spot_img
Homeຂ່າວພາຍ​ໃນລັດ​ຖະ​ບານ​ລາວ ມອບ​ຫລຽນ​ກາ​ມິດ​ຕະ​ພາບ​ໃຫ້ ຜູ້​ປະ​ສານ​ງານ​ອົງ​ການ ສ​ປ​ຊ

ລັດ​ຖະ​ບານ​ລາວ ມອບ​ຫລຽນ​ກາ​ມິດ​ຕະ​ພາບ​ໃຫ້ ຜູ້​ປະ​ສານ​ງານ​ອົງ​ການ ສ​ປ​ຊ

Published on

ໃນ​ວັນ​ທີ 19 ເມ​ສາ 2019 ຜ່ານ​ມາ, ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ມີ​ພິ​ທີ​ປະ​ດັບ​ຫລຽນ​ກາ​ມິດ​ຕະ​ພາບໃຫ້​ ​ທ່ານ ນາງ ຄາ​ຣີ​ນາ ອີມ​ໂມ​ເນັນ​ ຜູ້​ປະ​ສານ​ງານອົງ​ການ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ແລະ ຜູ້​ຕາງ​ໜ້າ​ອົງ​ການ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ (UNDP) ປະ​ຈຳ ສ​ປ​ປ ລາວ ເພື່ອ​ເປັນ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ງານ​ຂອງ​ຜູ້​ກ່ຽວ ພາຍ​ຫລັງ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສ​ປ​ປ ລາວ. ຕາງ​ໜ້າ​ລັດ​ຖະ​ບານ​ລາວ ປະ​ດັບ​ຫລຽນ​ກາ​ມິດ​ຕະ​ພາບ​ໃນ​ຄັ້ງ​ນີ້, ແມ່ນ ທ່ານ ທອງ​ຜ່ານ ສ​ະ​ຫວັນ​ເພັດ ຮອງ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ມີ​ພະ​ນັກ​ງານ​ຂັ້ນ​ສູງ​ ຈາກ​ຂະ​ແໜງ​ການ​ກ່​ຽວ​ຂ້ອງ, ຜູ້​ຕາງໜ້າ​ຫ້ອງ​ການ​ຜູ້​ປະ​ສານ​ງານ ສ​ປ​ຊ ແລະ ອົງ​ການ​ເຄືອ​ຂ່າຍ ສ​ປ​ຊ ປະ​ຈຳ ສ​ປ​ປ ລາວ ​ເຂົ້າ​ຮ່ວມ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ວ​ຽກ​ງານ ​ໃນ​ໄລ​ຍະ​ຜ່ານ​ມາ​ຂອງ​ທ່ານ ນາງ ຄາ​ຣີ​ນາ ອີມ​ໂມ​ເນັນ ທີ່​ໄດ້​ປະ​ກອບ​ສ່ວນ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື ແລະ ຊ່ວຍ​ເຫລືອ ສ​ປ​ປ ລາວ ໃນ​ດ້ານ​ຕ່າງໆ​ຂອງ​ອົງ​ການ UNDP ເປັນ​ຕົ້ນ​ແມ່ນວ​ຽກ​ງານ​ການ​ພັດ​ທະ​ນາ​ຢູ່ ສ​ປ​ປ​ ລາວ. ດັ່ງ​ນັ້ນ, ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ຈຶ່ງ​ໄດ້​ຕົກ​ລົງ​ຍ້ອງ​ຍໍ​ປະ​ດັບ​ຫລຽນ​ກາ​ມິດ​ຕະ​ພາບ ເພື່ອ​ເປັນ​ການ​ຈາ​ລຶກ​ຜົນ​ງານ​ການ​ປະ​ກອບ​ສ່ວນ ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ ຢູ່ ສ​ປ​ປ ລາວ​ ຂອງ​ຜູ້​ກ່ຽວ.

ພ້ອມ​ດຽວກັນ, ທ່ານ ນາງ ຄາ​ຣີ​ນາ ອີມ​ໂມ​ເນັນ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູນ​ຂອງລັດ​ຖະ​ບານ​ລາວ ຕະຫລອດ​ໄລ​ຍະ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຜ່ານ​ມາ, ພ້ອມ​ທັງ​ຢືນ​ຢັນ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຊຸກ​ຍູ້​ໃຫ້​ການ​ຊ່ວຍ​ເຫລືອ​ ແລະ ສະ​ໜັບ​ສະ​ໜູນຮ່ວມ​ມື​ຂອງ​ອົງ​ການ UNDP ໃຫ້​ແກ່ ສ​ປ​ປ ລາວ ໃນ​ຕໍ່​ໜ້າ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...