spot_img
Homeຂ່າວເຫດການເຈົ້າໜ້າທີ່ກຳນົດຈຸດຈອດລົດໃນງານບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີ

ເຈົ້າໜ້າທີ່ກຳນົດຈຸດຈອດລົດໃນງານບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີ

Published on

 

ເພື່ອ​ເຮັດ​ໃຫ້​ງານ​ບຸນ​ອອກ​ພັນ​ສາປະ​ວໍລະ​ນາ ​ແລະ ຊ່ວງ​ເຮືອ​ປະ​ເພນີ​ທ່າ​ວັດ​ຈັນ ປະຈຳ​ປີ ພສ 2557 ດຳ​ເນີນ​ໄປ​ດ້ວຍ

ບັນຍາ ກາດ​ແຫ່ງ​ຄວາມ​ສະຫງົບ, ປອດ​ໄພ, ເປັນລະບຽບຮຽບຮ້ອຍ, ເບີກບານ​ມ່ວນ​ຊື່ນ, ຮັບປະກັນ​ລັກສະນະ​ຊາດ,

ຄວາມ​ສະອາດ​ສວຍ​ງາມ, ສ້າງ​ເງື່ອນ​ໄຂ​ໂຄສະນາ​ຂາຍ​ສິນຄ້າ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​, ນັກ​ລົງທຶນ​ເຂົ້າສູ່​ນະຄອນຫລວງ​

ວຽງ​ຈັນ. ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ນະຄອນຫລວງ​ວຽງ​ຈັນ ຈຶ່ງ​ອອກ​ແຈ້ງ​ການ​ມາ​ຍັງ​ທຸກ​ພາກສ່ວນ,

ທຸກ​ຊັ້ນຄົນ, ທຸກ​ເພດ​ໄວ ຈົ່ງ​ພ້ອມ​ກັນ​ເປັນ​ເຈົ້າການຈັດຕັ້ງປະຕິບັດ​ດັ່ງນີ້: ການ​ກຳນົດ​ເສັ້ນທາງ​ສັນຈອນ ​ແລະ ບ່ອນ

​ຈອດ​ລົດ​ປະ​ເພດ​ຕ່າງໆ: ບັນດາ​ລົດ​ຂົນ​ສົ່ງ​ໂດຍສານ​ທີ່​ມາ​ຈາກ​ທິດ​ຕ່າງໆ​ໃຫ້​ປະຕິບັດ​ດັ່ງນີ້: ມາ​ຈາກ​ທິດ​ເໜືອມີ​ຈຸດ

ປະສົງ​ມາ​ທ່ຽວ​ງານ​ບຸນຊ່ວງ​ເຮືອ​ ແມ່ນ​ອະນຸຍາດ​ໃຫ້​ເຂົ້າຈອດ​ສະຖານ​ທີ່​ຈອດ​ລົດ​ຢູ່​ ໂຮງຮຽນ​ມໍ​ປາຍ​ສີ​ໂຄດ ຫລື ຈອດ​

ຕາມ​ແຄມ​ຖະໜົນ​ສຸພາ​ນຸວົງ ​ແລະ ທາງ​ຮ່ອມ​ທີ່​ເຫັນ​ວ່າ​ມີ​ຄວາມ​ປອດ​ໄພ ​ແລະ ບໍ່​ເປັນ​ການ​ກີດຂວາງ​ການ​ສັນຈອນ

​ຂອງ​ຍານພາຫະນະ​ອື່ນ; ມາ​ຈາກ​ທິດ​ໃຕ້ ອະນຸຍາດ​ໃຫ້​ຈອດ​ຢູ່​ບໍລິ​ເວນ​ຈອດ​ລົດ​ຂອງ​ພະ​ແນ​ກ​ໂຍທາ​ທິການ ​ແລະ ທາງ​

ຮ່ອມ​ໂຮງຮຽນ​ມໍ​ປາຍ​ເພຍ​ວັດ ຫລື ຈອດ​ຕາມ​ແຄມ​ທາງ​ຮ່ອມ​ອື່ນໆ​ທີ່​ເຫັນ​ວ່າ​ມີ​ຄວາມ​ປອດ​ໄພ; ມາ​ຈາກ​ຖະໜົນ 13

​ໃຕ້ອະນຸຍາດ​ໃຫ້​ຈອດ​ຕາມ​ບໍລິ​ເວນ​ລານ​ຈອດ​ລົດ​ຕໍ່ໜ້າ​ສະໜາມກິລາ​ເຈົ້າອານຸວົງ ​ແລະ ຕາມ​ແຄມ​ເສັ້ນທາງ​ຮ່ອມ​ທີ່​

ເຫັນ​ວ່າ​ມີ​ຄວາມ​ປອດ​ໄພ; ບັນດາ​ລົດ​ເກງ, ລົດ​ກະບະ , ລົດ​ຕຸກໆ-ຈຳ​ໂບ້ ​ໃຫ້​ຈອດ​ຕາມ​ສະຖານ​ທີ່​ຈອດ​ລົດ​ທີ່​ອະນຸ​ກຳມະ

ການ​ຈັດ​ງານ​ໄດ້​ກຳນົດ​ໄວ້ ​ແລະ ປະຕິບັດ​ຕາມ​ການ​ສັນຍານ​ຂອງ​ເຈົ້າໜ້າ​ທີ່​ຕຳຫລວດ​ຈະລາຈອນ​ທີ່​ພວມ​ປະຕິບັດ​ໜ້າ​

ທີ່​ຕາມ​ຈຸດ, ຕາມ​ປ້ອມ​ຕ່າງໆ; ບັນດາ​ລົດຈັກ, ລົດຖີບ ອະນຸຍາດ​ໃຫ້​ຈອດ​ຕາມ​ສະຖານ​ທີ່​ຈອດ​ລົດ​ທີ່​ຄະນະ​ກຳມະການ​

ຈັດ​ງານ​ໄດ້​ກຳນົດ ​ໄວ້; ຜູ້ນຳ​ໃຊ້​ພາຫະນະ​ທຸກ​ປະ​ເພດ​ ທີ່​ບໍ່​ມີ​ຈຸດປະສົງ​ມາ​ທ່ຽວ​ງານບຸນແຕ່​ຕ້ອງການ​ນຳ​ໃຊ້​ຖະໜົນ

​ຕ່າງໆ​ຈົ່ງ​ປະຕິບັດ​ດັ່ງນີ້: ມາ​ຈາກ​ເສັ້ນ ທາງ 13 ​ເໜືອ ມີ​ຈຸດປະສົງ​ໄປ​ຖະໜົນ 13 ​ໃຕ້, ຖະໜົນ​ທ່າ​ເດື່ອ​ໃຫ້​ນຳ​ໃຊ້​ຖະໜົນ

​ອາ​ຊຽນ, ຖະໜົນ​ສີ​ທອງ, ຖະໜົນ​ໜອງ​ບຶກ ແລະ ຖະໜົນ​ດົງ​ໂດກ; ມາ​ຈາກ​ຖະໜົນ 13 ​ໃຕ້ ​ແລະ ຖະໜົນ​ເລກ 10

ມີ​ຈຸດປະສົງ​ໄປ​ຖະໜົນ 13 ເໜືອ ​ໃຫ້​ນຳ​ໃຊ້​ຖະໜົນ​ດົງ​ໂດກ- ໜອງ​ບຶກ ​ແລະ ຖະໜົນ​ອາ​ຊຽນ; ມາ​ຈາກ​ຖະໜົນທ່າ​

ເດື່ອ​, ຂົວ​ມິດຕະພາບ ມີ​ຈຸດປະສົງ​ໄປ​ຖະໜົນ 13 ​ເໜືອ ​ໃຫ້​ນຳ​ໃຊ້​ຖະໜົນ 450 ປີ, ຖະໜົນ​ກຳ​ແພງ​ເມືອງ ​ແລະ ຖະ

ໜົນ​ມິດຕະພາບ. ຫ້າມ​ພາຫະນະ​ທຸກ​ປະ​ເພດ​ນຳ​ໃຊ້​ຖະໜົນ​ຟ້າ​ງຸ່ມ (ແຄມ​ຂອງ) ​ເລີ່​ມ​ແຕ່​ສາມ​ແຍກ​ຄລີ​ນິກສາກົນ

​ເຖິງ​ສາມ​ແຍກ​ປາກ​ປ່າ​ສັກ ລະຫວ່າງ​ວັນ​ທີ 7-9 ຕຸລາ 2014. ສະ​ເພາະ​ພາຫະນະ​ຂົນ​ສົ່ງ​ສິນຄ້າ​ປະ​ເພດ​ຕ່າງໆ​ທີ່​ມີ​ຈຸດປະ

ສົງ​ນຳ​ເອົາ​ສິນຄ້າ​ເຂົ້າ​ໄປ​ຂາຍ​ໃນ​ງານ​ບຸນ​ ອະນຸຍາດ​ໃຫ້​ນຳ​ສົ່ງ​ເຄື່ອງ​ແຕ່​ເວລາ 5:00-9:00 ​ໂມງ​ເຊົ້າຂອງ​ວັນ​ທີ 7 ຕຸລາ

2014.

 

ສ່ວນບັນດາ ​ຂໍ້​ຫ້າມ​ຕ່າງໆ ແມ່ນໃຫ້​ປະຕິບັດ​ລະບຽບ​ການ​ຂອງ​ພະ​ແນ​ກອຸດສາຫະກຳ-ການ​ຄ້າ​ນະຄອນຫລວງ​ວຽງ​ຈັນ

ກ່ຽວ​ກັບ​ຫ້າມ​ນຳ​ເຂົ້າ ​ແລະ ບໍລິການ​ຊື້-ຂາຍ, ຈູດ​ໂຄມ​ໄຟ​ລອຍ​ຟ້າ ​ແລະ ຈູດ​ໝາກກະ​ໂພ​ກທຸກ​ຊະນິດ, ທຸກ​ລະດັບ;

ຫ້າມ​ນຳ​ໃຊ້​ທາດ​ລະ​ເບີດ, ທາດ​ແຕກ, ທາດ​ເບື່ອ, ​ເຄມີ, ທາດ​ກຳ​ມະ​ລັງສີ ແລະ ວັດຖຸ​ອອກ​ລິດ​ຕໍ່​ສຸຂະພາບ​ຈິດ, ​ເປັນ​ຜົນ

​ລົບ​ຕໍ່​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ; ຫ້າມ​ຖື​ອາວຸດ​ທຸກ​ຊະນິດ​ເຂົ້າ​ໄປ​ໃນ​ງານ​ບຸນ ຍົກເວັ້ນ

​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ ທີ່​ພວມ​ປະຕິບັດ​ໜ້າ​ທີ່​ໃນ​ການ​ປ້ອງ​ກັນ​ງານ​ບຸນ​ດັ່ງກ່າວ; ຫ້າມ​ດື່ມ​ເຫລົ້າ, ​ເບຍ​ໃນ​

ສະພາບ​ມຶນ​ເມົາ​ແລ້ວ​ຂັບ​ລົດ​ສັນຈອນ​ຕາມ​ເສັ້ນທາງ​ຫລວງ, ຫ້າມ​ຂີ່​ລົດ​ເປັນ​ພຶງ​ເປັນ​ແພ, ຂີ່​ລົດ​ແຂ່ງ​ກັນ, ຂີ່​ລົດ​ກວນ​

ເມືອງ, ຂັບ​ຂີ່​ລົດ​ທີ່​ເປັນ​ພຶດຕິ​ກຳ​ລະ​ເມີດ​ກົດໝາຍ​ການ​ສັນຈອນ​ຕາມ​ເສັ້ນທາງ​ຫລວງ. ດັ່ງນັ້ນຈຶ່ງຮຽກຮ້ອງ​ມາ​ຍັງ​ການ

ຈັດຕັ້ງ ພັກ-ລັດ, ອົງການ​ຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ, ຫົວໜ່ວຍ​ທຸລະ​ກິດ, ການຈັດຕັ້ງສາກົນຕະຫລອດ

​ຮອດ​ພໍ່​ແມ່​ປະຊາຊົນ, ທຸກ​ຊັ້ນຄົນ​ບັນດາ​ເຜົ່າ​ຊາວ​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ຜູ້​ທີ່​ມາ​ພັກ​ເຊົາ, ດຳລົງ​ຊີວິດ​ຢູ່​ນະຄອນ

ຫລວງ​ວຽງ​ຈັນ​ ຈົ່ງ​ຮ່ວມ​ມືປະກອບສ່ວນ​ໃນ​ການຈັດຕັ້ງປະຕິບັດ​ແຈ້ງ​ການ​ສະບັບ​ນີ້​ ໃຫ້​ໄດ້​ຮັບ​ຜົນ​ດີ; ມອບ​ໃຫ້​ເຈົ້າໜ້າ​

ທີ່ ປກສ ບັນດາ​ເມືອງ, ກອງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ, ປກສ ກຸ່ມ​ບ້ານ ຫລື ​ເອີ້ນວ່າ: ຕຳຫລວດ​ບໍລິການ​ປະຊາຊົນ,

ປກສ ບ້ານ​ ສົມທົບ​ອຳນາດ​ການ​ປົກຄອງ, ການຈັດຕັ້ງຂັ້ນບ້ານ​ເຜີຍ​ແຜ່​ແນະນຳ​ໃຫ້​ປະຊາຊົນ, ຊັ້ນຄົນ​ຕ່າງໆ​ຮັບ​ຮູ້​

ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງທົ່ວ​ເຖິງ ​ແລະ ​ເຂົ້າຮ່ວມ​ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບ; ​ໃນ​ກໍລະນີ​ເຈົ້າໜ້າ​ທີ່​ກວດ

ກາ​ພົບ​ເຫັນ​ການ​ປະພຶດ, ການ​ປະຕິບັດ​ທີ່​ເປັນ​ການລະ​ເມີດ​ແຈ້ງ​ການ​ສະບັບ​ນີ້ ຕ້ອງ​ສຶກສາ​ອົບຮົມ, ກ່າວ​ເຕືອນ, ປັບ

​ໃໝ​ຕາມ​ສະຖານ​ເໝາະ​ສົມ​, ກໍລະນີ​ຮ້າຍ​ແຮງ​ຕ້ອງ​ດຳ​ເນີນ​ມາດ​ຕະການ​ສະກັດ​ກັ້ນ​ແກ້​ໄຂ​ຢ່າງ​ສົມ​ຄູ່, ຖືກ​ຕາມ​ຂັ້ນ

ຕອນ​ຂະ​ບວນຍຸຕິ​ທຳ ທັງ​ສາມາດ​ເລີກລົ້ມພຶດຕິ​ກຳ​ທີ່​ເປັນ​ອັນຕະລາຍ​ຕໍ່​ສັງຄົມ. ດັ່ງນັ້ນ ຈຶ່ງ​ຂໍ​ແຈ້ງ​ການ​ມາ​ເພື່ອ​ຊາບ ​

ແລະ ຂໍ​ການ​ຮ່ວມ​ມື​ປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...