spot_img
Homeຂ່າວການສຶກສານາຍົກເນັ້ນໃຫ້ ມຊ ຍົກສູງຄຸນນະພາບການສຶກສາເປັນບັນຫາສຳຄັນ

ນາຍົກເນັ້ນໃຫ້ ມຊ ຍົກສູງຄຸນນະພາບການສຶກສາເປັນບັນຫາສຳຄັນ

Published on

 

ໃນໂອກາດເຂົ້າຮ່ວມພິທີສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາຄົບຮອບ 20 ປີ, ຢູ່ມະຫາວິທະຍາໄລແຫ່ຊາດ ( ມຊ)

ຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໃນວັນທີ 6 ຕຸລາ ນີ້, ເຊິ່ງທ່ານໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ຄະນະນຳ

ແລະ ຄູອາຈານມະຫາວິທະຍາໄລດັ່ງກ່າວ ສືບຕໍ່ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາເປັນບັນຫາສຳຄັນຫລາຍກວ່າ

ການສ້າງຊັບພະຍາກອນມະນຸດທີ່ມີ ແຕ່ປະລິມານເປັນສ່ວນຫລາຍຄືໄລຍະຜ່ານມາ.

 

ທ່ານນາຍົກ ກ່າວວ່າ: ຕະຫລອດໄລຍະຂອງການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ມາຮອດປັດຈຸບັນກໍພໍດີຄົບຮອບ

18 ປີ, ເຊິ່ງໄດ້ປະຕິບັດໜ້າທີ່ການເມືອງອັນມີກຽດຂອງຕົນ ເຂົ້າໃນການພັດທະນາຊັບພະຍາກອນມະນຸດໃນລະດັບ

ຕ່າງໆຫລາຍກວ່າ 70 ພັນກວ່າຄົນ, ອັນໄດ້ກາຍເປັນກຳລັງແຮງສຳຄັນປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນຂົງເຂດວຽກ

ງານຂອງບັນດາອົງການຈັດຕັ້ງພັກ-ລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຕ່າງໆພາຍໃນປະເທດໄດ້ເປັນຢ່າງດີ,

ແນວໃດກໍຕາມ, ຄຽງຄູ່ກັບຜົນງານດັ່ງກ່າວນັ້ນກໍເຫັນວ່າມະຫາວິທະຍາໄລພວກເຮົາຍັງມີຂໍ້ຄົງຄ້າງຈຳນວນໜຶ່ງຊຶ່ງຈະ

ຕ້ອງໄດ້ເອົາໃຈໃສ່ແກ້ໄຂຄື ຄຸນນະພາບຂອງຖັນແຖວຄູ- ອາຈານຍັງບໍ່ບັນລຸຄາດໝາຍກຳນົດໄວ້, ເກີດມີປະກົດການ

ຫຍໍ້ທໍ້ໃນຖັນແຖວຄູອາຈານ ແລະ ພະນັກງານເປັນຕົ້ນ: ມີການປະລະການສອນເພື່ອໄປເຮັດວຽກທາງນອກ, ວຽກໃດ

ມີຜົນປະໂຫຍດຈຶ່ງເຮັດ, ມີການຮຽກຮ້ອງສິ່ງຕອບແທນຕ່າງໆ, ແລະ ຂາດຄວາມເອົາໃຈໃສ່ໃນການຕິດຕາມການສຶກ

ສາອົບຮົມນັກສຶກສາ, ດ້ານການຄຸ້ມຄອງບໍລິຫານ ເວົ້າລວມຍັງເຮັດບໍ່ທັນດີເທົ່າທີ່ຄວນ ເປັນຕົ້ນແມ່ນການປະຕິບັດຂໍ້

ກຳນົດກົດລະບຽບລະບຽບຕ່າງໆຍັງບໍ່ທັນເຂັ້ມງວດ, ນັກສຶກສາຈຳນວນໜຶ່ງ ຍັງບໍ່ທັນເອົາໃຈໃສ່ຕໍ່ການສຶກສາຮ່ຳຮຽນ

ຢາກໄດ້ແຕ່ຄະແນນ, ມີການທຸຈະລິດໃນເວລາກວດກາການສອບເສັງ ແລະ ລະເມີດກົດລະບຽບນັກສຶກສາ ແລະ ບັນຫາ

ອື່ນໆ, ເຊິ່ງຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ກ່າວມານັ້ນ, ຖ້າພວກເຮົາບໍ່ເອົາໃຈໃສ່ປັບປຸງແກ້ໄຂແນ່ນອນກໍຈະເປັນອຸປະສັກ

ກົດໜ່ວງທ່ວງດຶງການພັດທະນາຊັບພະຍາກອນມະນຸດ ຢູ່ມະຫາວິທະຍາໄລພວກເຮົາໃນສະເພາະໜ້າ ແລະ ຍາວນານ.

 

ທ່ານນາຍົກ ກ່າວວ່າ: ປັດຈຸບັນ, ໂລກຂອງພວກເຮົາ ພວມກ້າວສູ່ຄວາມກ້າວໜ້າຢ່າງໄວວາທາງດ້ານວິທະຍາສາດ,

ເຕັກໂນໂລຊີ ແລະ ດ້ານຂໍ້ມູນຂ່າວສານ, ສ່ວນໃນດ້ານເສດຖະກິດທີ່ອາໄສຊັບພະຍາກອນ ທຳມະຊາດເປັນຫລັກມາ

ເປັນເສດຖະກິດພູມປັນຍາ, ດັ່ງນັ້ນ, ບັນດາປະເທດໃນໂລກຈຶ່ງໄດ້ວາງຍຸດທະສາດໃນການພັດທະນາປະເທດຂອງຕົນ

ໃຫ້ມີຄວາມສາມາດແຂ່ງຂັນກັນໃນດ້ານຕ່າງໆ ໃຫ້ສູງຂຶ້ນເລື້ອຍໆ, ໃນນັ້ນຕົ້ນຕໍກໍແມ່ນການເລັງໃສ່ພັດທະນາຊັບພະ

ຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ. ສະເພາະຢູ່ ສປປ ລາວ ພວກເຮົາ, ພັກ ແລະ ລັດຖະບານໄດ້ວາງແຜນຍຸດທະ

ສາດ ເພື່ອການພັດທະນາເສດຖະກິດ-ສັງ ຄົມແຕ່ນີ້ຮອດປີ 2020 ເຊິ່ງໄດ້ກຳນົດຄາດໝາຍຢ່າງຈະແຈ້ງເພື່ອເຮັດໃຫ້

ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ເຮັດໃຫ້ປະເທດຊາດຫລຸດ ພົ້ນອອກຈາກຄວາມດ້ວຍພັດທະນາ.

ເພື່ອບັນລຸສອງພາລະກິດໃຫຍ່ຫລວງປະຫວັດສາດນີ້ ພວກເຮົາຕ້ອງໄດ້ນຳໃຊ້ຊັບພະຍາກອນທຳມະຊາດທີ່ມີໃຫ້ເກີດ

ປະໂຫຍດສູງສຸດ, ແຕ່ຊັບພະຍາກອນທີ່ເປັນປັດໃຈສຳຄັນ ແລະ ຕັດສີນນັ້ນແມ່ນຄົນ ຫລື ຊັບພະຍາກອນມະນຸດໃຫ້

ມີລະດັບແນວຄິດການເມືອງ, ມີຄວາມຮູ້, ມີຄວາສາມາດ, ມີສຸຂະພາບ ຮ່າງກາຍທີ່ແຂງແຮງ ແລະ ຈິດໃຈອຸດົມສົມບູນ,

ຊຶ່ງຂອດນີ້ກໍແມ່ນໜ້າທີ່ຂອງຄູ-ອາຈານທີ່ມີບົດບາດສຳຄັນທີ່ສຸດ ເພື່ອກໍ່ສ້າງຄົນໃຫ້ມີຄຸນນະພາບ. ສະນັ້ນພວກເຮົາ

ຕ້ອງໄດ້ວາງວິໄສທັດທີ່ຊັດເຈນວ່າ: ມະຫາວິທະຍາໄລແຫ່ງຊາດບໍ່ພຽງແຕ່ເປັນສະຖາບັນການສຶກສານຳໜ້າຂອງປະ

ເທດເທົ່ານັ້ນ, ແຕ່ຍັງເປັນສູນກາງຂອງການສຶກສາ, ວັດທະນະທຳ ແລະ ການຄົ້ນ ຄວ້າວິທະ ຍາສາດທີ່ມີຄຸນນະພາບ

ສູງເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະ

ນາເສດຖະກິດ-ສັງຄົມຂອງຊາດ, ຕອບສະໜອງໃຫ້ແກ່ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຕື່ມອີກ ເພາະວ່າ

ປະເທດພວກເຮົາໃນຕໍ່ໜ້ານີ້ນອກຈາກສູ້ຊົນ ແກ້ໄຂສະພາບດ້ອຍພັດທະນາແລ້ວຍັງໄດ້ເຂົ້າຮ່ວມການເຄື່ອນໄຫວວົງ

ຄະນາຍາດສາກົນໂດຍສະເພາະແມ່ນການເຂົ້າເປັນປະ ຊາຄົມເສດຖະກິດອາຊຽນໃນປີ 2015, ມະຫາວິທະຍາໄລແຫ່ງ

ຊາດຕ້ອງເພີ່ມທະວີຈັດຕັ້ງປະຕິບັດພາລະບົບບາດຂອງຕົນທີ່ໄດ້ກຳນົດໄວ້ໃຫ້ມີປະສິດທິພາບສູງກວ່າເກົ່າ ພ້ອມທັງ

ຂະຫຍາຍສາ ຂາການຮຽນ-ການສອນໃຫ້ຫລາຍຂຶ້ນຕອບສະໜອງໃຫ້ໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງຕະ

ຫລາດແຮງງານທັງພາຍໃນ ແລະ ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນ, ເພີ່ມທະວີຄວາມຮັບພິຊອບໃນການ

ຄົ້ນຄວ້າວິທະຍາສາດ ແລະ ເຕັກ ໂນໂລຊີທີ່ເປັນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ສຸມ

ໃສ່ປະຕິ ບັດຂໍ້ແຂ່ງຂັນສອນດີ-ຮຽນ ເກັ່ງ, ນອກຈາກນີ້, ຄູ-ອາຈານ, ພະນັກງານຕ້ອງເອົາໃຈໃສ່ພັດທະນາຕົນເອງໃຫ້

ມີຄຸນທາດການເມືອງໜັກແໜ້ນ ແລະ ມີທາດແທ້ຂອງຄວາມເປັນຄູຢ່າງແທ້ຈິງ ຈຶ່ງຈະສາມາດເຮັດສຳ ເລັດໜ້າທີ່ຄູ

ໃນຖານະ ເປັນວິສະວະກອນແຫ່ງດວງວິນຍານໄດ້. ສ່ວນນັກສຶກສາ ເຊິ່ງເປັນອານາຄົດຂອງຊາດຈະຕ້ອງໄດ້ເອົາໃຈໃສ່

ຄົ້ນຄວ້າຮ່ຳຮຽນ ແລະ ຮຽນໃຫ້ສຳເລັດຕາມຫລັກສູດ, ຕ້ອງເຝິກຝົນຫລ່ໍຫລອມຕົນເອງ ໃຫ້ມີຄວາມກ້າວໜ້າທາງດ້ານ

ແນວຄິດການເມືອງ, ມີຄຸນສົມບັດສີນທຳປະຕິວັດເພື່ອ ກຽມພ້ອມເປັນຜູ້ສືບ ທອດພາລະກິດຂອງປະເທດຊາດ, ປະ

ກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງໃນອານາຄົດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...