spot_img
Homeຂ່າວທ້ອງຖິ່ນອາກາດຍັງຈະຮ້ອນເອົ້າ ແລະ ຈະມີຝົນຕົກໃນຫຼາຍພື້ນທີ່ໃນໄລຍະວັນທີ 10-12 ພຶດສະພາ 2019

ອາກາດຍັງຈະຮ້ອນເອົ້າ ແລະ ຈະມີຝົນຕົກໃນຫຼາຍພື້ນທີ່ໃນໄລຍະວັນທີ 10-12 ພຶດສະພາ 2019

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນໄລຍະວັນທີ 6-12 ພຶດສະພາ 2019 ຍ້ອນຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາມເວັນຕົກສຽງໃຕ້ພັດປົກຄຸມພາກກາງຫາພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນຫາຮ້ອນເອົ້າ ລວມທັງມີໝອກປົກຄຸມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຂອງແຂວງພາກກາງຫາ ພາກໃຕ້ ພ້ອມນີ້ ກໍຈະມີລົມພັດແຮງເປັນບາງເວລາ  ຊຶ່ງວັນທີ 10-12 ພຶດສະພາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດ ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນເອົ້າຢູ່ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະມີລົມພັດແຮງໃນຕອນບ່າຍຫາຄໍ່າຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ ໃນໄລຍະວັນທີ 6-9 ພຶດສະພາ 2019 ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ໃນຕອນບ່າຍອາກາດຍັງຈະຮ້ອນ ລວມທັງມີລົມພັດແຮງຢູ່ບາງທ້ອງຖິ່ນຂອງແຂວງຊຽງຂວາງ ແລະ ໃນວັນທີ 10-12 ພຶດສະພາ 2019 ອາກາດຍັງສືບຕໍ່ຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼືອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນຂອງແຂວງຜົ້ງສາລີ ຫົວພັນ ແລະ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ ໄລຍະວັນທີ 6-9 ພຶດສະພາ 2019 ອາກາດຍັງຈະຮ້ອນເອົ້າຫາຮ້ອນເອົ້າຫຼາຍໃນຕອນບ່າຍ ແລະຈະມີໝອກປົກຄຸມໃນຕອນກາງເວັນ ແລະໃນວັນທີ 10-12 ພຶດສະພາ 2019 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະມີລົມພັດແຮງຢູ່ບາງທ້ອງຖິ່ນຂອງແຂວງຫຼວງນໍ້າທາ ອຸດົມໄຊ ບໍ່ແກ້ວ ຫຼວງພະບາງ ແລະ ໄຊຍະບູລີ.

ພາກກາງ ໄລຍະວັນທີ 6-9 ພຶດສະພາ 2019 ອາກາດຍັງຈະຮ້ອນເອົ້າຫາຮ້ອນເອົ້າຫຼາຍໃນຕອນບ່າຍ ແລະຈະມີໝອກປົກຄຸມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນຂອງແຂວງ ວຽງຈັນ ບໍລິຄຳໄຊ ຄຳມ່ວນ ແລະ ສະຫວັນນະເຂດ ແລະ ວັນທີ 10-12 ພຶດສະພາ 2019 ຈະມີຝົນຕົກຫຼາຍຂຶ້ນ ແລະ ຈະມີລົມພັດແຮງບາງຄັ້ງຄາວ.

ສະເພາະແຂວງໄຊສົມບູນ ເຂດຫຼັກ 20 ເມືອງວຽງທອງ ແລະ ເມືອງນາກາຍ ໄລຍະວັນທີ 6-9 ພຶດສະພາ 2019 ອາກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ອາກາດຮ້ອນໃນຕອນບ່າຍ ຈະມີຝົນຕົກໃນລະດັບຄ່ອຍ ແລະມີລົມພັດແຮງບາງຄັ້ງຄາວຢູ່ບາງບໍລິເວນ  ແລະ ວັນທີ 10-12 ພຶດສະພາ 2019 ຝົນກໍຍັງສືບຕໍ່ຕົກຄືເກົ່າ.

ພາກໃຕ້ ໄລຍະວັນທີ 6-9 ພຶດສະພາ 2019 ອາກາດຍັງຈະຮ້ອນເອົ້າຫາຮ້ອນເອົ້າຫຼາຍໃນຕອນບ່າຍ ແລະມີໝອກປົກຄຸມ ໃນຕອນກາງເວັນຈະມີຝົນຕົກຟ້າຮອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະມີລົມພັດແຮງຢູ່ບາງທ້ອງຖິ່ນຂອງແຂວງເຊກອງ ​ສາລະວັນ ຈຳປາສັກ ແລະ ອັດຕະປື ແລະ ວັນທີ 10-12 ພຶດສະພາ 2019 ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ.

ສະເພາະເຂດພູພຽງບໍລະເວນ ໄລຍະວັນທີ 6-9 ພຶດສະພາ 2019 ອາກາດຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະມີລົມພັດແຮງບາງຄັ້ງຄາວຢູ່ບາງບໍລິເວນ ແລະ ວັນທີ 10-12 ພຶດສະພາ 2019 ຈະມີຝົນຕົກກະຈາຍເປັນບາງໂອກາດຢູ່ບາງບໍລິເວນ.

ນະຄອນຫຼວງວຽງຈັນ ໄລຍະວັນທີ 6-9 ພຶດສະພາ 2019 ອາກາດຍັງຈະຮ້ອນຫາຮ້ອນເອົ້າ ແລະ ມີໝອກປົກຄຸມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ແລະມີລົມພັດແຮງບາງຄັ້ງຄາວໃນຕອນບ່າຍຫາຕອນກາງຄືນ ແລະ ວັນທີ 10-12 ພຶດສະພາ 2019 ອາກາດຍັງຈະສືບຕໍ່ຮ້ອນ ແລະ ຈະມິຝົນຕົກຟ້າຮ້ອງ ແລະ ມີລົມພັດແຮງບາງຄັ້ງຄາວຢູ່ບາງບໍລິເວນໃນຕອນບ່າຍຫາກາງຄືນ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...