Homeຂ່າວພາຍ​ໃນລັດ ໃຫ້ທຶນ 2 ຕື້ກວ່າກີບ ພື້ນຟູສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ

ລັດ ໃຫ້ທຶນ 2 ຕື້ກວ່າກີບ ພື້ນຟູສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ

Published on

ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ສະໜອງ​ທຶນ 2,4 ຕື້ກວ່າກີບ ​ໃຫ້​ກົມ​ປ່າ​ໄມ້ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ແລະ ຄະນະ​ວິທະຍາສາດ​ປ່າ​ໄມ້ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເພື່ອ​ປັບປຸງ, ພັດທະນາ ແລະ ​ຟື້ນ​ຟູ ສວນພຶກສາ​ສາດ ຫ້ວຍຍາງ-ດົງ​ໝາກຄາຍ ນະຄອນຫລວງ​ວຽງ​ຈັນ ເປັນຕົ້ນ ແມ່ນການປູກຕົ້ນໄມ້ ພືດ​ພັນ​ໄມ້​ຫຼາກ​ຫຼາຍ​ຊະ​ນິດ ໃຫ້​ມີ​ຄວາມ​ອຸດົມສົມບູນ, ທັງ​ສ້າງ​ໃຫ້​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ.

ພິທີ​ເຊັນ​ສັນຍາ ສະ​ໜອງ​ທຶນ​ດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ​ເມສາ 2019 ນີ້, ລະຫວ່າງ​ທ່ານນາງ ບຸນ​ພາ​ມາ ​ໂພທິ​ສານ ຮອງ​ຫົວໜ້າ​ຫ້ອງການ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ​ທ່ານ ຊູ​ຊາດ ​ໄຊ​ຍະ​ກຸມມານ ຫົວໜ້າ​ກົມ​ປ່າ​ໄມ້ ​ແລະ ທ່ານ​ນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະ​ວິທະຍາສາດ​ປ່າ​ໄມ້ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໂດຍ​ມີຕົວແທນຈາກ​ພາກ​ສ່ວນ​ກ່ຽວຂ້ອງ ທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ.ທຶນ​ຈຳນວນ​ດັ່ງກ່າວ ຈະ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການປະຕິບັດ 2 ​ໂຄງການ ຄື: ​ໂຄງການ​ປູກ​ຕົ້ນ​ໄມ້ ​ເພື່ອ​ຟື້ນ​ຟູ ສວນພຶກສາ​ສາດ ຫ້ວຍຍາງ-ດົງ​ໝາກຄາຍ ມູນ​ຄ່າ 1,6 ຕື້ກວ່າກີບ ຈັດ​ຕັ້ງ​ປະຕິບັດ​​ໂດຍ​ກົມ​ປ່າ​ໄມ້ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ເຊິ່ງຈະ​​ປູກ​ຕົ້ນ​ໄມ້ ​ໃນ​ຮູບ​​ແບບຂອງ​ສວນ​ປູກ​ໃນ​ເນື້ອ​ທີ່​ເປົ່າ​ຫວ່າງ​ຂະໜາດ​ໃຫຍ່ ​ແລະ ປູກ​ຕົ້ນ​ໄມ້​ເສີມ​ກ້ອງ​ປ່າ​ໃນ​ເຂດ​ປ່າ​ຊຸດ​ໂຊມ ກວມ​ເນື້ອ​ທີ່​ປະມານ 136 ​ເຮັກຕາ, ​ໄລຍະ​ການ​ປະຕິບັດ​ໂຄງການ 4 ປີ.

ສ່ວນໂຄງການທີ 2 ແມ່ນການ​ພັດທະນາສວນພຶກສາ​ສາດ ຫ້ວຍຍາງ-ດົງ​ໝາກຄາຍ ມູນ​ຄ່າ 839 ລ້ານກີບ ປະຕິບັດ​​ໂດຍຄະນະ​ວິທະຍາສາດ​ປ່າ​ໄມ້ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເຊິ່ງຈະ​ໄດ້​ຟື້ນ​ຟູ ​ແລະ ປູກ​​ຕົ້ນໄມ້ຄືນ ​ໃຫ້​ມີ​ຄວາມ​ອຸດົມສົມບູນ ​ເຕັມ​ໄປ​ດ້ວຍ​ພືດ​ພັນ​ໄມ້​ຫລາກ​ຫລາຍ​ຊະ​ນິດ, ສ້າງ​ໃຫ້​ເປັນ​ສະຖານ​ທີ່​ຝຶກ, ທົດ​ລອງ, ຄົ້ນຄວ້າ, ສາທິດ ກ່ຽວ​ກັບພາກ​ວິຊາ​ຕ່າງໆ ຂອງ​ຫລັກສູດ​ທີ່​ກ່ຽວຂ້ອງ ​ໃນ​ຄະນະ​ວິທະຍາສາດ​ປ່າ​ໄມ້ ​ແລະ ຄະນະ​ວິຊາ​ຕ່າງໆ ​ໃນ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ທັງ​ສ້າງ​ໃຫ້​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ, ​ເປັນ​ບ່ອນ​ພັກຜ່ອນ​ຢ່ອນ​ໃຈ ​ແລະ ອື່ນໆ ກວມ​ເນື້ອ​ທີ່ 80 ​ເຮັກ​ຕາ ເຊິ່ງມີ​ໄລຍະ​ການ​ປະຕິບັດ​ໂຄງການ 2 ປີ.

 

 

 

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...