ່ນເລື່ອງທີ່ຜິດເພາະທຸກຄົນມີສິດໃນການປະກອບຄຳຄິດເຫັນ ທາງທີ່ດີກ່ອນຈະຂຽນຄຳຄອມເມ້ນໃດໆລົງໄປຂໍໃຫ້ອ່ານເນື້ອໃນຂອງຂ່າວຢ່າງລະອຽດ ອ່ານໃຫ້ເຂົ້າໃຈວ່າຂ່າວນັ້ນເວົ້າເຖິງຫຍັງແທ້ ຫາກທ່ານຕ້ອງການປະກອບຄຳຄິດເຫັນເພື່ອໃຫ້ນັກຂຽນ ຫຼື ເຈົ້າຂອງບົດປັບປຸງໃຫ້ມັນເໝາະສົມ ຖືກຕ້ອງ ກໍຄວນສະແດງຄວາມຄິດເຫັນໃນທາງບວກ ແທນທີ່ທ່ານຈະໃຊ້ຄຳເວົ້າຮຸນແຮງ ສຽດສີ ເພາະຄຳທີ່ທ່ານຂຽນລົງໄປນັ້ນມັນສົ່ງກະທົບທາງດ້ານຈິດໃຈ ແລະ ຄວາມຮູ້ສຶກຂອງມະນຸດໂດຍກົງ.

ທັງນີ້ ກໍເພື່ອຢາກໃຫ້ທຸກຄົນທີ່ເສບຂ່າວຈົ່ງມີສະຕິ ແລະ ໃຊ້ຄວາມຄິດໃນການເສບຂ່າວຂຶ້ນຕື່ມກ່ອນຈະຄອມເມັ້ນ.

ບົດໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...