Homeຂ່າວຕ່າງປະເທດກຳປູເຈຍ ໄດ້ຮັບວັດຖຸບູຮານທີ່ຖືກລັກໄປກັບຄືນປະເທດແລ້ວ 350 ອັນ

ກຳປູເຈຍ ໄດ້ຮັບວັດຖຸບູຮານທີ່ຖືກລັກໄປກັບຄືນປະເທດແລ້ວ 350 ອັນ

Published on

 

ກຳປູເຈຍໄດ້ຮັບມອບວັດຖຸບູຮານກັບຄືນສູ່ປະເທດແລ້ວ 350 ອັນ ໃນຊ່ວງລະຫວ່າງແຕ່ປີ 1996 – 2014 ຕາມການ

ເປີດເຜີຍຂອງທາງການ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ຕຸລານີ້ວ່າ ທ່ານ ໂສກ ອານ ຮອງນາຍົກລັດຖະມົນຕີກຳປູເຈຍ ໄດ້ກ່າວ

ໃນພິທີເປີດງານນິເທດສະການຊົ່ວຄາວ ສະແດງຮູບປັ້ນສະໄໝເກາະແກຣ໌ ທີ່ໄດ້ຮັບມອບຄືນຈາກສະຫະລັດອາເມຣິ

ກາ ຢູ່ທີ່ພິພິທະພັນແຫ່ງຊາດໃນນະຄອນຫລວງພະນົມເປັນວ່າ ບູຮານວັດຖຸທັງ 350 ອັນ ໄດ້ຖືກສົ່ງມອບມາຈາກສະ

ຫະລັດ, ຝຣັ່ງ, ໄທ, ອົດສະຕາລີ, ສະວິດເຊີແລນ, ອິນໂດເນເຊຍ, ໂຮນລັງ, ຍີ່ປຸ່ນ, ອັງກິດ, ເດນມາກ, ເຢຍລະມັນ, ຮຸງ

ກາລີ, ການາດາ ແລະ ໄຕ້ຫວັນ.

 

ທ່ານຮອງນາຍົກລັດຖະມົນຕີກຳປູເຈຍ ຍັງໄດ້ຮຽກຮ້ອງໃຫ້ບັນດານັກສະສົມວັດຖຸບູຮານຂອງກຳປູເຈຍໃນທົ່ວໂລກ

ມອບສົມບັດອັນລ້ຳຄ່າທີ່ຖືກລັກໄປນັ້ນ ກັບຄືນມາສູ່ປະເທດກຳປູເຈຍ ແລະ ວັດຖຸບູຮານທີ່ກັບຄືນມາປະເທດແລ້ວ

ນັ້ນ ໄດ້ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນທີ່ມີຮ່ວມກັນ ລະຫວ່າງລັດຖະບານກຳປູເຈຍ

ແລະ ສະຖາບັນຕ່າງໆທັງໃນປະເທດ ແລະ ຕ່າງປະເທດ ໃນການຮັກສາມໍລະດົກທາງວັດທະນະທຳຂອງກຳປູເຈຍ ເພື່ອ

ຜົນປະໂຫຍດໂດຍລວມຕໍ່ມວນມະນຸດ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...