spot_img
Homeຂ່າວຕ່າງປະເທດເຈາະເລິກແຫຼ່ງເງິນທຶນຂອງກຸ່ມໄອເອສ

ເຈາະເລິກແຫຼ່ງເງິນທຶນຂອງກຸ່ມໄອເອສ

Published on

ກຸ່ມໄອເອສ ເປັນກຸ່ມກໍ່ການຮ້າຍທີ່ລວຍທີ່ສຸດໃນໂລກ ກ່ອນໜ້ານີ້ມີຂໍ້ສົງໃສກ່ຽວກັບແຫຼ່ງທຶນຂອງກຸ່ມໄອເອສ ຈົນຫຼ້າສຸດອິຣັກໄດ້ອອກມາກ່າວຫາວ່າ ຕັວກກີ ແລະ ຣັດເຊຍເປັນຜູ້ຮັບຊື້ນໍ້າມັນຈາກກຸ່ມໄອເອສ ພ້ອມທັງໄດ້ສະແດງຫຼັກຖານຢືນຢັນວ່າຕັວກກີເປັນລູກຄ້າໃນຕະຫຼາດມືດຂອງໄອເອສແທ້.

ເປົ້າໝາຍຫຼັກຂອງກຸ່ມໄອເອສແມ່ນຕ້ອງການຈັດຕັ້ງລັດອິສລາມ ພາຍໃຕ້ກົດໝາຍທີ່ຜູກກັບສາສະໜາ ມີລະບົບສິ່ງອຳນວຍຄວາມສະດວກທັງໄຟຟ້າ, ນໍ້າປະປາ,​ໂທລະສັບ, ຖະໜົນ, ລະບົບການສຶກສາ, ກອງທັບ ລວມໄປເຖິງມີສະກຸນເງິນເປັນຂອງຕົນເອງ, ໄອເອສໄດ້ຄວບຄຸມຢູ່ຫຼາຍພື້ນທີ່ໃນອິຣັກ ແລະ ຊີຣີ ຍັງມີເຄືອຂ່າຍຢູ່ອີກປະມານ 10 ປະເທດ ແຫຼມອາລັບ ແລະ ພູມິພາກອື່ນໆ.

ລາຍຮັບມາຈາກຫຼາຍທາງທັງໄດ້ມາຈາກຜູ້ສະໜັບສະໜູນລາຍໃຫຍ່ ທີ່ຄອຍອັດສີດເງິນທຶນ ການຄ້ານໍ້າມັນດິບ, ທຸລະກິດຜິດກົດໝາຍຫຼາຍປະເພດ,​ ການຄ້າມະນຸດ, ການລີດໄຖຊັບ, ການເກັບພາສີຈາກປະຊາຊົນພາຍໃຕ້ການປົກຄອງ.

ຜົນການວິເຄາະປະກົດວ່າ ໃນແຕ່ລະເດືອນກຸ່ມໄອເອສ ມີລາຍຮັບປະມານ 80.000.000 ໂດລາ ສຳລັບລາຍຮັບທີ່ໄດ້ມານັ້ນຈະຖືກນຳໄປໃຊ້ເປັນກອງທຶນເພື່ອຢຶດຄອງພື້ນທີ່ອື່ນໆ ຕໍ່ໄປ ລວມເຖິງການເຮັດສົງຄາມກັັບຊາດຕາເວັນຕົກໃນເວລານີ້ ແລະ ຍັງເປັນເງິນເດືອນໃຫ້ແກ່ກຸ່ມນັກຮົບໄອເອສ. ນອກຈານີ້,​ ຍັງຕ້ອງນຳເງິນໄປຊື້ອາວຸດເພື່ອເຮັດສົງຄາມ.

ຜູ້ຊ່ຽວຊານລະບຸວ່າ ກຸ່ມໄອເອສມີລາຍຮັບຈາກການຄ້ານໍ້າມັນກວ່າ 43% ຂອງລາຍຮັບ, IHS ເຜີຍວ່າກຸ່ມໄອເອສຮຽກເກັບພາສີຈາກປະຊາຊົນກວ່າ 50% ໂດຍຮູບແບບການເກັບພາສີແມ່ນນຳເອົາຄວາມຄິດ “ຊະກາດ” ຫຼື ການໃຫ້ທານປະຈຳປີ. ນອກຈາກນີ້, ກຸ່ມໄອເອສຍັງໄດ້ລາຍຮັບສ່ວນໜຶ່ງມາຈາກການຈັບຕົວຮຽກຄ່າໄຖ່ ເຊິ່ງຮຽກເກັບຄ່າໄຖ່ຕົວສູງກວ່າຫຼາຍສິບລ້ານໂດລາ.

ນັກວິເຄາະຈາກໜ່ວຍງານຂ່າວກອງໃຫ້ຮູ້ເພີ່ມເຕີມອີກວ່າ ກຸ່ມໄອເອສມີລະບົບການປົກຄອງໃນແບບຜະເດັດການ. ນອກຈາກນີ້, ຜູ້ຊ່ຽວຊານຍັງກ່າວອີກວ່າ ການທຳຄວາມເຂົ້າໃຈກ່ຽວກັບລະບົບເງິນທຶນຂອງກຸ່ມໄອເອສ ວ່າມາຈາກໃຜ? ມາຈາກໃສ? ມາໄດ້ແນວໃດ? ຈະເປັນສິ່ງທີ່ສາມາດເອົາຊະນະອຳນາດກຸ່ມກໍ່ການຮ້າຍນີ້ໄດ້.

ຮຽບຮຽງໂດຍ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...