Homeສຸຂະພາບ ແລະ ສີ່ງແວດລ້ອມ5 ເຕັກນິກ ແລ່ນ ແບບໃດບໍ່ໃຫ້ປວດເຂົ່າ

5 ເຕັກນິກ ແລ່ນ ແບບໃດບໍ່ໃຫ້ປວດເຂົ່າ

Published on

วิ่ง-ข้อเข่าเสื่อม

ການແລ່ນເປັນ​ການ​ອອກ​ກຳ​ລັງ​ກາຍ​ທີ່​ເຮັດ​ໄດ້​ງ່າຍ​ແລະ​ປະ​ຫຍັດ ແຕ່​ບາງເທື່ອ​ເຕັກ​ນິກ​ການແລ່ນ ທີ່​ບໍ່​ຖືກ​ຕ້ອງ ລວມ​ເຖິງ​ເກີບ ​ຫລື​ສະພາບ​ຮ່າງກາຍ​ທີ່​ບໍ່​ອຳ​ນວຍ​ກໍ​ອາດ​ເຮັດໃຫ້​ເກີດ​ການ​ບາດ​ເຈັບ​ໄດ້​ເຊັ່ນ​ກັນ

ເຄັດລັບສຸຂະພາບ​ມີ 5ວິທີ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອາການ​ປວດ​ເຂົ່າ ​ຂະນະແລ່ນມາຝາກ

  1. ຄວນ​ອົບ​ອຸ່ນ​ຮ່າງກາຍ​ແລະ​ຢືດ​ກ້າມ​ເນື້ອ​ໃຫ້​ພຽງ​ພໍ ໂດຍ​ເລີ່ມ​ຈາກ​ການ​ຍ່າງ​ໄວ​ຫລື ແລ່ນຫລາຍໆ ກ່ອນທີ່ຈະແລ່ນເຕັມ​ທີ່ ລວມ​ທັງ​ຄວນ​ຢືດ​ກ້າມ​ເນື້ອ​ຮອບ​ເຂົ່າ ​ແລະ ​ຂໍ້​ຕີນ​ທຸກ​ເທື່ອ ເພື່ອ​ໃຫ້​ມີ​ການ​ປັບ​ໂຕ​ຂອງ​ກ້າມ​ຊີ້ນ ທີ່​ໃຊ້​ໃນ​ການ​ອອກ​ກຳ​ລັງ​ກາຍ ເຊັ່ນ ການ​ຫຍຽດ​ເຄົ່າ​ຊື່ ​ແລະ ​ຈັງ​ກ້າມ​ຊີ້ນ​ຕົ້ນ​ຂາ​ຄ້າງ​ໄວ້ 5ວິ​ນາ​ທີ​ຕໍ່​ເທື່ອ ເຮັດ​ປະ​ມານ 10 – 20ເທື່ອ​ຕໍ່​ມື້ ເປັນ​ຕົ້ນ
  2. ເລືອກ​ຊື້​ເກີບແລ່ນໃຫ້​ເໝາະ​ສົມ ເກີບ​ທີ່​ໃຊ້​ຄວນ​ມີ​ພື້ນ​ກັນ​ແຮງ​ກະທົບ​ທີ່​ພຽງ​ພໍ​ແລະ​ມີ​ຄວາມ​ກະ​ຊັບ​ພໍ​ດີ​ກັບ​ຕີນ ເຊິ່ງ​ຕາມ​ຮ້ານ​ຄ້າ​ທີ່​ຂາຍ​ມັກ​ຈະ​ມີ​ການ​ແຍກ​ປະ​ເພດ​ເກີບກິລາ​ຊະນິດ​ຕ່າງໆ ໄວ້​ແລ້ວ
  3. ຄວນ​ກວດ​ເບິ່ງ​ລັກສະນະ​ຕີນ​ວ່າ​ຜິດ​ປົກກະຕິ​ຫລື​ບໍ່ ສ່ວນ​ໃຫຍ່​ທີ່​ພົບ​ຄື ພາ​ວະ​ຕີນ​ແປຖ້າ​ເຈົ້າ​ມີ​ຕີນ​ແປ ​ເວລາ ແລ່ນດົນ​ໆ ອາດ​ເຮັດໃຫ້​ເກີດ​ອາການ​ປວດ​ເຂົ່າ ​ແລະ ​ຂໍ້​ຕີນໄດ້
  4. ບໍ່​ຄວນແລ່ນ ກ້າວ​ຕີນ​ຍາວ​ເກີນ​ໄປ​ ຫລື ​ຍົກ​ເຄົ່າ​ສູງ​ເກີນ​ໄປ ເພາະ​ເຮັດໃຫ້​ຂໍ້​ເຂົ່າ​ຕ້ອງ​ງໍ​ຫລາຍ​ເກີນ​ຄວາມ​ຈຳ​ເປັນ ອາດ​ເຮັດໃຫ້​ເກີດ​ບັນຫາ​ປວດ​ເຂົ່າ​ໄດ້​ງ່າຍ​ຂຶ້ນ
  5. ຄວນແລ່ນໂດຍ​ລົງ​ນ້ຳ​ໜັກ​ທີ່​ສົ້ນ​ຕີນ ການແລ່ນໂດຍ​ລົງ​ນ້ຳ​ໜັກ​ທີ່​ປາຍ​ຕີນ​ດົນ​ໆ ຈະ​ເຮັດໃຫ້​ເກີດ​ແຮງ​ດຶງຝ່າ​ຕີນ ປວດ​ກ້າມ​ຊີ້ນ​ຕີນ ແລະ ​ຍັງ​ເກີດ​ແນວ​ແຮງ​ທີ່​ຜິດ​ປົກກະຕິ​ທີ່​ຜ່ານ​ຕໍ່​ຂໍ້​ເຂົ່າ ເຮັດໃຫ້​ຕ້ອງ​ງໍ​ເຂົ່າ​ຫລາຍ​ຂຶ້ນ​ ຂະນະ​ແລ່ນ ແລະ ​ອາດ​ເຮັດໃຫ້​ເກີດ​ການ​ປວດ​ເຂົ່າ​ທາງໜ້າໄດ້

ແຕ່​ຖ້າຫາກ​​ມີ​ພາ​ວະ​ຂໍ້​ເສື່ອມ​ຢ່າງ​ຊັດເຈນ ຂໍ​ແນະ​ນຳ​ໃຫ້​ໃຊ້​ການ​ອອກ​ກຳ​ລັງ​ກາຍ​ດ້ວຍ​ວິທີ​ອື່ນໆ ເຊັ່ນ ລອຍນໍ້າ ໂຍ​ຄະ ຫລື ​ຍ່າງ​ໄວ ແທນ​ການ​ແລ່ນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...