spot_img
Homeຂ່າວຕ່າງປະເທດສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມການຮ່ວມມືສ້າງກົດໝາຍ ເຊື່ອມໂຍງສາກົນ

ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມການຮ່ວມມືສ້າງກົດໝາຍ ເຊື່ອມໂຍງສາກົນ

Published on

ໃນວັນທີ 25 ເມສາ 2019 ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານ ນາງ ຕ່ອງ ທິ ຟ໊ອງ ກຳມະການກົມການເມືອງສູນກາງພັກ, ຮອງປະທານ ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບຄະນະຜູ້ແທນສະພາແຫ່ງຊາດລາວ ຊຶ່ງນຳໂດຍ ທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.

ໃນການພົບປະຫາລືຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເສີມຂະຫຍາຍຜົນສຳເລັດໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຝູ ຈ້ອງ ແລະ ບັນດາຜົນງານການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ; ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ຍັງເຫັນວ່າສອງຝ່າຍຄວນມີການຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃໝ່, ທັງເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນບົດຮຽນໃນວຽກງານສ້າງກົດໝາຍ ເພື່ອຮັບໃຊ້ການເຊື່ອມໂຍງເຂົ້າກັບສາກົນ.

ໂອກາດນີ້, ທ່ານ ນາງ ຕ່ອງ ທິ ຟ໊ອງ ຢືນຢັນວ່າ: ການນຳສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະພາແຫ່ງຊາດລາວ ໂດຍສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນໃນຂົງເຂດນິຕິບັນຍັດ ກໍຄືການປະຕິບັດບັນດາພາລະໜ້າທີ່ຕິດຕາມກວດກາ ແລະ ຕັດສິນໃຈບັນດາບັນຫາໃຫຍ່ຂອງປະເທດຊາດ.

ໂອກາດດຽວກັນ, ທ່ານ ສົມພັນ ແພງຄຳມີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນສະພາແຫ່ງຊາດລາວ ພວມກະກຽມການເລືອກຕັ້ງສະພາແຫ່ງຊາດຊຸດໃໝ່ ເຊິ່ງຈະດຳເນີນໃນປີ 2021 ໂດຍສະພາແຫ່ງຊາດລາວ ປາຖະໜາຢາກໃຫ້ສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນຊ່ວຍສະພາແຫ່ງຊາດລາວ ເຄື່ອນໄຫວນັບມື້ນັບບັນລຸໄດ້ປະສິດທິຜົນສູງກ່ວາເກົ່າ, ພ້ອມທັງແບ່ງປັນບົດຮຽນການເລືອກຕັ້ງ ແລະ ການເຄື່ອນ ໄຫວຂອງສະພາປະຊາຊົນທຸກຂັ້ນ.

 

 

 

 

 

 

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...