spot_img
Homeຂ່າວຕ່າງປະເທດທຣັມ ພ້ອມເຈລະຈາທຸກບັນຫາກັບ “ຮົວເຫວີຍ”

ທຣັມ ພ້ອມເຈລະຈາທຸກບັນຫາກັບ “ຮົວເຫວີຍ”

Published on

ປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດອາເມຣິກາໄດ້ອອກມາກ່າວເຖິງບັນຫາທີ່ມີຄວາມຍືດເຍື້ອກັບຮົວເຫວີຍ ທີ່ເຄີຍກ່າວວ່າຮົວເຫວີຍເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງອາເມຣິກາ ທັງນີ້ ທຣັມ ກໍພ້ອມແລ້ວທີ່ຈະເຈລະຈາຂໍ້ຕົກລົງຕ່າງໆເພື່ອຢຸດຕິບັນ ຫາສົງຄາມການຄ້າລະຫວ່າງອາເມຣິກາ ແລະ ສປ ຈີນ ເປັນຄັ້ງທຳອິດ.

ຜູ້ນຳອາເມຣິກາກ່າວວ່າ ມີຄວາມເປັນໄປໄດ້ທີ່ວໍຊິງຕັນຈະບັນລຸຂໍ້ຕົກລົງກັບລັດຖະບານປັກກິ່ງເພື່ອຢຸດຕິທຸກກໍລະນີ ໂດຍສະເພາະທາງດ້ານການຄ້າທີ່ພວມທະວີຄວາມຮຸນແຮງ ແລະ ກໍມີຄວາມເປັນໄປໄດ້ທີ່ຮົວເຫວີຍອາດຈະລວມຢູ່ໃນຂໍ້ຕົກລົງທາງການຄ້າດັ່ງກ່າວ.

ທັງນີ້ ທັດສະນະຄະຕິຂອງ ທຣັມ ແມ່ນຂັດແຍ່ງໂດຍກົງກັບຄຳກ່າວຂອງລັດຖະມົນຕີຕ່າງປະເທດ ໄມ ປອມເປໂອ ຊຶ່ງໄດ້ອອກມາກ່າວບໍ່ເທົ່າໃດຊົ່ວໂມງກ່ອນທີ່ຈະເກີດປະເດັນເລື່ອງຮົວເຫວີຍກັບບັນຫາການຄ້າແມ່ນບໍ່ມີຄວາມເຊື່ອມໂຍກັນ ພ້ອມນີ້ ກໍໄດ້ກ່າວອີກວ່າ ທັງ 2 ປະເດັນທີ່ແຍກກັນກໍຄື ປະເດັນຄວາມໝັ້ນຄົງຂອງຊາດ ແລະ ຄວາມພະຍາຍາມສ້າງຄວາມສຳພັນທາງການຄ້າທີ່ຍຸຕິທຳ ແລະ ສົມດຸນລະຫວ່າງ 2 ປະເທດ ຊຶ່ງອາເມຣິກາມີຄວາມຈຳເປັນທີ່ຈະຕ້ອງປົກປ້ອງຄວາມໝັ້ນຄົງຂອງຊາດ ແລະຕ້ອງມີຄວາມໝັ້ນໃຈວ່າຈະມີກົດລະບຽບດ້ານການຄ້າທີ່ຖືກຕ້ອງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: nation

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...