spot_img
Homeຂ່າວທ້ອງຖິ່ນຄາດຄະເນສະພາບອາກາດໃນລະຫວ່າງວັນທີ 22-28 ເມສາ 2019

ຄາດຄະເນສະພາບອາກາດໃນລະຫວ່າງວັນທີ 22-28 ເມສາ 2019

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນລະຫວ່າງວັນທີ 22 ຫາ 25 ເມສາ 2019 ຈະມີອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກຕາເວັນອອກ ແລະ ພາກກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດ, ຈາກນັ້ນວັນທີ 26 ຫາ 28 ເມສາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນໝາກເຫັບຕົກ ພ້ອມຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຝົນຕົກປານກາງ ແລະ ມີລົມພັດແຮງໃນຕອນບ່າຍ ຫາ ຄໍ່າ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 22 ຫາ 28 ເມສາ 2019 ໂດຍທົ່ວໄປອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ອາກາດຮ້ອນໃນຕອນບ່າຍ, ຈະມີຝົນຕົກຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຂອງແຂວງຫົວພັນ ແລະ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 22 ຫາ 28 ເມສາ 2019 ອາກາດຮ້ອນເອົາ ຫາ ຮ້ອນເອົ້າຫຼາຍ ໃນຕອນບ່າຍ, ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຫຼວງພະບາງ ແລະ ໄຊຍະບູລີ.

ພາກກາງ: ໃນໄລຍະວັນທີ 22 ຫາ 25 ເມສາ 2019 ອາກາດຈະຮ້ອນເອົ້າພ້ອມມີໝອກແຫ້ງປົກຫຸ້ມໃນໄລຍະຕອນບ່າຍ ຫາ ຄໍ່າ ແລະ ຈະມີຝົນຕົກຟາຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນໃນວັນທີ 26 ຫາ 28 ເມສາ 2019 ອາກາດຍັງສືບຕໍ່ຮ້ອນເອົ້າ ຈະມີຝົນ ແລະ ໝາກເຫັບຕົກ ພ້ອມຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄໍ່າ ຢູ່ບາງທ້ອງຖິ່ນ ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 22 ຫາ 25 ເມສາ 2019 ອາກາດເຢັນໃນຕອນກາງຄືນ ແລະ ຕອນເຊົ້າ ແລະ ອາກາດຮ້ອນໃນຕອນບ່າຍ, ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງໂອກາດບາງບໍລິເວນ, ຈາກນັ້ນວັນທີ 26 ຫາ 28 ເມສາ 2019 ອາກາດຍັງຮ້ອນຕື່ມ, ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ.

ພາກໃຕ້: ໃນໄລຍະວັນທີ 22 ຫາ 25 ເມສາ 2019 ອາກາດຮ້ອນເອົ້າ ຫາ ຮ້ອນເອົ້າຫຼາຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ, ຈາກນັ້ນວັນທີ 26 ຫາ 28 ເມສາ 2019 ອາກາດຍັງສືບຕໍ່ຮ້ອນເອົ້າ ຫາ ຮ້ອນເອົ້າຫຼາຍ ຈະມີຝົນ ແລະ  ໝາກເຫັບຕົກ ພ້ອມຟ້າຮ້ອງຟ້າເຫຼືອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄໍ່າ ຢູ່ບາງທ້ອງຖິ່ນແຂວງ ສາລະວັນ,​ ຈຳປາສັກ, ອັດຕະປື ແລະ ເຊກອງ.

ສະເພາະເຂດພູພຽງບໍລິເວນ: ໃນໄລຍະວັນທີ 22 ຫາ 25 ເມສາ 2019 ອາກາດຍັງຈະເຢັນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ, ຈາກນັ້ນວັນທີ 26 ຫາ 28 ເມສາ 2019 ອາກາດຮ້ອນໃນໄລຍະຕອນບ່າຍ,​ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ.

ນະຄອນຫຼວງວຽງຈັນ:​ ໃນໄລຍະວັນທີ 22 ຫາ 28 ເມສາ 2019 ອາກາດຮ້ອນເອົ້າ ຫາ ຮ້ອນເອົ້າຫຼາຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດໃນຕອນບ່າຍ ຫາ ຕອນກາງຄືນ.

ຄຳເຕືອນ: 

ໃນລະຫວ່າງວັນທີ 22 ຫາ 25 ເມສາ 2019 ຄວາມກົດດັນອາກາດຕໍ່າຂອງອາກາດທີ່ມີກຳລັງປານກາງ ຫາ ແຮງ ຈະປົກຄຸມຢູ່ທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກສຽງເໜືອ ພັດປົກຄຸມພາກເໜືອ ແລະ ລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີພາຍຸລະດູຮ້ອນເກີດຂຶ້ນຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິຕໍ່ສະພາບອາກາດທີ່ຈະເກີດຂຶ້ນໃນໄລຍະທ້າຍອາທິດ ແລະ ໃຫ້ຕິດຕາມຂ່າວພະຍາກອນອາກາດເປັນປະຈຳ.

ຮຽບຮຽງໂດຍ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...