spot_img
Homeຂ່າວທ້ອງຖິ່ນເຕືອນ! ໄລຍະ​ວັນ​ທີ 17-19 ພຶດ​ສະ​ພາ 2019 ອາກາດຍັງຈະຮ້ອນ ແລະ ມີຝົນຕົກພ້ອມລົມແຮງບາງທ້ອງຖິ່ນ

ເຕືອນ! ໄລຍະ​ວັນ​ທີ 17-19 ພຶດ​ສະ​ພາ 2019 ອາກາດຍັງຈະຮ້ອນ ແລະ ມີຝົນຕົກພ້ອມລົມແຮງບາງທ້ອງຖິ່ນ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 17-19 ພຶດສະພາ 2019 ວ່າ ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດ ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ​ພ້ອມມີລົມພັດແຮງໃນຕອນບ່າຍຫາຄໍ່າຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະສືບຕໍ່ຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ຫົວພັນ ແລະ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ ໃນໄລຍະວັນທີ 17-19 ພຶດສະພາ 2019 ຝົນຈະຕົກເບົາບາງລົງ ແລະ ອາກາດຍັງຈະຮ້ອນຕື່ມອີກ.

ພາກກາງ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະຮ້ອນ ແລະ ຈະມີຝົນຕົກເບົາບາງລົງ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ສະເພາະແຂວງໄຊຍະບູລີ ເຂດຫຼັກ 20 ເມືອງວຽງທອງ ແລະ ເມືອງນາກາຍ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະຮ້ອນ ແລະ ຈະມີຝົນຕົກເບົາບາງລົງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມ.

ພາກໃຕ້ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະຮ້ອນເອົ້າ ແລະ ຈະມີຝົນຕົກກະຈາຍທົ່ວທຸກເຂດ ແລະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ສະເພາະເຂດພູພຽງບໍລິເວນ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຈະຍັງເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມທັງມີລົມພັດແຮງຢູ່ບາງບໍລິເວນ.

ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 17-19 ພຶດສະພາ 2019 ອາກາດຍັງຈະຮ້ອນ ແລະ ຈະມີຝົນຕົກກະຈາຍ ພ້ອມທັງມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍຫາກາງຄືນ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...